ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ປະຕິເສດຕໍ່​ການທ້າທາຍຕ່າງໆ ໃນກົດໝາຍສະຫວັດດີການ ສໍາລັບເດັກນ້ອຍຊົນເຜົ່າພື້ນເມືອງອາເມຣິກາ


ແຟ້ມພາບ-ພາບທີ່ສະແດງໃຫ້ເຫັນສານສູງ ໃນວັນທີ 21 ເມສາ 2023, ໃນນະຄອນຫຼວງວໍຊິງຕັນ.
ແຟ້ມພາບ-ພາບທີ່ສະແດງໃຫ້ເຫັນສານສູງ ໃນວັນທີ 21 ເມສາ 2023, ໃນນະຄອນຫຼວງວໍຊິງຕັນ.

ສານສູງສຸດ ໃນວັນພະຫັດວານນີ້ ໄດ້ຮັກ​ສາລະບົບບູລິມະສິດແກ່ຄອບຄົວຊາວອາເມຣິກັນພື້ນເມືອງ ໃນການອຸປະຖໍາ ແລະຂັ້ນຕອນຕ່າງໆໃນການຮັບເອົາເດັກນ້ອຍຊາວພື້ນເມືອງມາເປັນລູກບຸນທໍາ, ໂດຍປະຕິເສດ​ຕໍ່ການໂຈມຕີໃນວົງກວ້າງ ຈາກລັດທີ່ນໍາໂດຍພັກຣີພັບບຣິກັນ ແລະຄອບຄົວຄົນຜິວຂາວ ທີ່ໄດ້ໂຕ້ແຍ້ງກ່ຽວກັບພື້ນຖານຂອງເຊື້ອຊາດ, ອີງຕາມລາຍງານຂອງອົງການຂ່າວ AP.

ສານໄດ້ຮັກສາກົດ​ໝາຍກ່ຽວກັບສະຫວັດດີການຂອງເດັກນ້ອຍຊົນເຜົ່າອິນ​ເດຍ​ແດງ ສະ​ບັບປີ 1978​ ໄວ້​ຄື​ເກົ່າ, ເຊິ່ງ​ໄດ້​ຮ່າງຂຶ້ນມາເພື່ອແກ້​ໄຂຄວາມກັງວົນທີ່ວ່າ ເດັກນ້ອຍຊົນເຜົ່າພື້ນເມືອງ ໄດ້ຖືກແຍກອອກຈາກຄອບຄົວ ຂອງພວກເຂົາເຈົ້າຫຼາຍເກີນໄປ, ແລະຖືກຈັດໃຫ້ຢູ່ຕາມເຮືອນຕ່າງໆທີ່ບໍ່ແມ່ນຊົນເຜົ່າພື້ນເມືອງ.

ແຟ້ມພາບ-ບັນດາວກປະທ້ວງ ພາກັນຢືນຢູ່ດ້ານນອກສານສູງສະຫະລັດ, ໃນຂະນະທີ່ສານ ຮັບຟັງການໂຕ້ແຍ້ງກັນ ກ່ຽວກັບສະຫວັດດີການຂອງເດັກນ້ອຍຊົນເຜົ່າອິນເດຍແດງ, ວັນພຸດ, ທີ 9 ພະຈິກ 2022, ໃນນະຄອນຫຼວງວໍຊິງຕັນ.
ແຟ້ມພາບ-ບັນດາວກປະທ້ວງ ພາກັນຢືນຢູ່ດ້ານນອກສານສູງສະຫະລັດ, ໃນຂະນະທີ່ສານ ຮັບຟັງການໂຕ້ແຍ້ງກັນ ກ່ຽວກັບສະຫວັດດີການຂອງເດັກນ້ອຍຊົນເຜົ່າອິນເດຍແດງ, ວັນພຸດ, ທີ 9 ພະຈິກ 2022, ໃນນະຄອນຫຼວງວໍຊິງຕັນ.

ບັນດາຜູ້ນໍາຊົນເຜົ່າພື້ນເມືອງ ໄດ້ໃຫ້ການສະໜັບສະໜຸນ ຕໍ່ກົດໝາຍດັ່ງກ່າວນີ້ ເນື່ອງຈາກມັນ​ເປັນ​ວິ​ທີ​ໃນການ​ປົກ​ປັກຮັກສາຄອບຄົວ, ປະເພນີ ແລະວັດທະນະ ທໍາຂອງພວກເຂົາເຈົ້າ.

“ບັນຫາຕ່າງໆມີຄວາມຊັບຊ້ອນ” ຜູ້ພິພາກສາ ເອມີ ຄອນ​ນີ ບາເຣັດທ໌ (Amy Coney Barrett) ທີ່ຂຽນ​ຄວາມ​ເຫັນ ສຳ​ລັບ​ຜູ້​ພິ​ພາກ​ສາສ່ວນໃຫຍ່ທັງເຈັດ, ແຕ່ “ໂດຍພື້ນຖານແລ້ວ ແມ່ນພວກເຮົາປະຕິເສດ​ຕໍ່​ການທ້າທາຍຕ່າງໆຂອງຜູ້ຮ້ອງຂໍ ​ກ່ຽວ​ກັບ​ກົດ​ໝາຍດັ່ງກ່າວ.”

ຜູ້ພິພາກສາ ຊາມູເອລ ອາລິໂຕ (Justices Samuel Alito) ແລະ ​ແຄລເຣັນສ໌ ໂທມັສ (Clarence Thomas) ໄດ້ຄັດຄ້ານຕໍ່ເລື້ອງ​ດັ່ງ​ກ່າວນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG