ສານສູງສຸດ ສະຫະລັດ ຈະຮັບພິຈາລະນາ ການທ້າທາຍ ໂດຍ
ພວກກຸ່ມສາສະໜາ ທີ່ໄດ້ຄັດຄ້ານ ຕໍ່ຄວາມພະຍາຍາມຂອງລັດ
ຖະບານ ທີ່ຈະຮັບປະກັນວ່າ ບັນດາພະນັກງານຂອງພວກກຸ່ມ
ດັ່ງກ່າວ ສາມາດຈະໄດ້ຮັບການຄວບຄຸມກຳເນີດໂດຍບໍ່ເສຍເງິນ.
ພາຍໃຕ້ ກົດໝາຍການຮັກສາສຸຂະພາບປີ 2010 ພວກບໍລິສັດ
ປະກັນໄພສຸຂະພາບ ແມ່ນຕ້ອງໄດ້ສະໜອງ ການຄຸມກຳເນີດ
ນອກເໜືອໄປຈາກວ່າ ພວກນາຍຈ້າງຈະເປັນອົງກອນສາສະໜາ.
ສ່ວນພວກກຸ່ມທີ່ພົວພັນກັບສາສະໜາອື່ນໆທີ່ຄັດຄ້ານຕໍ່ການຄຸມກຳເນີດ ແມ່ນຕ້ອງໄດ້ ບອກໃຫ້ລັດຖະບານ ຫຼື ພວກບໍລິສັດປະກັນໄພສຸຂະພາບ ຂອງພວກເຂົາເຈົ້າຊາບ ວ່າ
ພວກເຂົາບໍ່ເຫັນດີ ແລະຕໍ່ຈາກນັ້ນ ບໍລິສັດ ປະກັນໄພສຸຂະພາບບໍ່ແມ່ນນາຍຈ້າງ ຕ້ອງ
ຈ່າຍ ແລະ ສະໜອງໃຫ້ ພວກພະນັກງານ ດ້ວຍແຜນການຄວບຄຸມກຳເນີດ ຢູ່ໃນປະກັນ
ໄພສຸຂະພາບ.
ພວກກຸ່ມຂອງສາສະໜາ ກ່າວວ່າ ພວກເຂົາເຈົ້າຄັດຄ້ານ ທີ່ຈະຕ້ອງແຈ້ງໃຫ້ພວກປະກັນ
ໄພສຸຂະພາບ ຫຼື ລັດຖະບານ ກ່ຽວກັບການຂັດຂ້ອງຕໍ່ການໃຫ້ຮັບປະກັນການຄຸມກຳເນີດ
ໂດຍໂຕ້ຖຽງວ່າ ມັນເປັນການເຮັດໃຫ້ພວກເຂົາເຈົ້າ ມີຄວາມຜິດໃນການສະໜອງ ການ
ບໍລິການເຫຼົ່ານັ້ນ.
ສານສູງສຸດ ຈະພິຈາລະນາເບິ່ງວ່າ ກົດລະບຽບທັງຫຼາຍ ລະເມີດສິດທິ ພາຍໃຕ້ກົດໝາຍ
ເສລີພາບທາງສາສະໜາ ຫຼືບໍ່.
ໃນປີ 2014 ສານໄດ້ຕັດສິນວ່າ ພວກເຈົ້າຂອງ ບໍລິສັດຂອງອາເມຣິກາ ທີ່ມີການຂັດຂ້ອງ
ຍ້ອນສາສະໜາ ອາດຈະປະຕິເສດບໍ່ໃຫ້ການຮັບປະກັນການຄວບຄຸມກຳເນີດ ໃນປະກັນ
ໄພສຸຂະພາບ ຊຶ່ງດຽວນີ້ເປັນສ່ວນນຶ່ງຂອງການປະກັນສຸຂະພາບ ພະນັກງານ ໂດຍທົ່ວໄປ
ທີ່ຈະຕ້ອງມີ ໂດຍກຳນົດໄວ້ໃນກົດໝາຍ.
ຄະດີດັ່ງກ່າວ ໄດ້ກ່ຽວພັນກັບ ພວກເຈົ້າຂອງບໍລິສັດ ຮ້ານຄ້າຂາຍເຄື່ອງທາງດ້ານສິນລະປະ
ຊື່ວ່າ Hobby Lobby ທີ່ເປັນຄິຣສຕຽນນັບຖືການສອນຂອງພະເຍຊູ ຜູ້ທີ່ບໍ່ຍິນຍອມໃຫ້
ການຮັບປະກັນ ການຄຸມກຳເນີດແບບໃດແບບນຶ່ງ ເຊັ່ນວ່າ ຢາຄຸມກຳເນີດ morning-after
ຢູ່ໃນແຜນ ປະກັນໄພສຸຂະພາບຂອງພະນັກງານ ຂອງພວກເຂົ້າເຈົ້າ ໂດຍໂຕ້ຖຽງວ່າ ຈະ
ເປັນການເຮັດໃຫ້ ພວກເຂົ້າເຈົ້າມີຄວາມຜິດ ໃນການສົມຮູ້ຮ່ວມຄິດກ່ຽວກັບການເຮັດແທ້ງລູກ.
ສານໄດ້ຕັດສິນ ດ້ວຍຄະແນນສຽງ 5 ຕໍ່ 4. ຜູ້ພິພາກສາ 8 ທ່ານ ຈະຮັບຟັງຄະດີດັ່ງກ່າວ
ໃນວັນພຸດ ຫຼັງຈາກການເສຍຊີວິດ ຂອງຜູ້ພິພາກສາ ທີ່ນິຍົມແນວທາງເດີມ ທ່ານ Antonin
Scalia ເມື່ອເດືອນແລ້ວນີ້.