ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ໄດ້ຖືກຮ້ອງຂໍໃຫ້ຕັດສິນວ່າ ທ່ານທຣໍາ ໄດ້ຮັບການຄຸ້ມກັນ ຈາກການດຳເນີນຄະດີ ຫຼືບໍ່ 


ແຟ້ມພາບ - ໄອ​ຍະ​ການສານພິເສດຂອງສະຫະລັດ ທ່ານ ແຈັກ ສມິທ (Jack Smith) ກ່າວເຖິງການຮ້ອງຟ້ອງຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໃນວັນທີ 1 ສິງຫາ 2023 ຢູ່ທີ່ກະຊວງຍຸດຕິທຳ ໃນວໍຊິງຕັນ.
ແຟ້ມພາບ - ໄອ​ຍະ​ການສານພິເສດຂອງສະຫະລັດ ທ່ານ ແຈັກ ສມິທ (Jack Smith) ກ່າວເຖິງການຮ້ອງຟ້ອງຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໃນວັນທີ 1 ສິງຫາ 2023 ຢູ່ທີ່ກະຊວງຍຸດຕິທຳ ໃນວໍຊິງຕັນ.

ໄອ​ຍະ​ການສານພິເສດຂອງສະຫະລັດ ທ່ານ ແຈັກ ສມິທ (Jack Smith) ໄດ້ຮ້ອງຂໍໃຫ້ສານສູງສຸດ ໃນວັນຈັນ ພິຈາລະນາໂດຍໄວ ວ່າອະດີດປະທານາທິ ບໍດີ ດໍໂນລ ທຣຳ ໄດ້ຮັບການຄຸ້ມກັນຈາກ​ການ​ຟ້ອງ​ຮ້ອງ ທີ່ກ່າວຫາວ່າທ່ານສົມຮູ້ຮ່ວມຄິດຢ່າງຜິດກົດໝາຍ ເພື່ອຕ່າວປີ້ນຄວາມພ່າຍແພ້ໃນການເລືອກຕັ້ງ ປີ 2020 ຂອງທ່ານ ກັບທ່ານ ໂຈ ໄບເດັນ ຫຼື​ບໍ່.

ໃນຄວາມພະຍາຍາມ ທີ່ຈະຮັກສາກໍານົດເວລາ ການພິຈາລະນາຄະດີ ຂອງທ່ານທຣໍາ ໃນວໍຊິງຕັນ ໃນວັນທີ 4 ມີນາ ໃຫ້ເປັນໄປຕາມແຜນ, ທ່ານສມິທ ໄດ້ຂໍໃຫ້ສານສູງສຸດຂອງປະເທດ ສະຫນັບສະຫນູນຄໍາຕັດສິນ ຂອງຜູ້ພິພາກ ສາສະຫະລັດ,​ ທ່ານນາງ ທັນຍາ ຈຸຕຄານ (Tanya Chutkan) ວ່າຄະດີສາມາດດໍາເນີນຕໍ່ໄປໄດ້ ແລະຫຼີກລ້ຽງການຂໍອຸທອນຂອງທ່ານທຣໍາ ກ່ຽວກັບຄໍາຕັດສິນຂອງທ່ານນາງ ຕໍ່ສານອຸທອນຂອງລັດຖະບານກາງ ໃນ ວໍຊິງຕັນ, ເຊິ່ງເປັນຂະບວນການ ທີ່ອາດຈະໃຊ້ເວລາຫຼາຍເດືອນ.

"ສະຫະລັດຮັບຮູ້ດີວ່າ ນີ້ແມ່ນຄໍາຮ້ອງຂໍພິເສດ," ທ່ານສມິທ ກ່າວຕໍ່ສານສູງສຸດ. "ນີ້ແມ່ນກໍລະນີພິເສດ."

ບໍ່ເທົ່າໃດຊົ່ວໂມງຕໍ່ມາ, ສານສູງສຸດໄດ້ຕົກລົງ ທີ່ຈະຮັບຟັງຂໍ້ໂຕ້ແຍ້ງຈາກທັງສອງຝ່າຍກ່ຽວກັບວ່າ ຄວນຈະດໍາເນີນການຢ່າງວ່ອງໄວ ເພື່ອຕັດສິນ ວ່າ ທ່ານທຣຳ ໄດ້ຮັບການຄຸ້ມກັນ ຈາກການຖືກຟ້ອງ​ຮ້ອງຫາທາງອາຍາ ຫຼືບໍ່. ທະນາຍຄວາມ​ຂອງ​ທ່ານ ທຣຳ ​ໄດ້​ຮັບຄຳສັ່ງໃຫ້​ຍື່ນສະຫຼຸບ​ໂດຍ​ຫຍໍ້​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ ພາຍໃນ​ວັນ​ທີ 20 ທັນວາ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG