ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການໂຕ້ຖຽງກັນ ຢູ່ໃນສະຫະລັດ ວ່າຈະສະເໜີຊື່ຜູ້ໃດມາເປັນ ຜູ້ພິພາກສາ ສານສູງສຸດຄົນໃໝ່


Supreme Court Nomination Battle Consuming US Politics
please wait

No media source currently available

0:00 0:02:14 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້.

ການຕໍ່ສູ້ເອົາຕຳແໜ່ງວ່າງໃນສານສູງສຸດ ສະຫະລັດ ໄດ້ກາຍເປັນ ຈຸດສົນໃຈຫຼາຍຂຶ້ນໃນສັບປະດານີ້, ເວລາສະມາຊິກສະພາສູງກັບ ຄືນມາເຮັດວຽກ ຫຼັງຈາກໄດ້ຢຸດພັກມາເປັນເວລາໜຶ່ງສັບປະດາ ແລະ ທຳນຽບຂາວ ກໍສືບຕໍ່ຊອກຫາຜູ້ທີ່ມີໂອກາດຖືກສະເໜີຊື່.

ຜູ້ສະໜັບສະໜູນຂອງແຕ່ລະພັກໄດ້ປະເຊີນໜ້າກັນ ກ່ຽວກັບ ການ ແທນຕຳແໜ່ງຜູ້ພິພາກສາ ທ່ານ Antonin Scalia ເຊິ່ງຂະຫຍາຍ ວົງອອກໄປກາຍນະຄອນຫຼວງ ວໍຊິງຕັນ ແລະ ໄດ້ມີຄວາມເຄັ່ງຕຶງ ເພີ່ມຂຶ້ນຍ້ອນປີການເລືອກຕັ້ງໃນວົງການເມືອງ.

ຊາຍ, ຍິງຄູ່ໜຶ່ງຖ່າຍຮູບທາສີຂອງຜູ້ພິພາກສາສານສູງສຸດ ສະຫະລັດ ທ່ານ Antonin Scalia ທີ່ໄດ້ລ່ວງລັບໄປ ໃນຫ້ອງໃຫຍ່ຂອງສານສູງສູດໃນນະ ຄອນຫຼວງ ວໍຊິງຕັນ. 19 ກຸມພາ 2016.
ຊາຍ, ຍິງຄູ່ໜຶ່ງຖ່າຍຮູບທາສີຂອງຜູ້ພິພາກສາສານສູງສຸດ ສະຫະລັດ ທ່ານ Antonin Scalia ທີ່ໄດ້ລ່ວງລັບໄປ ໃນຫ້ອງໃຫຍ່ຂອງສານສູງສູດໃນນະ ຄອນຫຼວງ ວໍຊິງຕັນ. 19 ກຸມພາ 2016.

ລະຄັງຫຼາຍໜ່ວຍໄດ້ດັງຂຶ້ນຫຼາຍຄັ້ງໃນວັນເສົາທີ່ຜ່ານມາ ໃນໂບດ ນິກາຍ ໂຣມັນກາໂຕລິກ ຂອງນະຄອນຫຼວງ ວໍຊິງຕັນ ໃນຂະນະ ທີ່ທົ່ວທັງປະເທດພາກັນໄວ້ອາໄລເປັນຄັ້ງສຸດທ້າຍຕໍ່ທ່ານ Scalia, ນັກກົດ

ໝາຍຫົວອະນຸລັກນິຍົມທີ່ສຳຄັນຄົນໜຶ່ງ ເຊິ່ງເປັນທີ່ຮູ້ຈັກສຳລັບ ການໂຕ້ຖຽງທີ່ມີຊີວິດຊີວາ ໃນລະຫວ່າງທີ່ມີການໂຕ້ຖຽງກັນກ່ອນ ທີ່ສານສູງສຸດ ແລະ ຄຳເຫັນທີ່ມີສີສັນຈະໄດ້ຖືກຂຽນໄວ້. ມື້ໜຶ່ງ ກ່ອນໜ້ານັ້ນ, ໃນຂະນະທີ່ໂລງສົບຂອງທ່ານໄດ້ຖືກດອຍໄວ້ໃນ ທີ່ສາທາລະນະທີ່ສານສູງສຸດ, ການໂຕ້ຖຽງກ່ຽວກັບການຫາຄົນມາ ແທນທີ່ນັ່ງຂອງທ່ານກໍແມ່ນໄດ້ດັງກ້ອງໄປທົ່ວຕົວເມືອງ.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ Mitch McConnell ແລະ ປະທານຂອງຄະນະກຳ ມະການຜູ້ພິພາກສາ, ທ່ານ Chuck Grassley ທັງສອງທ່ານແມ່ນສະມາຊິກພັກ ຣີພັບບລີກັນ ໄດ້ຂຽນບົດຄວາມຄິດເຫັນລົງໃນໜັງສືພິມ The Washington Post ໂດຍກ່າວວ່າ ປະທາ ນາທິບໍດີຄົນຕໍ່ໄປ, ບໍ່ແມ່ນທ່ານ Barack Obama, ຄວນເປັນຜູ້ເລືອກເອົາຄົນທີ່ຈະມາແທນ ທ່ານ Scalia ໃນສານສູງ.

XS
SM
MD
LG