ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານສູງສຸດ ສະຫະລັດ ປະຕິເສດ ບໍ່​ຍອມ ອະນຸຍາດ​ໃຫ້ Puerto Rico ຈັດ​ແຈງ​ໜີ້​ສິນ


ສະມາຊິກສະພາຕໍ່າ ທ່ານ Gary Palmer ສະມາຊິກ ພັກຣີພັບບລິກັນຈາກລັດ Alabma (ຊ້າຍ) ແລະບັນດາເພື່ອນ ສະມາຊິກສະພາ ແລະຜູ້ຕາງໜ້າ ກຳລັງຮ່າງກົດໝາຍ.
ສະມາຊິກສະພາຕໍ່າ ທ່ານ Gary Palmer ສະມາຊິກ ພັກຣີພັບບລິກັນຈາກລັດ Alabma (ຊ້າຍ) ແລະບັນດາເພື່ອນ ສະມາຊິກສະພາ ແລະຜູ້ຕາງໜ້າ ກຳລັງຮ່າງກົດໝາຍ.

ສານ​ສູງ​ສຸດ​ສະຫະລັດ ​ໄດ້​ປະຕິ​ເສດ​ບໍ່​ຍອມອະນຸຍາດ​ໃຫ້ Puerto Rico ຈັດ​ແຈງ​ໜີ້​ສິນ ຂອງ​ຕົນຄືນ​ໃໝ່ ປ່ອຍ​ໃຫ້​ດິນ​ແດນ​ຂອງ​ສະຫະລັດ​ແຫ່ງ​ນີ້ ຕົກ​ຢູ່່​ໃນ​ຄວາມ​ສ່ຽງຕໍ່​ການ​ຜິດ​ສັນຍາ ນອກຈາກ​ວ່າ​ລັດຖະສະພາ ຈະ​ຮັບຜ່ານ​ຮ່າງ​ກົດ ໝາຍ​ບັນ​ເທົາໜີ້​ສິນ​.

ສານສູງ​ສຸດ​ ​ໃນ​ການ​ຕັດສິນ 5 ຕໍ່ 2 ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກົດໝາຍ​ລົ້ມ​ລະລາຍ​ຂອງ​ລັດຖະບານ​ກາງບໍ່​ອະນຸ​ຍາດ​ໃຫ້ Puerto Rico ອອກກົດໝາຍ​ຂອງຕົນ​ ກ່ຽວ​ກັບ​ການ​ຄັດ ຄ້ານ​ຂອງ​ພວກ​ເຈົ້າໜີ້ເພື່ອຫລຸດໜີ້​ສິນ​ລົງຫລາຍ​ພັນ​ລ້ານ​ໂດ​ລາ.

Puerto Rico ຊຶ່ງ​ກຳລັງ​ປະ​ເຊີນໜ້າກັບການ​ເປັນ​ໜີ້​ສິນ​ສາທາລະນະ 70 ພັນ​ລ້ານ​ໂດ​ລາ ໄດ້ຮັບ​ຜ່ານຮ່າງ​ກົດໝາຍສະບັບ​ນຶ່ງ​ໃນ​ປີ 2014 ທີ່​ອາດ​ຈັດ​ແຈງໃໝ່ ໜີ້​ສິນ​ ​ທີ່ Puerto Rico ​ກຳລັງ​ດິ້ນຮົນ​ທາງ​ດ້ານ​ການ​ເງິນ ໃນ​ດ້ານ​ສາທາລະ​ນຸປາ​ໂພ​ກ.

ບັນດາສານຊັ້ນ​ຕົ້ນ​ໄດ້​ປະຕິ​ເສດ​ຕໍ່ ກົດໝາຍ​ຂອງ Puerto Rico ​ໂດຍ​ອ້າງ​ກົດ ໝາຍຂອງ ລັດຖະບານ​ກາງ​ທີ່​ອະນຸຍາດໃຫ້​ບັນດາ​ລັດ​ຕ່າງໆ​ຂອງ​ສະຫະລັດ ແຕ່​ ​ໄດ້​ຫ້າມ​ຢ່າງ​ເປັນ​ການຈະ​ແຈ້ງ ບໍ່​ໃຫ້ Puerto Rico ​ເອົາ​ບັນ​ດາ​ເມືອງ ຫລືບໍລິ ສັດສາທາລະ​ນຸປາ​ໂພ​ກ ​ຮວມເຂົ້າ​ໃນ​ການ​ປົກ​ປ້ອງຄຸ້ມ​ຄອງ​ຂອງລັດຖະບານ​ໃນ ການລົ້ມລະລາຍ​ນັ້ນ.

ການ​ເຫັນ​ພ້ອມ​ຂອງ​ສານ​ສູງ​ສຸດກັບ​ສານ​ຊັ້ນ​ຕົ້ນ ​ໄດ້​ປິດ​ນຶ່ງ​ໃນ​ຈຳນວນ​ເສັ້ນ​ທາງທີ່ມີບໍ່​ເທົ່າ​ໃດ​ສາຍ​ ຂອງ Puerto Rico ເພື່ອແກ້​ໄຂ​ວິ​ກິດການ. ບັດ​ນີ້​ດິນແດນ ດັ່ງກ່າວ​ຕ້ອງ​ໄດ້ລໍຖ້າ​ເບິ່ງ​ວ່າ ​ສະພາ​ສູງ​ສະຫະລັດ​ ຈະໃຫ້ການ​ອະນຸມັດຫລື​ບໍ່​ຕໍ່​ຮ່າງ​ກົດໝາຍ ​ອະນຸຍາດ​ໃຫ້​ລັດ ຖະບານ​ກາງ​ແຕ່ງ​ຕັ້ງ​ຄະນະ​ກຳມະການ ​ເພື່ອ​ຊ່ວຍ​ດິນ​ແດນແຫ່ງ​ນີ້​ເຈລະຈາ​ຕື່ມ​ອີກ​ກ່ຽວ​ກັບ​ໜີ້​ສິນຂອງ​ຕົນ. ສະພາ​ຕໍ່າ​ໄດ້ຮັບ​ຜ່ານ​ມາດ​ຕະການດັ່ງກ່າວ​ໃນ​ອາທິດ​ແລ້ວ​ນີ້.

ສານ​ສູງ​ສຸດ​ສະຫະລັດ ​ໄດ້​ປະຕິ​ເສດ​ບໍ່​ຍອມອະນຸຍາດ​ໃຫ້ Puerto Rico ຈັດ​ແຈງ​ໜີ້​ສິນ ຂອງ​ຕົນຄືນ​ໃໝ່ ປ່ອຍ​ໃຫ້​ດິນ​ແດນ​ຂອງ​ສະຫະລັດ​ແຫ່ງ​ນີ້ ຕົກ​ຢູ່່​ໃນ​ຄວາມ​ສ່ຽງຕໍ່​ການ​ຜິດ​ສັນຍາ ນອກຈາກ​ວ່າ​ລັດຖະສະພາ ຈະ​ຮັບຜ່ານ​ຮ່າງ​ກົດ ໝາຍ​ບັນ​ເທົາໜີ້​ສິນ​.

ສານສູງ​ສຸດ​ ​ໃນ​ການ​ຕັດສິນ 5 ຕໍ່ 2 ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກົດໝາຍ​ລົ້ມ​ລະລາຍ​ຂອງ​ລັດຖະບານ​ກາງບໍ່​ອະນຸ​ຍາດ​ໃຫ້ Puerto Rico ອອກກົດໝາຍ​ຂອງຕົນ​ ກ່ຽວ​ກັບ​ການ​ຄັດຄ້ານ​ຂອງ​ພວກ​ເຈົ້າໜີ້ເພື່ອຫລຸດໜີ້​ສິນ​ລົງຫລາຍ​ພັນ​ລ້ານ​ໂດ​ລາ.

Puerto Rico ຊຶ່ງ​ກຳລັງ​ປະ​ເຊີນໜ້າກັບການ​ເປັນ​ໜີ້​ສິນ​ສາທາລະນະ 70 ພັນ​ລ້ານ​ໂດ​ລາ ໄດ້ຮັບ​ຜ່ານຮ່າງ​ກົດໝາຍສະບັບ​ນຶ່ງ​ໃນ​ປີ 2014 ທີ່​ອາດ​ຈັດ​ແຈງໃໝ່ ໜີ້​ສິນ​ ​ທີ່ Puerto Rico ​ກຳລັງ​ດິ້ນຮົນ​ທາງ​ດ້ານ​ການ​ເງິນ ໃນ​ດ້ານ​ສາທາລະ​ນຸປາ​ໂພ​ກ.

ບັນດາສານຊັ້ນ​ຕົ້ນ​ໄດ້​ປະຕິ​ເສດ​ຕໍ່ ກົດໝາຍ​ຂອງ Puerto Rico ​ໂດຍ​ອ້າງ​ກົດ ໝາຍຂອງ ລັດຖະບານ​ກາງ​ທີ່​ອະນຸຍາດໃຫ້​ບັນດາ​ລັດ​ຕ່າງໆ​ຂອງ​ສະຫະລັດ ແຕ່​ ​ໄດ້​ຫ້າມ​ຢ່າງ​ເປັນ​ການຈະ​ແຈ້ງ ບໍ່​ໃຫ້ Puerto Rico ​ເອົາ​ບັນ​ດາ​ເມືອງ ຫລືບໍລິ ສັດສາທາລະ​ນຸປາ​ໂພ​ກ ​ຮວມເຂົ້າ​ໃນ​ການ​ປົກ​ປ້ອງຄຸ້ມ​ຄອງ​ຂອງລັດຖະບານ​ໃນ ການລົ້ມລະລາຍ​ນັ້ນ.

ການ​ເຫັນ​ພ້ອມ​ຂອງ​ສານ​ສູງ​ສຸດກັບ​ສານ​ຊັ້ນ​ຕົ້ນ ​ໄດ້​ປິດ​ນຶ່ງ​ໃນ​ຈຳນວນ​ເສັ້ນ​ທາງທີ່ມີບໍ່​ເທົ່າ​ໃດ​ສາຍ​ ຂອງ Puerto Rico ເພື່ອແກ້​ໄຂ​ວິ​ກິດການ. ບັດ​ນີ້​ດິນແດນ ດັ່ງກ່າວ​ຕ້ອງ​ໄດ້ລໍຖ້າ​ເບິ່ງ​ວ່າ ​ສະພາ​ສູງ​ສະຫະລັດ​ ຈະໃຫ້ການ​ອະນຸມັດຫລື​ບໍ່​ຕໍ່​ຮ່າງ​ກົດໝາຍ ​ອະນຸຍາດ​ໃຫ້​ລັດຖະບານ​ກາງ​ແຕ່ງ​ຕັ້ງ​ຄະນະ​ກຳມະການ ​ເພື່ອ​ຊ່ວຍ​ດິນ​ແດນແຫ່ງ​ນີ້​ເຈລະຈາ​ຕື່ມ​ອີກ​ກ່ຽວ​ກັບ​ໜີ້​ສິນຂອງ​ຕົນ. ສະພາ​ຕໍ່າ​ໄດ້ຮັບ​ຜ່ານ​ມາດ​ຕະການດັ່ງກ່າວ​ໃນ​ອາທິດ​ແລ້ວ​ນີ້.

ອ່ານຂ່ານີ້ເພີ້ມເປັນພາສາອັງກິດ

XS
SM
MD
LG