ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ ​ສຫລ​ ຈະ​ພິຈາລະນາ​ ຄະດີ​ດຳລັດ ປ. ​ທຣໍາ


ແສງຕາເວັນກຳລັງພຸ່ງຂຶ້ນຢູ່ຫລັງຕຶກ ສານສູງສຸດສະຫະລັດ ໃນນະຄອນຫລວງ ວໍຊິງຕັນ.
ແສງຕາເວັນກຳລັງພຸ່ງຂຶ້ນຢູ່ຫລັງຕຶກ ສານສູງສຸດສະຫະລັດ ໃນນະຄອນຫລວງ ວໍຊິງຕັນ.

ສານ​ສູງ​ສຸດ​ສະຫະລັດ​ກ່າວ​ວ່າ ຕົນຈະ​ພິຈາລະນາ​ຄະດີ ກ່ຽວ​ກັບ​ດຳລັດ ຂອງ ປະທາ
​ນາ​ທິບໍດີ ດໍ​ໂນ​ລ ​ທຣໍາ ທີ່​ຫ້າມ​ການ​ເດີນທາງ ​ແລະ​ໃນ​ຂະນະ​ດຽວ​ກັນ​ສ່ວນ​ໃຫຍ່​ຂອງ
​ດຳລັດ​ອາດ​ຈະມີຜົນ​ບັງຄັບ​ໃຊ້.

ປະທານາທິບໍ​ດີ​ທຣໍາ ​ໄດ້​ດັດ​ແປງດຳລັດ ທີ່ມັກມີ​ການ​ອ້າງ​ເຖິງວ່າ ​ເປັນການ​ຫ້າມ​ໃນ​
ການ​ເດີນທາງ ​ໂຈະ​ການ​ເຂົ້າ​ມາ​ໃນສະ​ຫະລັດ​ສຳລັບ​ປະຊາຊົນ​ຈາກ​ຫົກ​ປະ​ເທດ ທີ່
ສ່ວນໃຫຍ່ເປັນປະ​ເທດ​ທີ່​ນັບຖື​ສາສະໜາ​ອິສລາມ ​ເປັນ​ເວລາ​ 90 ມື້ ​ແລະ​ໂຄງການ​
ອົບ​ພະຍົບຂອງ​ປະ​ເທດເປັນ​ເວລາ 120 ມື້. ດຳ​ລັງກ່າວ​ວ່າ​ບາດ ກ້າວ​ເຫລົ່າ​ນີ້ ແມ່ນມີ​
ຄວາມ​ຈຳ​ເປັນ ​ເພື່ອດັດແປງ​ການກວດ​ກາ​ຄວາມ​ປອດ​ໄພ ​ເພື່ອ​ຄຸ້ມ​ຄອງ​ປະ​ເທດ​ຈາ​ກ
ການ​ຂົ່ມຂູ່​ພາຍ​ນອກ.

​ດຳລັດ​ຫ້າມ​ເດີ​ນທາງ​ໄດ້​ຢູ່​ພາຍ​ໃຕ້ຄຳ​ສັ່ງ​ງົດ​ໃຊ້ຂອງສານ​ລັດຖະບານ​ກາງສອງ​ແຫ່ງ
ທີ່​ແຕກ​ຕ່າງ​ກັນ ບ່ອນ​ນຶ່ງ​ຢູ່​ລັດ Hawaii ​ແລະ​ບ່ອນ​ນຶ່ງ​ຢູ່​ລັດ Maryland. ການ​ຕັດ​ສິນ
ດັ່ງກ່າວ ​ແມ່ນ​ໄດ້​ງົດໂດຍສານ​ອຸທອນ​ທີ່ແຕກ​ຕ່າງ​ກັນ.

ສານ​ສູ​ງສຸດ​ຂອງ​ປະ​ເທດ​ໄດ້​ເອົາທັດສະນະ​ທີ່​ແຕກ​ຕ່າງ​ເລັກ​ນ້ອຍໂດຍອະນຸຍາດໃຫ້
ຫ້າມ​ຕໍ່​ບັນດາ​ຜູ້ເດີນທາງ​ມາຈາກ ລີ​ເບຍ ອີ​ຣ່ານ ​ໂຊມາ​ເລຍ ຊູ​ດານ ຊີ​ເຣຍ ​ແລະ​ເຢ​
ເມນ ​ແລະໂຈະໂຄງການ​ອົບ​ພະ​ຍົບ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຜູ້​ພິພາກສາ​ໄດ້​ກ່າວ​ວ່າ ການ​ຫ້າມ​ເດີນທາງ​ບໍ່​ສາມາດ​ບັງຄັບໃຊ້ຕໍ່
“ຊາວປະ​ເທດຜູ້​ທີ່​ອ້າງ​ໃນ​ຄວ​າມເຊື່ອ​ຖືຢ່າງ​ແນ່ນອນ​ ເຖິງຄວາມສຳພັນ​ກັບບຸກຄົນ
​ຫລືອົງການໃດ​ນຶ່ງ ຢູ່​ໃນ​ສະຫະລັດ.”

ສານ​ໄດ້ຕີ​ຄວາມ​ໝາຍ​ຄວາມ​ສຳພັນ​ທີ່​ຈະ​ເຮັດ​ໃຫ້​ເປັນ​ທີ່​ເໝາະ​ສົມ ​ແກ່​ບັນດາ​ສ່ວນ​
ບຸກຄົນ ຄວາມ​ສຳພັນຄອບຄົວ ສຳ​ຫລັບບັນດາ​ນັກ​ສຶກສາ ທີ່​ຖືກ​ຮັບ​ເຂົ້າ​ມະຫາວິທະ
ຍາ​ໄລ​ຕ່າງໆ ສຳ​ຫລັບ​ຄົນ​ງານ ວຽກ​ການ​ທີ່​ຖືກ​ມອບ​ໝາຍ​ໃຫ້.

ປະທານາທິບໍດີ​ທຣໍາ ​ໄດ້​ກ່າວ​ວ່າ ​ດຳລັດ​ການ​ເດີນທາງ​ຈະມີ​ຜົນ​ບັງຄັບໃຊ້ 72 ຊົ່ວ​ໂມງ
​ຫລັງ​ຈາກ​ການ​ຕັດສິນ​ຂອງ​ສານ​ສູງ​ສຸດ.

Supreme Court Unblocks Parts of Trump's Travel Ban
please wait

No media source currently available

0:00 0:02:03 0:00

ຢູ່​ໃນ​ຖະ​ແຫລ​ງການ​ວັນ​ຈັນ​ວານ​ນີ້ ທ່ານ​ໄດ້​ຮ້ອງ​ການ​ຕັດ​ສີນ​ໃຈ​ຂອງ​ສານ​ສູງ​ສຸດ​ວ່າ
“​ເປັນ​ໄຊ​ຊະນະ​ທີ່​ແຈ້ງ​ຂາວ."

ປະທານາທິບໍດີ​ໄດ້​ກ່າວ​ເພີ້ມວ່າການ​ຕັດສິນ​ຊ່ວຍ​ໃຫ້​ທ່ານ​ປ້ອງ​ກັນ​ປະ​ເທດ​. “​ໃນ​ນາມ​
ປະ​ທາ​ນາ​ທິບໍດີ ຂ້າພະ​ເຈົ້າ​ບໍ່​ສາມາດ​ອະ​ນຸຍາດ​ໃຫ້​ຄົນ​ເຂົ້າມາປະ​ເທດຂອງ ພວກ​ເຮົາ
ຜູ້​ທີ່​ຕ້ອງການ​ທຳຮ້າ​ຍພວກ​ເຮົາ. ຂ້າພະ​ເຈົ້າ​ຕ້ອງການ​ຄົນ​ຜູ້​ທີ່​ສາມາດ ຮັກ​ຫອມສະຫະ
ລັດ ​ແລະ​ປະຊາຊົນ​ຂອງ​ປະ​ເທດ​ທັງ​ໝົດ ​ແລະ​ຜູ້​ທີ່​ຈະ​ເຮັດ​ວຽກ​ໜັກ ​ແລະ​ມີ​ຜົນງານ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG