ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານສູງສຸດ ສະຫະລັດ ຂໍໃຫ້ລັດ ຮາວາຍ ຕອບທ່ານ ທຣຳ ກ່ຽວກັບ ການກີດກັ້ນ ດຳລັດຂອງທ່ານ


ຫົວໜ້າພະແນກຍຸຕິທຳລັດ ຮາວາຍ ທ່ານ Douglas Chin ກ່າວກ່ຽວກັບ ການຫ້າມເດີນທາງ ຂອງປະທານາທິບໍດີ ທຣຳ ທີ່ນະຄອນໂຮໂນລູລູ ລັດ ຮາວາຍ.
ຫົວໜ້າພະແນກຍຸຕິທຳລັດ ຮາວາຍ ທ່ານ Douglas Chin ກ່າວກ່ຽວກັບ ການຫ້າມເດີນທາງ ຂອງປະທານາທິບໍດີ ທຣຳ ທີ່ນະຄອນໂຮໂນລູລູ ລັດ ຮາວາຍ.

ສານສູງສຸດ ສະຫະລັດ ໄດ້ຂໍໃຫ້ລັດ ຮາວາຍ ຕອບປະທານາທິບໍດີ ດໍໂນລ ທຣຳ ພາຍ
ໃນວັນອັງຄານມື້ຮືນີ້ ກ່ຽວກັບ ແຮງບັນດານໃຈໃນການຂັດຂວາງການຕັດສິນຂອງຜູ້ພິ
ພາກສາ ທີ່ປ້ອງກັນການຫ້າມເດີນທາງຂອງທ່ານ ໂດຍການຖືກໃຊ້ກັບບັນດາພໍ່ເຖົ້າແມ່
ເຖົ້າຂອງ ປະຊາຊົນ ສະຫະລັດ ແລະ ອົບພະຍົບທີ່ໄດ້ຖືກຟ້ອງຮ້ອງແລ້ວ ໂດຍອົງການ
ຕັ້ງຖິ່ນຖານໃໝ່ຕ່າງໆ, ອີງຕາມການກ່າວຂອງຫ້ອງການຂໍ້ມູນສາທາລະນະໃນວັນເສົາ
ວານນີ້.

ໃນສຳນວນຄະດີເມື່ອວັນສຸກທີ່ຜ່ານມາ, ລັດຖະບານ ໄດ້ຂໍໃຫ້ໄອຍະການທັງຫຼາຍຕ່າວ
ປີ້ນການຕັດສິນໃຈໃນວັນພະຫັດທີຜ່່ານມາ ໂດຍຜູ້ພິພາກສາປະຈຳເມືອງໃນລັດ ຮາ
ວາຍ, ເຊິ່ງໄດ້ຈຳກັດຂອບເຂດຂອງການຫ້າມຊົ່ວຄາວ ຂອງລັດຖະບານ ກ່ຽວກັບ ອົບ
ພະຍົບ ແລະຄົນໂດຍສານຈາກ 6 ປະເທດທີ່ມີປະຊາກອນມຸສລິມເປັນສ່ວນໃຫຍ່.

ໃນຮອບຫຼ້າສຸດຂອງການຕໍ່ສູ້ ກ່ຽວກັບ ດຳລັດຂອງທ່ານ ທຣຳ ໃນວັນທີ 6 ມີນາທີ່ຜ່ານ
ມານັ້ນ, ໄດ້ເລີ່ມຂຶ້ນເມື່ອສານສູງສຸດໄດ້ເຂົ້າແຊກແຊງ ເພື່ອຟື້ນຄືນບາງສ່ວນຂອງການ
ຫ້າມສອງສະບັບໃນເດືອນທີ່ຜ່ານມາ ເຊິ່ງໄດ້ຖືກກີດກັ້ນໂດຍສານຊັ້ນຕົ້ນ. ການທີ່ສານ
ສູງສຸດ ໄດ້ກ່າວວ່າ ສະນັ້ນແລ້ວການຫ້າມຈຶ່ງມີຜົນບັງຄັບໃຊ້, ແຕ່ວ່າ ປະຊາຊົນທີ່ມີ
“ສາຍພົວພັນດ້ວຍຄວາມບໍລິສຸດໃຈ” ຕໍ່ຄົນ ຫຼື ໜ່ວຍງານ ສະຫະລັດ ນັ້ນແມ່ນຈະບໍ່ສາ
ມາດຖືກຫ້າມໄດ້. ລັດຖະບານໄດ້ແປຄວາມໝາຍຢ່າງຈຳກັດວ່າ ການຫ້າມຈະຖືກໃຊ້
ກັບພໍ່ເຖົ້າແມ່ເຖົ້າ ແລະ ສະມາຊິກຄອບຄົວອື່ນໆ, ເຊິ່ງກໍ່ໃຫ້ລັດ ຮາວາຍ ຕ້ອງຂໍໃຫ້ຜູ້
ພິພາກສາລັດ ຂອງ ສະຫະລັດ ທີ່ມີຫ້ອງການຕັ້ງຢູ່ລັດ ຮາວາຍ ອະທິບາຍຄວາມໝາຍຂະຫຍາຍອອກໄປຕື່ມ ກ່ຽວກັບ ຜູ້ທີ່ສາມາດໄດ້ຮັບອະນຸຍາດ.

ທ່ານ ທຣຳ ໄດ້ຫ້າມພວກນັກເດີນທາງຈາກປະເທດ ອີຣ່ານ, ລີເບຍ, ໂຊມາເລຍ, ຊູດານ,
ຊີເຣຍ ແລະ ເຢເມນ ສຳລັບ 90 ວັນ, ແລະ ອົບພະຍົບ 120 ວັນ. ສານສູງສຸດໄດ້ເຫັນດີ
ທີ່ຈະພິຈາລະຈາການໂຕ້ຖຽງປາກເປົ່າ ໃນລະດູໃບໄມ້ຫຼົ່ນ ກ່ຽວກັບວ່າ ການຫ້າມໄດ້
ລ່ວງລະເມີດລັດຖະທຳມະນູນ ສະຫະລັດ ຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG