ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານສູງສຸດ ສະຫະລັດ ຈະເລີ່ມການດຳເນີນ ງານ ໄລຍະໃໝ່ ໃນວັນຈັນມື້ອື່ນນີ້


ສານສູງສຸດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ.
ສານສູງສຸດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ.

ສານສູງສຸດ ສະຫະລັດ ຈະເລີ່ມໄລຍະການພິພາກສາໄລຍະໃໝ່ໃນວັນຈັນມື້ອື່ນນີ້, ແລະ ເປັນຄັ້ງທຳອິດໃນຮອບ 25 ປີ, ທີ່ມີຜູ້ພິພາກສາພຽງ 8 ທ່ານທີ່ໄດ້ຖືກຕື່ມຕຳແໜ່ງໃນ 9 ບ່ອນນັ່ງ, ເຊິ່ງອະນາຄົນຂອງພວກເພິ່ນຈະຖືກຕັດສິນໂດຍການເລືອກຕັ້ງປະທານາທິບໍດີ.

ສານດັ່ງກ່າວໄດ້ຖືກແບ່ງແຍກອອກກັນໃນດ້ານແນວຄິດ ລະຫວ່າງ ພວກເສລີນິຍົມ ແລະ ອະນຸລັກນິຍົມ ນັບຕັ້ງແຕ່ການເສຍຊີວິດຢ່າງກະທັນຫັນຂອງຜູ້ພິພາກສາຫົວອະນຸລັກນິ ຍົມທ່ານ Antonin Scalia ໃນເດືອນກຸມພາທີ່ຜ່ານມາ, ເຮັດໃຫ້ຄະດີທີ່ສຳຄັນຫຼາຍຄະດີ ບໍ່ມີຄວາມຫວັງທີ່ຈະຖືກແກ້ໄຂ ຈົນກວ່າຜູ້ພິພາກສາຄົນໄໝ່ຈະຖືກແຕ່ງຕັ້ງ ແລະ ຢືນຢັນ ໂດຍສະພາສູງ.

ຜູ້ຖືກສະເໜີຊື່ຂອງປະທານາທິບໍດີ ບາຣັກ ໂອບາມາ ສຳລັບຕຳແໜ່ງທີ່ຫວ່າງນັ້ນ, ຄືຜູ້ພິ ພາກສາເສລີນິຍົມທ່ານ Merrick Garland ແມ່ນຍັງບໍ່ທັນໄດ້ຮັບການຢືນຢັນເທື່ອ. ບັນ ດາສະມາຊິກພັກຣີພັບບລີກັນກ່າວວ່າ ພວກເຂົາເຈົ້າຈະລໍຖ້າຈົນກວ່າປະທານາທິບໍດີຄົນ ຕໍ່ໄປຖືກເລືອກເອົາເພື່ອພິຈາລະນາຜູ້ສະໝັກແຕ່ລະຄົນ.

ນັ້ນກໍໝາຍຄວາມວ່າ ເມື່ອບັນດາຜູ້ລົງຄະແນນສຽງ ສະຫະລັດ ໄດ້ເລືອກເອົາລະຫວ່າງ ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທີ່ມີຄວາມແຕກຕ່າງກັນຢ່າງກວ້າງຂວາງ, ຄື ທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ກັບ ທ່ານ Donald Trump ຈາກພັກ ຣີພັບບລີກັນ, ຜູ້ທີ່ໄດ້ຖືກເລືອກເອົານັ້ນຈະມີອຳນາດໃນການນຳພາທິດທາງຂອງສານສູງ ສຸດສຳລັບຫຼາຍປີຂ້າງໜ້າ.

ຖ້າທ່ານນາງ Clinton ຊະນະໃນການເລືອກຕັ້ງ, ທ່ານ Garland ເບິ່ງຄືວ່າຈະໄດ້ຮັບການ ຢືນຢັນ, ເຮັດໃຫ້ສານສູງສຸດມີຜູ້ພິພາກສາທີ່ໂນ້ມອຽງໄປທາງເສລີນິຍົມ 5 ຄົນ ແລະ 4 ຄົນແມ່ນຝ່າຍອະນຸລັກນິຍົມ. ຖ້າທ່ານ Trump ໄດ້ຊະນະ, ທ່ານກໍຄົງຈະຫາຜູ້ພິພາກສາ ຫົວອະນຸລັກນິຍົມຄົນອື່ນມາແທນທີ່ທ່ານ Scalia, ເປັນການໂນ້ມອຽງຄວາມດຸ່ນດ່ຽງຂອງ ສານໄປສູ່ຫຼັກການອະນຸລັກນິຍົມ.

ແຕ່ແນວໃດກໍຕາມ, ສານດັ່ງກ່າວກໍຍັງມີເວລາໜຶ່ງເດືອນຈົນກວ່າຜູ້ສືບທອດຂອງທ່ານ ໂອບາມາ ຈະໄດ້ຖືກເລືອກເອົາ, ແລະ ຈົນກວ່າເວລານັ້ນ, ພວກເຂົາເຈົ້າໄດ້ກຳນົດຄະດີ ຕ່າງໆ ທີ່ບໍ່ອາໄສການອຽງໃສ່ແນວຄິດຢ່າງຮຸນແຮງເຊັ່ນຄະດີ ກ່ຽວກັບ ຊັບສິນທາງປັນ ຍາ, ການແບ່ງແຍກເມືອງ ແລະ ການຊື້ຂາຍໂດຍໃຊ້ຂໍ້ມູນວົງໃນແລະອື່ນໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິິດ

XS
SM
MD
LG