ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ຄາແວນໍ ຜູ້ຖືກສະເໜີຊື່ ເປັນຜູ້ພິພາກສາ ສານສູງສຸດ ກ່າວປ້ອງກັນ ລະບົບຕຸລາການ ທີ່ເປັນອິດສະຫລະ


ທ່ານ ແບຣັດ ຄາແວນໍ ຜູ້ພິພາກສາ ສານອຸທອນ ລັດຖະບານກາງ ຜູ້ຖືກສະເໜີຊື່ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ໂດຍປະທານາທິບໍດີ ດໍໂນລ ທຣຳ, ໄປປາກົດໂຕຕໍ່ໜ້າ ຄະນະກຳມະການ ຕຸລາການ ສະພາສູງ ສະຫະລັດ ຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 5 ກັນຍາ 2018.
ທ່ານ ແບຣັດ ຄາແວນໍ ຜູ້ພິພາກສາ ສານອຸທອນ ລັດຖະບານກາງ ຜູ້ຖືກສະເໜີຊື່ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ໂດຍປະທານາທິບໍດີ ດໍໂນລ ທຣຳ, ໄປປາກົດໂຕຕໍ່ໜ້າ ຄະນະກຳມະການ ຕຸລາການ ສະພາສູງ ສະຫະລັດ ຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 5 ກັນຍາ 2018.

ຫຼັງຈາກທີ່ໄດ້ໃຊ້ເວລາ 12 ຊົ່ວໂມງ ຕອບຄຳຖາມຄະນະກຳມະການຕຸລາການສະພາສູງ
ໃນວັນພຸດວານນີ້ແລ້ວ ທ່ານແບຣັດ ຄາແວນໍ ຜູ້ຖືກສະເໜີຊື່ໃຫ້ເປັນ ຜູ້ພິພາກສາ ສານ
ສູງສຸດ ສະຫະລັດ ຈະກັບຄືນໄປທີ່ນັ້ນອີກ ໃນວັນພະຫັດມື້ນີ້ ເພື່ອຕອບຄຳຖາມອີກຮອບ
ນຶ່ງ ໃນຂະນະທີ່ ບັນດາສະມາຊິກສະພາສູງ ກຳລັງຕັດສິນໃຈວ່າ ຈະສະໜັບສະໜູນ
ການແຕ່ງຕັ້ງທ່ານ ໃຫ້ເປັນສະມາຊິກຄົນທີເກົ້າ ຂອງສານສູງສຸດຂອງປະເທດ ຫຼືບໍ່.

ປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ໄດ້ສະເໜີຊື່ ທ່ານ ຄາແວນໍ ເມື່ອເດືອນກໍລະກົດ ຜ່ານ
ມາ ກ່າວວ່າ ທ່ານພໍໃຈ ກັບແນວທາງຂອງການພິຈາລະນາ ທີ່ດຳເນີນໄປ ຈົນມາເຖິງ
ເວລານີ້.

ໃນລະຫວ່າງ ການພິຈາລະນາຮັບຟັງການໃຫ້ການ ໃນວັນພຸດວານນີ້ ທ່ານ ຄາແວນໍ
ໄດ້ປະຕິຍານວ່າ ຈະໃຫ້ລະບົບຕຸລາການເປັນອິດສະຫລະ ຈາກທ່ານທຣຳ.

ທ່ານ ຄາແວນໍ ໄດ້ກ່າວວ່າ “ຂ້າພະເຈົ້າເປັນຜູ້ພິພາກສາ ອິດສະຫລະ” ໃນເມື່ອຖືກ
ຖາມໂດຍ ທ່ານ ໂອຣຣິນ ແຮັຕຈ໌ ສະມາຊິກສະພາສູງ ຈາກລັດຢູທາ ເພື່ອໃຫ້ເປັນທີ່
ໝັ້ນໃຈວ່າ ຖ້າຫາກຖືກຮັບຮອງເອົາ ເປັນຜູ້ພິພາກສາ ສານສູງສຸດແລ້ວ ທ່ານຈະບໍ່
ເອນອຽງໂດຍທັດສະນະ ຫຼື ຜົນປະໂຫຍດໃດໆ ຂອງປະທານາທິບໍດີ.

ທ່ານ ຄາແວນໍ ຜູ້ພິພາກສາ ສານອຸທອນ ລັດຖະບານກາງ ອາຍຸ 53 ປີ ໄດ້ກ່າວຕື່ມວ່າ
“ຂ້າພະເຈົ້າ ໃຫ້ຄວາມຊື່ສັດຕໍ່ລັດຖະທຳມະນູນ ແລະ ລັດຖະທຳມະນູນ ຈັດຕັ້ງໃຫ້
ຂ້າພະເຈົ້າ ເປັນຜູ້ພິພາກສາ ອິດສະຫລະ ທີ່ຈຳຕ້ອງປະຕິບັດຕາມກົດໝາຍ ທີ່ໄດ້
ຂຽນໄວ້ນັ້ນ.”

ທ່ານ ຄາແວນໍ ໄດ້ຊີ້ແຈງວ່າ “ບໍ່ມີຜູ້ໃດ ຢູ່ເໜືອກວ່າກົດໝາຍໃນລະບົບລັດຖະທຳ
ມະນູນ ຂອງພວກເຮົາ”
ແລະວ່າ “ບໍ່ວ່າທ່ານຈະຢູ່ໃນຖານະໃດກໍຕາມ ໃນຊີວິດ
ບໍ່ວ່າທ່ານຈະຢູ່ໃນຕຳແໜ່ງໃດກໍຕາມ ຢູ່ໃນລັດຖະບານ ທຸກສິ່ງທຸກຢ່າງ ກໍຈະໄດ້
ຮັບຄວາມຍຸຕິທຳເທົ່າທຽມກັນ ພາຍໃຕ້ກົດໝາຍ.”
ແຕ່ທ່ານໄດ້ປະຕິເສດ ທີ່ຈະກ່າວ
ວ່າ ປະທານາທິບໍດີ ຄົນປັດຈຸບັນ ຄືກັນກັບພົນລະເມືອງທຸກໆຄົນ ທີ່ຈະຕ້ອງໄດ້ຕອບ
ຕໍ່ໝາຍຮຽກຂອງສານ ເພື່ອໄປໃຫ້ການ ຫຼືບໍ່.

ຜູ້ຖືກສະເໜີຊື່ ໄດ້ກ່າວຕໍ່ໄປວ່າ “ຂ້າພະບໍ່ສາມາດໃຫ້ຄຳຕອບແກ່ທ່ານ ກ່ຽວກັບ
ຄຳຖາມ ທີ່ສົມມຸດເອົານີ້.”

ປະເດັນນີ້ ໂດຍສະເພາະແລ້ວ ກໍແມ່ນວ່າ ກ່ຽວຂ້ອງກັບການສອບສວນ ທີ່ຍັງດຳເນີນ
ຕໍ່ໄປຢູ່ ຂອງໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ໃນເລື້ອງຂໍ້ກ່າວຫາທີ່ວ່າ ຄະນະ
ໂຄສະນາຫາສຽງຂອງທ່ານທຣຳ ມີການພົວພັນກັບຣັດເຊຍ ໃນປີ 2016 ນັ້ນ. ທ່ານ
ມັລເລີ ຍັງບໍ່ທັນໄດ້ອອກໝາຍຮຽກ ທ່ານ ທຣຳ ເທື່ອ ແຕ່ມັນອາດຈະເປັນທາງເລືອກນຶ່ງ
ຂອງການສືບສວນສອບສວນ ທີ່ຍັງດຳເນີນຕໍ່ໄປຢູ່ ກ່ຽວກັບການແຊກແຊງ ເຂົ້າໃນ
ການເລືອກຕັ້ງ ຂອງຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG