ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ຖືກສະເໜີຊື່ ຮັບຕຳແໜ່ງ ໃນສານສູງສຸດ ທ່ານນາງ ບາເຣັດ ປະຕິເສດທີ່ຈະຕອບຄຳຖາມ ກ່ຽວກັບ ຄະດີທີ່ສຳຄັນ


ຜູ້ຖືກສະເໜີຊື່ຮັບຕຳແໜ່ງໃນສານສູງສຸດ ທ່ານນາງ ເອມີ ໂຄນີ ບາເຣັດ ນັ່ງຢູ່ຕໍ່ໜ້າລູກ ແລະ ສາມີ ໃນລະຫວ່າງການຟັງຄຳໃຫ້ການຢືນຢັນຕຳແໜ່ງ ວັນທີສອງ ໃນຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ.
ຜູ້ຖືກສະເໜີຊື່ຮັບຕຳແໜ່ງໃນສານສູງສຸດ ທ່ານນາງ ເອມີ ໂຄນີ ບາເຣັດ ນັ່ງຢູ່ຕໍ່ໜ້າລູກ ແລະ ສາມີ ໃນລະຫວ່າງການຟັງຄຳໃຫ້ການຢືນຢັນຕຳແໜ່ງ ວັນທີສອງ ໃນຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ.

ຜູ້ຖືກສະເໜີຊື່ຮັບຕຳແໜ່ງໃນສານສູງສຸດ ທ່ານນາງ ເອມີ ໂຄນີ ບາເຣັດ ໃນວັນອັງຄານວານນີ້ໄດ້ປະຕິເສດທີ່ຈະຕອບຫຼາຍຄຳຖາມຈາກບັນດາສະມາຊິກສະພາສູງ ກ່ຽວກັບວ່າ ທ່ານນາງຈະຕັດສິນຄວາມຂັດແຍ້ງທາງກົດໝາຍແນວໃດ ຖ້າທ່ານນາງໄດ້ຮັບການຢືນຢັນ ເຂົ້າຕຳແໜ່ງຫວ່າງທີ່ສຳ ຄັນໃນການສູງສຸດຂອງປະເທດ. ແນວໃດກໍຕາມ, ທ່ານນາງ ບາເຣັດ ໄດ້ຕອບວ່າທ່ານນາງຈະບໍ່ ປ່ອຍໃຫ້ທັດສະນະຄະຕິສ່ວນຕົວ ແລະ ສາສະໜາເປັນຕົວພິຈາລະນາວ່າ ທ່ານນາງຈະຕັດສິນຄະດີແນວໃດ.

ທ່ານນາງ ບາເຣັດ ໄດ້ກ່າວໃນຂະນະທີ່ຄະນະກຳມະການຕຸລາການສະພາສູງ ໄດ້ເປີດການສອບ ຖາມສອງວັນ ກ່ຽວກັບ ການແຕ່ງຕັ້ງຕຳແໜ່ງຕະຫຼອດຊີວິດໃນສານທີ່ມີສະມາຊິກ 9 ຄົນໂດຍປະ ທານາທິບໍດີ ດໍໂນລ ທຣຳ ວ່າ “ຂ້າພະເຈົ້າບໍ່ມີແຜນການ. ຂ້າພະເຈົ້າຈະປະຕິບັດຕາມກົດໝາຍ.”

ໃນການສອບຖາມເບື້ອງຕົ້ນຈາກສະມາຊິກພັກຣີພັບບລີກັນສອງທ່ານຄື ປະທານຄະນະກຳມະ ການ ສະມາຊິກສະພາສູງທ່ານ ລິນຊີ ແກຣມ, ແລະ ສະມາຊິກ ສະພາສູງທ່ານ ຈັກ ກຣາສລີ ແລະ ສະມາຊິກພັກເດໂມແຄຣັດສອງຄົນຄື ສະມາຊິກສະພາສູງທ່ານນາງ ໄດແອນ ໄຟນສໄຕນ໌ ແລະ ທ່ານ ແພັດທຣິກ ເລຮີ ນັ້ນ, ທ່ານນາງ ບາເຣັດ ໄດ້ປະຕິເສດທີ່ຈະຕອບ ກ່ຽວກັບ ວິທີທີ່ທ່ານນາງອາດຕັດສິນໃນກົດໝາຍ ປີ 1973 ຂອງສານ ກ່ຽວກັບ ການແທ້ງລູກຢ່າງຖືກຕ້ອງຕາມກົດໝາຍໃນ ສະຫະລັດ, ສິດທິໃນການຄອບຄອງປືນທີ່ຖືກອະນຸມັດໂດຍລັດຖະທຳມະນູນ ສະຫະລັດ ແລະ ໃນຄະດີທີ່ຈະຖືກຮັບຟັງໂດຍສານໃນເດືອນໜ້າ, ເຊິ່ງແມ່ນວ່າກົດໝາຍປະກັນສຸຂະພາບແຫ່ງຊາດຈະຍັງມີຜົນບັງຄັບໃຊ້ຫຼືບໍ່.

ທ່ານນາງຍັງໄດ້ປະຕິເສດຄຳຖາມນຶ່ງ ກ່ຽວກັບວ່າທ່ານນາງຈະຖອນຕົນເອງຫຼືບໍ່, ຖ້າທ່ານນາງໄດ້ຮັບການຢືນຢັນຢ່າງວ່ອງໄວໂດຍສະພາສູງ, ຈາກການພິຈາລະນາຄວາມຂັດແຍ້ງທາງກົດໝາຍໃດໆທີ່ເກີດມາຈາກການເລືອກຕັ້ງແຫ່ງຊາດໃນວັນທີ 3 ພະຈິກນັ້ນ. ທ່ານ ທຣຳ ແມ່ນກຳລັງພະຍາ ຍາມທີ່ຈະແຂ່ງຂັນເອົາຕຳແໜ່ງສະໄໝທີສອງໃນທຳນຽບຂາວ ແລະ ປະເຊີນໜ້າກັບອະດີດຮອງ ປະທານາທິບໍດີສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ.

ທ່ານ ທຣຳ ໄດ້ໂຈມຕີການລົງຄະແນນສຽງທາງໄປສະນີ ແລະ ໄດ້ກ່າວວ່າ ທ່ານຢາກໃຫ້ສານຊ່ວຍຕັດສິນການເລືອກຕັ້ງ. ທ່ານປະທານາທິບໍດີ, ທີ່ມີຄະແນນຕາມຫຼັງທ່ານ ໄບເດັນ ໃນການຢັ່ງຫາງສຽງແຫ່ງຊາດນັ້ນ, ໂດຍເວົ້າວ່າທ່ານຢາກໃຫ້ທ່ານ ນາງ ບາເຣັດ ຖືກຢືນຢັນເພື່ອຫຼີກລ່ຽງຄວາມຫຍຸ້ງຍາກໃນການຕັດສິນດ້ວຍສຽງທີ່ເທົ່າກັນ 4 ຕໍ່ 4 ກ່ຽວກັບ ບັນຫາການເລືອກຕັ້ງທີ່ ຂັດແຍ້ງກັນຕ່າງໆ.

ທ່ານນາງ ບາເຣັດ ໄດ້ກ່າວວ່າທ່ານນາງບໍ່ໄດ້ລົມກັບທ່ານ ທຣຳ ຫຼື ພະນັກງານຂອງທ່ານ “ກ່ຽວ ກັບ ວ່າຂ້າພະເຈົ້າຈະຕັດສິນແນວໃດ” ກ່ຽວກັບ ຄວາມຂັດແຍ້ງຂອງການເລືອກຕັ້ງ. ທ່ານນາງໄດ້ກ່າວວ່າມັນຈະເປັນການຂາດຈັນຍາບັນ ໃນຖານະເປັນຜູ້ພິພາກສາສານອຸທອນຄົນປັດຈຸບັນ ທີ່ຈະທຳການສົນທະນາ ແນວນັ້ນ.

ທ່ານນາງ ບາເຣັດ ອາຍຸ 48 ປີ ແມ່ນຄົນທີ່ຫົວອະນຸລັກນິຍົມໃນ ສະຫະລັດ ຫວັງຈະໃຫ້ສານມີຄະ ແນນສຽງສ່ວນຫຼາຍຢ່າງເດັດຂາດ 6 ຕໍ່ 3 ສຳລັບຊ່ວງຫຼາຍທົດສະວັດຂ້າງໜ້າ. ທ່ານນາງໄດ້ອ້າງເຖິງມື້ລາງຜູ້ພິພາກສາສານສູງສຸດທ່ານ ແອນໂທນິນ ສກາເລຍ, ສຳລັບຜູ້ທີ່ທ່ານນາງໄດ້ຮັບໃຊ້ເປັນຜູ້ຊ່ວຍເມື່ອສອງທົດສະວັດທີ່ຜ່ານມາວ່າ ເປັນຜູ້ໃຫ້ຄຳປຶກສາດ້ານວິຊາກົດໝາຍ, ສຳລັບ ການຕີຄວາມໝາຍທີ່ເຄັ່ງຄັດຂອງທ່ານ ກ່ຽວກັບ ລັດຖະທຳມະນູນ ສະຫະລັດ ຄືທີ່ມັນໄດ້ຖືກຂຽນໄວ້ເມື່ອສອງສັດຕະວັດທີ່ຜ່ານມາ ແທນທີ່ຈະມາຕີຄວາມໝາຍໃໝ່ຕໍ່ຊີວິດປັດຈຸບັນໃນ ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG