ສານສູງສຸດຂອງສະຫະລັດໄດ້ປະກາດເປັນໂມຄະສາມວັກ ຂອງກົດໝາຍ SB 1070 ຂອງ
ລັດອາຣີໂຊນາທີ່ແນໃສ່ພວກຄົນເຂົ້າເມືອງຜິດກົດໝາຍນັ້ນໂດຍກ່າວວ່າ ມັນເປັນການລ່ວງ
ລະເມີດຕໍ່ອຳນາດຂອງລັດຖະບານກາງກ່ຽວກັບເລື່ອງຄົນເຂົ້າເມືອງ. ແຕ່ສານສູງສຸດສະຫະ
ລັດ ຍັງຮັກສາໄວ້ຂໍ້ກຳນົດນຶ່ງ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ທີ່ບັງຄັບໃຫ້ຕຳຫຼວດກວດກາ
ເບິ່ງຖານະຄົນເຂົ້າເມືອງຂອງພວກທີ່ເຂົາເຈົ້າຢຸດລົດ ເພື່ອກວດຍ້ອນເຫດຜົນເລື່ອງອື່ນໆຖ້າ
ຕຳຫຼວດຫາກສົງໄສວ່າ ເຂົາເຈົ້າໄດ້ເຂົ້າມາໃນສະຫະລັດຢ່າງຜິດກົດໝາຍ.
ນັ້ນຄືສຽງອະທິບາຍເປັນພາສາສະເປັນ ໃຫ້ພວກຄົນງານທີ່ສູນກາງແຮງງານລາຍວັນແຫ່ງ
ນຶ່ງ ໃນນະຄອນ Los Angeles ຊຶ່ງພວກເຂົາເຈົ້າໄດ້ຕິດຕາມເບິ່ງການອະພິປາຍກ່ຽວກັບ
ເລື່ອງນີ້ຢ່າງໃກ້ຊິດ.
ພວກເຂົາເຈົ້າເປັນຄົນລັດແຄລີຟໍເນຍ ດັ່ງນັ້ນກົດໝາຍດັ່ງກ່າວຈຶ່ງບໍ່ມີຜົນກະທົບແນວໃດຕໍ່
ພວກເຂົາເຈົ້າ. ແຕ່ທ້າວ Saul Linas ແຮງງານຊົ່ວຄາວຄົນນຶ່ງເວົ້າວ່າ ລາວຢ້ານວ່າ ກົດ
ໝາຍຂອງລັດອາຣີໂຊນານີ້ ເປັນສ່ວນນຶ່ງຂອງແນວໂນ້ມ ຫຼືທ່າອຽງແຫ່ງຊາດຢູ່ໃນສະຫະ
ລັດ.
ທ້າວ Linas ເວົ້າວ່າ "ຂ້ອຍຮູ້ສຶກເສຍໃຈ ຍ້ອນວ່າ ມັນເປັນສິ່ງ ທີ່ກຳລັງເກີດຂຶ້ນຕໍ່ພວກ
ຂ້ອຍທີ່ມາຈາກອາເມຣິກາລາຕິນ ແລະຂ້ອຍຮູ້ສຶກເສຍໃຈຍ້ອນມັນເປັນສິ່ງທີ່ບໍ່ຄວນເກີດ
ຂຶ້ນເລີຍ. ມັນຄວນຈະມີຄວາມສະເໝີພາບກັນສຳຫຼັບທຸກໆຄົນ ສຳຫຼັບທຸກໆຄົນໃນປະ
ເທດນີ້ ທີ່ເຮັດວຽກເຮັດການ.”
ພວກທີ່ລັກລອບເຂົ້າມາໃນສະຫະລັດແບບຜິດກົດໝາຍນັ້ນ ຕ້ອງໄດ້ຖືກເນລະເທດໂດຍ
ເຈົ້າໜ້າທີ່ລັດຖະບານກາງ.
ທ້າວ Aaron Pineda ອາຍຸ 36 ປີໄດ້ຖືກພາເຂົ້າມາຢູ່ນະຄອນ Los Angeles ຕັ້ງແຕ່
ຍັງນ້ອຍ. ລາວບໍ່ມີເອກກະສານຫຼືໜັງສືຄົນເຂົ້າເມືອງໃດໆເລີຍ ແລະກໍມີຄວາມວິຕົກກັງ
ວົນຢ້ານຈະຖືກເນລະເທດໄປຍັງເມັກຊິໂກ.
ທ້າວ Pineda ເວົ້າວ່າ “ຄືກັນກັບພວກເຂົາເຈົ້າສົ່ງຂ້ອຍໄປຕ່າງປະເທດນີ້ແລ້ວ. ຂ້ອຍ
ບໍ່ຢາກໄປເມັກຊິໂກ. ເມຍຂອງຂ້ອຍ ລູກຂອງຂ້ອຍ 6 ຄົນແມ່ນຢູ່ນີ້ ພວກເຂົາພາກັນ
ໄປໂຮງຮຽນ ແລະກໍໄດ້ຮັບຄະແນນດີໆ. ມັນຈະສ້າງຄວາມຫຍຸ້ງຍາກຢ່າງໃຫຍ່ຫລວງ
ຖ້າພວກເຂົາເຈົ້າຕ້ອງການຢາກສົ່ງຂ້ອຍໄປເມັກຊິໂກ. ຂ້ອຍບໍ່ມີຫຍັງຢູ່ທີ່ນັ້ນ.”
ຜູ້ປົກຄອງລັດອາຣີໂຊນາ ທ່ານນາງ Jan Brewer ກ່າວວ່າ ກົດໝາຍສະບັບນີ້ຂອງລັດ
ທ່ານນາງ ເວລານີ້ມີຜົນບັງຄັບໃຊ້ແລ້ວ ເຖິງແມ່ນບໍ່ມີຂໍ້ກຳນົດຕ່າງໆທີ່ສານສູງສຸດໄດ້ປະ
ກາດເປັນໂມຄະໄປນັ້ນ ກໍຕາມ.”
ທ່ານນາງ Brewer ເວົ້າວ່າ “ສານໄດ້ຕັດສິນເຫັນພ້ອມ ກ່ຽວກັບຄວາມສາມາດ ໃນ
ການປະຕິບັດກົດໝາຍ ຂອງເຈົ້າໜ້າທີ່ທ້ອງຖິ່ນ ເພື່ອໃຫ້ຄວາມຊ່ອຍເຫຼືອແກ່ລັດຖະ
ບານກາງ ໃນດ້ານກົດໝາຍຄົນເຂົ້າເມືອງ ຊຶ່ງໝາຍຄວາມວ່າ ພວກເຈົ້າໜ້າທີ່ເຫຼົ່ານີ້
ຖ້າຫາກເຂົາເຈົ້າມີຄວາມສົງໄສ ທີ່ສົມເຫດສົມຜົນນັ້ນ ກໍແມ່ນມີສິດສອບຖາມບຸກຄົນ
ໃດບຸກຄົນນຶ່ງ ທີ່ຖືກຈັບຢູ່ແລ້ວນັ້ນໄດ້ ເພື່ອຢັ້ງຢືນວ່າ ພວກເຂົາເຈົ້າມີຖານະທາງກົດ
ໝາຍຢູ່ໃນລັດອາຣີໂຊນາຫຼືບໍ່.”
ສ່ວນນັກດາລາສາດ Benjamin Zuckerman ຈາກມະຫາວິທຍະລາໄລລັດແຄລີຟໍເນຍ
ທີ່ນະຄອນ Los Angeles ກ່າວວ່າ ທ່ານມີຄວາມກັງວົນໃຈ ກ່ຽວກັບຜົນກະທົບຈາກ
ການເຕີບໂຕຂອງປະຊາກອນ ທີ່ມີຕໍ່ສະພາບແວດລ້ອມ ແລະການເຂົ້າເມືອງທີ່ບໍ່ມີການ
ຄວບຄຸມຂອງປະເທດ. ທ່ານ Zuckerman ເປັນສະມາຊິກຂອງກຸ່ມທີ່ມີຊື່ວ່າ ຊາວແຄລີ
ຟໍເນຍເພື່ອສະຖຽນລະພາບດ້ານປະຊາກອນ.
ທ່ານ Zuckerman ເວົ້າວ່າ “ເວລານີ້ ມີຊາວອາເມຣິກັນ 20 ລ້ານຄົນຫຼືປະມານນັ້ນ
ພວມຫວ່າງງານຢູ່ ຫຼາຍໆຄົນໃນຈຳນວນນີ້ ແມ່ນເປັນຊາວອາເມຣິກັນຜິວດຳ ແລະ
ພວກຮິສແປນິກ ຊຶ່ງພວກຄົນທັງສອງກຸ່ມນີ້ ເປັນພົນລະເມືອງຫລືບໍ່ກໍໄດ້ເຂົ້າມາຢູ່ໃນ
ສະຫະລັດຢ່າງຖືກຕ້ອງຕາມກົດໝາຍ ພວກເຮົາຈຶ່ງບໍ່ຢາກເຫັນຜູ້ຄົນໃນຈຳນວນເພີ່ມ
ຂຶ້ນ ເຂົ້າມາໃນສະຫະລັດຢ່າງຜິດກົດໝາຍ ຍ້ອນພວກເຂົາຈະມາຍາດແຍ່ງແຂ່ງດີ ກັບ
ພວກຄົນທີ່ຢູ່ທີ່ນີ້ແລ້ວ ແລະກໍຕ້ອງການວຽກເຮັດງານທຳນັ້ນ.”
ທັງສອງຝ່າຍຂອງການອະພິປາຍ ຕ່າງກໍເບິ່ງໄປຍັງລັດຖະບານກາງສະຫະລັດເພື່ອໃຫ້
ແກ້ໄຂບັນຫາພວກຄົນເຂົ້າເມືອງຜິດກົດໝາຍ ຈຳນວນຫຼາຍໆລ້ານຄົນ ທີ່ຢູ່ໃນສະຫະ
ລັດແລ້ວນັ້ນ.