ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ກຳມະການ ສົ່ງຜູ້ພິພາກສາ ສານສູງສຸດ ທີ່ ປ. ທຣຳ ເລືອກ ໄປໃຫ້ສະພາສູງ ຄົບຄະນະ


ຜູ້ຖືກສະເໜີ ແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານສູງສຸດ ທ່ານ Neil Gorsuch ໃຫ້ການ ຢູ່ລັດຖະສະພາ ທີ່ນະຄອນຫລວງ ວໍຊິງຕັນ.

ຄະນະ​ກຳມະການ​ສະພາ​ສູງ ​ໄດ້ໃຫ້ການອະນຸມັດຕໍ່ການສະ​ເໜີ​ແຕ່ງຕັ້ງ​ໃຫ້​ທ່ານ Neil Gorsuch ​ເປັນ​ຜູ້​ພິພາກສາສານ​ສູງ​ສຸດ ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ຈະ​ສົ່ງ​ຜູ້ທີ່​ປະທານາທິ
ບໍດີ Trump ຄັດ​ເລືອກ ​ໄປໃຫ້ສະພາ​ສູງຄົບ​ຄະນະ ບ່ອນ​ທີ່​ຄາດ ກັນ​ວ່າ​ຈະ​ມີການ​ຕໍ່ສູ້​
ກັນ​ຢ່າງ​ດຸ​ເດືອດທີ່​ອາດຈະພາ​ໃຫ້ມີ​ການ​ປ່ຽນ​ແປງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນກ່ຽວ​ກັບ​ວ່າສະພາ​
ສູງຈະ​ປະຕິບັດ​ບົດບາດຕາມ​ລັດຖະທຳມະນູນ​ໃນການ ໃຫ້​ຄຳແນະນຳ ​ແລະ​ເຫັນ​ພ້ອມ
ຂອງ​ຕົນ​ແບບ​ໃດ.

ຄະນະ​ກຳມະການ​ຍຸຕິ​ທຳ​ຂອງສະພາ​ສູງ​ໄດ້​ລົງ​ຄະ​ແນ​ສຽງ 11 ຕໍ່ 9 ​ໂດຍ​ທີ່​ພັກ ຣີພັບ​
ບລີ​ກັນທັງ​ໝົດ ​ໃຫ້ການ​ສະໜັບສະໜູນ ທ່ານ Gorsuch ແລະ​ພັກ​ເດ​ໂມ​ແຄຣັດທັງ​
ໝົດ​ຄັດຄ້ານ ຕໍ່ຜູ້​ພິພາກສາສານ​ອຸທອນຂອງ​ລັດຖະບານ​ກາງທີ່ນິຍົມ​ແນ​ວທາງ​ເດີມ
ທ່ານ​ນີ້.

ຜູ້ຖືກສະເໜີແຕ່ງຕ້ງຢູ່ ສານສູງສຸດ ທ່ານ Neil Gorsuch ຫັນຫລັງໃສ່ໜ້າກ້ອງຖ່າຍຮູບ.
ຜູ້ຖືກສະເໜີແຕ່ງຕ້ງຢູ່ ສານສູງສຸດ ທ່ານ Neil Gorsuch ຫັນຫລັງໃສ່ໜ້າກ້ອງຖ່າຍຮູບ.

ປະທານ​ຄະນະ​ກຳມະການຂອງສະມາຊິກ​ສະພາ​ສູງ​ ທ່ານ Chuck Grassley ທີ່​ສັງກັດພັກຣີພັບບລິ​ກັນ ຈາກ​ລັດ IOWA ກ່າວ​ວ່າ “ຜູ້​ພິພາກສາ Gorsuch ມີ​ຄຸນ​ນະ
​ສົມບັດ​ຢ່າງ​ແທ້​ຈິງ. ທ່ານ​ເປັນ​ຜູ້​ພິພາກສາສາຍ​ຫລັກທີ່​ສຳຄັນ ຜູ້​ທີ່​ໄດ້​ຮັບ​ຄວາມ​ເຄົາ
ລົບ​ຈາກ​ບັນດາ​ເພື່ອນ​ຮ່ວ​ມງານ​ທົ່ວ​ໄປ​ທີ່ນັ່ງຢູ່​ໃນສານ ​ແລະ​ຢູ່​ໃນ​ປະຊາ​ຄົມນັກ​ກົດ
ໝາຍ. ທ່ານ​ໃຊ້​ກົດໝາຍ​ດັ່ງ​ທີ່​ພວກ​ເຮົາຢູ່ໃນ​ສະພາໄດ້​ຂຽນ​ໄວ້. ທ່ານ​ເປັນ​ຜູ້​ພິພາກ
ສາ​ໃນ​ມະ​ໂນ​ພາບ ທີ່​ພວກ​ເຮົາ​ຄວນ​ຈະມີ​ຢູ່​ໃນ​ສານ​ສູງ​ສຸດ.”

ສະມາຊິກ​ພັກ​ເດ​ໂມ​ແຄຣັດກ່າວ​ວ່າ ຄຳໃຫ້ການ​ຂອງ​ທ່ານ Gorsuch ​ໃນ​ລະຫວ່າງ
ການ​ຮັບ​ເພື່ອ​ຮັບຮອງ​ເອົາ​ທ່ານ​ໃນ​ເດືອນ​ແລ້ວ​ນີ້ ​ໄດ້ເຮັດໃຫ້ເຂົາ​ເຈົ້າມີ​ຄຳ​ຖາມ​ ​ແລະ
​ຄວາມ​ເປັນ​ຫ່ວງຕື່ມ​ອີກ ​ກ່ຽວ​ກັບ​ປັດ​ຊະ​ຍາ​ຍຸຕິ​ທຳ​ຂອງ​ທ່ານ.

ຜູ້ຖືກສະເໜີແ່ຕ່ງຕັ້ງ ສານສູງສຸດ ທ່ານ Neil Gorsuch ກຳລັງໃຫ້ການຕໍ່ ຄະນະກຳມະການຍຸຕິທຳ ທີ່ລັດຖະສະພາ.
ຜູ້ຖືກສະເໜີແ່ຕ່ງຕັ້ງ ສານສູງສຸດ ທ່ານ Neil Gorsuch ກຳລັງໃຫ້ການຕໍ່ ຄະນະກຳມະການຍຸຕິທຳ ທີ່ລັດຖະສະພາ.

ຜູ້ນຳ​ທີ່​ສຳຄັນຂອງພັກ​ເດ​ໂມ​ແຄຣັດຢູ່​ໃນ​ຄະນະ​ກຳມະການທ່ານ​ນາງ Dianne
Feinstein ຈາກລັດ California ກ່າວວ່າ “ຂ້າພະເຈົ້າບໍ່ສາມາດສະໜັບສະໜູນ
ການສະເໜີ​ແຕ່ງຕັ້ງດັ່ງກ່າວ. ທັດສະນະ​ຄວາມ​ເຫັນ ຂອງຜູ້ພິພາກສາ Gorsuch
ແມ່ນ​ຍາກທີ່ຈະຮັບເອົາ ເພາະວ່າທ່ານໄດ້ປະຕິເສດ ບໍ່​ຍອມ​ຕອບ ຫລາຍໆຄຳຖາມ ແມ່ນແຕ່ບັນດາຄຳຖາມພື້ນຖານ ທີ່ໄດ້ຕອບໂດຍບັນດາຜູ້ ຖືກສະເໜີຄົນກ່ອນໆນັ້ນ.”

ບັນດາສະມາຊິກສະພາສູງ ຍຸຕິທຳ ຟັງຄຳໃຫ້ການຢູ່ລັດຖະສະພາ ທີ່ນະຄອນຫລວງ ວໍຊໍງຕັນ ໃນຂະນະທີ່ຜູ້ພິພາກສາ Nei; Gorsuch ຕອບຄຳຖາມ.
ບັນດາສະມາຊິກສະພາສູງ ຍຸຕິທຳ ຟັງຄຳໃຫ້ການຢູ່ລັດຖະສະພາ ທີ່ນະຄອນຫລວງ ວໍຊໍງຕັນ ໃນຂະນະທີ່ຜູ້ພິພາກສາ Nei; Gorsuch ຕອບຄຳຖາມ.

ຄວາມ​ເຫັນດັ່ງກ່າວ​ແມ່ນ​ໄດ້​ສະທ້ອນໂດຍສະມາຊິກສະພາສູງພັກເດໂມແຄຣັດ
Patrick Leahy ຈາກລັດ Vermont ຜູ້ທີ່ໄດ້ໃຫ້ຂໍ້ສັງເກດວ່າທ່ານ Gorsuch ໄດ້
ລັ່ງເລໃຈ ທີ່ຈະແບ່ງປັນທັດສະນະຂອງທ່ານ ກ່ຽວກັບການຕັດສິນ ດ້ານກົດ ໝາຍ
ຈຳນວນນຶ່ງ ທີ່ອາເມຣິກາ​ໃຫ້ການ​ຊື່ນ​ຊົມຢ່າງສຸດຂີດ​ເຊັ່ນ​ການ​ຕັດສິນ​ຂອງ ສານສູງ
ສຸດ ​ໃນປີ 1954 ທີ່​ເຮັດ​ໃຫ້ ການແບ່ງແຍກເຊື້ອຊາດຜີວພັນຢູ່ໃນໂຮງ ຮຽນອາເມຣິ
ກັນສິ້ນສຸດ​ລົງ​ນັ້ນ.

ທ່ານ Leahy ຖາມວ່າ “ມີໃຜແດ່ຢູ່ໃນຄະນະກຳມະການນີ້ ຫລືຢູ່່ບ່ອນໃດບ່ອນນຶ່ງ ທີ່ບໍ່ເຫັນພ້ອມກັບຄະດີ Brown ສູ້​ກັບ​ຄະນະກຳມະການໆສຶກສາ? ທ່ານ Gorsuch ໄດ້ປະຕິເສດທີ່ຈະກ່າວວ່າ ວັກ​ຕອນ​ຂອງ​ການ​ປົກປ້ອງ​ເທົ່າ​ທຽມກັນ ຂອງລັດຖະທຳ
ມະນູນ ນຳໃຊ້ຕໍ່ບັນດາແມ່ຍິງ​ ໄດ້​ຫຼືບໍ່. ທ່ານໄດ້ປະຕິເສດ ທີ່ຈະ ກ່າວວ່າ ຂອບ​ເຂດ​
ຂອງບົດ​ເພີ່ມ​ຕື່ມ​ລັດຖະທຳ​ມະນູນ​ຂໍ້​ທີ​ນຶ່ງ​ເຊື່ອ​ວ່າ ມັນ​ນຳ​ໃຊ້ ​ເພື່ອ​ການ​ທົດ​ສອບ​ທາງສາສະໜາຫລື​ບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG