ທ່ານ ແບຣັດ ແຄຟວານໍ ຜູ້ຖືກສະເໜີຊື່ ໃຫ້ເຂົ້າເປັນຜູ້ພິພາກສາ ສານສູງສຸດສະຫະລັດ
ຈະໄປສະເໜີໂຕຕໍ່ຄະນະກຳມະການຕຸລາການຂອງສະພາສູງ ໃນວັນອັງຄານມື້ນີ້ ອັນ
ເປັນການເລີ້ມຕົ້ນພິຈາລະນາຮັບຮອງເອົາທ່ານ ເຊິ່ງປະທານາທິບໍດີ ດໍໂນລ ທຣຳ ຫວັງ
ວ່າ ຈະນຳໄປສູ່ການມີສຽງສ່ວນຫຼາຍ ທີ່ໜັກແໜ້ນຂອງຝ່າຍອະນຸລັກນິຍົມ ຢູ່ໃນສານ
ສູງສຸດຂອງປະເທດ.
ພິທີການດັ່ງກ່າວ ຈະເລີ້ມຂຶ້ນ ດ້ວຍການເປີດການຮັບຟັງຖະແຫລງການ ໂດຍ ທ່ານ
ແຄຟວານໍ ແລະ ຕິດຕາມດ້ວຍບັນດາສະມາຊິກຄະນະກຳມະການດັ່ງກ່າວນັ້ນ.
ໃນວັນພຸດມື້ອື່ນນີ້ ທ່ານ ແຄຟວານໍ ມີກຳນົດ ຈະປະເຊີນກັບການສອບຖາມ ໃນເລື້ອງ
ຕ່າງໆຫຼາຍຢ່າງ ລວມທັງ ຈຸດຢືນຂອງທ່ານກ່ຽວກັບເລື້ອງຕ່າງໆເຊັ່ນວ່າ ການແທ້ງລູກ
ສິດທິຂອງກະເທີຍ ແລະ ອຳນາດ ຂອງປະທານາທິບໍດີ.
ທຳນຽບຂ່າວ ຫວັງວ່າ ສະພາສູງຄົບຄະນະ ຈະຮັບຮອງເອົາທ່ານ ແຄຟວານໍ ອາຍຸ
53 ປີ ໃຫ້ເຂົ້າເປັນສະມາຊິກຂອງສານສູງສຸດ ຄົນທີ 9 ໃນເດືອນກັນຍານີ້ ທັນເວລາ
ເຂົ້າມາຮັບຕຳແໜ່ງທີ່ໄດ້ເປົ່າຫວ່າງມາ ໂດຍການລາອອກກິນເບ້ຍບຳນານ ຂອງ
ຜູ້ພິພາກສາ ແອນໂທນີ ເຄັນນາດີ ໃນເວລາສານເປີດໄລຍະໃໝ່ ໃນວັນທີ 1 ເດືອນ
ຕຸລານີ້.
ເຖິງຢ່າງໃດກໍຕາມ ບັນດາສະມາຊິກສັງກັດພັກເດໂມແຄຣັດ ກໍໄດ້ປະຕິຍານໄວ້ຕັ້ງແຕ່
ຕົ້ນວ່າ ຈະສູ້ຊົນຄັດຄ້ານການຮັບຮອງເອົາທ່ານແຄຟວານໍ ຍ້ອນຢ້ານວ່າ ການແຕ່ງຕັ້ງ
ທ່ານນັ້ນ ອາດຮັບປະກັນການມີກຸ່ມຫົວອະນຸລັກນິຍົມ ຢ່າງແຂງຂັນ ຢູ່ໃນສານສູງສຸດ
ຢ່າງເປັນເວລາຫຼາຍຊົ່ວລຸ້ນຄົນ.
ເປັນໄປໄດ້ສູງວ່າ ພັກເດໂມແຄຣັດ ຈະພະຍາຍາມສະແດງໃຫ້ເຫັນວ່າ ທ່ານແຄຟວານໍ
ເປັນບຸກຄົນທີ່ມີສາຍສຳພັນ ທີ່ໃກ້ຊິດເກີນໄປກັບ ປະທານາທິບໍດີ ທຣຳ ແລະ ຜູ້ທີ່ຈະ
ຊຸກຍູ້ວາລະອະນຸລັກນິຍົມ ຢູ່ໃນສານສູງສຸດ. ສ່ວນພັກຣີພັບບຣີກັນ ຄາດກັນວ່າ ຈະ
ພະຍາຍາມສະແດງໃຫ້ເຫັນວ່າ ຜູ້ຖືກສະເໜີຊື່ນັ້ນ ເປັນນັກຄິດອິດສະລະ ແລະ ເປັນຜູ້
ຕັດສິນຕາມຫຼັກການ.
ນຶ່ງໃນບັນຫາຫຼັກຂອງທ່ານ ແຄຟວານໍ ຈະຖືກຖາມກ່ຽວຂ້ອງກັບ ຄະດີທີ່ສຳຄັນ ຂອງ
ສານສູງສຸດໃນປີ 1973 ກໍຄື ຄະດີຄວາມ ລະຫວ່າງ Roe ກັບ Wade ເຊິ່ງໄດ້ໃຫ້ສິດທິ
ແກ່ພວກແມ່ຍິງ ຕັດສິນການເຮັດແທ້ງລູກ.
ທ່ານ ແຄຟວານໍ ຜູ້ທີ່ໄດ້ຕໍ່ສູ້ໃນມຸມມອງດ້ານການມີຊີວິດ ບໍ່ໄດ້ກ່າວເລີຍວ່າ ທ່ານເຊື່ອ
ວ່າ ຄະດີດັ່ງກ່າວ ໄດ້ຖືກຕັດສິນຖືກຕ້ອງຫຼືບໍ່ ແລະ ເປັນໄປໄດ້ສູງ ວ່າ ທ່ານຈະບໍ່ກ່າວ
ເຊັ່ນນັ້ນ ໃນລະຫວ່າງການພິຈາລະນານີ້.