ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານສູງສຸດ ມີກຳນົດ ປະກາດ ກົດໝາຍ ແທ້ງລູກ ທີ່ມີຄວາມສຳຄັນ

ພວກປະທ້ວງສະເຫຼີມສະຫຼອງທີ່ສານສູງສຸດ ສະຫະລັດ ຫຼັງຈາກ ສານໄດ້ປະກາດກົດໝາຍລັດ Texas ໃນການວາງກົດ ລະບຽບອັນເຂັ້ມງວດຕໍ່ແພດໝໍທີ່ທຳການແທ້ງລູກ ແລະ ສະຖານທີ່ຕ່າງໆທີ່ໄດ້ສ້າງຂຶ້ນມາເພື່ອການທຳແທ້ງ ເຊິ່ງພວກ ນັກວິຈານໄດ້ຕໍ່ສູ້ເພື່ອໃຫ້ປິດມັນລົງໃນນະຄອນຫຼວງ ວໍຊິງຕັນ. 27 ມິຖຸນາ, 2016

ສານສູງສຸດ ສະຫະລັດ ພ້ອມທີ່ຈະພິພາກສາ ໃນວັນຈັນມື້ນີ້ ເລື່ອງການແທ້ງ ລູກ ທີ່ອາດເປັນການຕັດສິນ ທີ່ສຳຄັນຢ່າງຍິ່ງ ຂອງສານສູງສຸດ ໃນຮອບ 25​ ປີ ທີ່ຈະແກ້ໄຂບັນຫາຂັດແຍ້ງ ທີ່ອາດຈະປ່ຽນສິດທິຕ່າງໆ ໃນລັດຖະທຳມະນູນ ທີ່ເປັນຜົນກະທົບຕໍ່ພວກແມ່ຍິງ ຫຼາຍໆພັນຄົນ.

ໃຈກາງຂອງຄະດີ ແມ່ນລວມສູນຢູ່ໃນກົດໝາຍສະບັບໜຶ່ງ ຂອງລັດ Texas ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ທີຊ່ອຍປົກປ້ອງສຸຂະພາບຂອງ ພວກແມ່ຍິງຜູ້ແທ້ງລູກ ຫຼື ເຮັດໃຫ້ເກີດ “ພາລະທີ່ບໍ່ປະສົງ” ເພື່ອບໍ່ໃຫ້ພວກ ແມ່ຍິງ ຍົກເລີກການຖືພາຂອງພວກເຂົາເຈົ້າ ໂດຍຜິດຕໍ່ບົດບັນຍັດລັດຖະ ທຳມະນູນ. ກົດໝາຍຂອງລັດ Texas ນັ້ນ ແມ່ນຄືກັນກັບຢູ່ໃນລັດອະນຸລັກ ນິຍົມອື່ນໆ ທີ່ບົ່ງວ່າໃຫ້ພວກທ່ານໝໍທຳແທ້ງ ຕ້ອງໃຫ້ສິດຮັບເອົາເຂົ້າໂຮງໝໍ ທີ່ຢູ່ໃກ້ກັບຄລີນິກທຳແທ້ງຂອງພວກຕົນ ແລະ ໃຫ້ພວກຄີລນິກດັ່ງກ່າວ ມີອຸປະກອນທາງການແພດ ລະດັບຂັ້ນໂຮງໝໍ ທີ່ມີລາຄາແພງຄົບຖ້ວນ.

ຜູ້ປະທ້ວງຕໍ່ຕ້ານສິດທິໃນການແທ້ງລູກ ຊຸມນຸມກັນຢູ່ນອກສານສູງສຸດໃນນະຄອນຫຼວງ ວໍຊິງຕັນ. 2 ມີນາ 2016.
ຜູ້ປະທ້ວງຕໍ່ຕ້ານສິດທິໃນການແທ້ງລູກ ຊຸມນຸມກັນຢູ່ນອກສານສູງສຸດໃນນະຄອນຫຼວງ ວໍຊິງຕັນ. 2 ມີນາ 2016.

ລັດ Texas ໄດ້ປະກາດນຳໃຊ້ກົດໝາຍດັ່ງກ່າວ ໃນປີ 2013 ແລະ ໄດ້ປ້ອງກັນ ກົດໝາຍນັ້ນ ວ່າ ກົດໝາຍນີ້ ຈຳເປັນເພື່ອທີ່ຈະປົກປ້ອງພວກແມ່ຍິງຢູ່ໃນ ສະຖານທີ່ການແພດຕ່າງໆ ທີ່ປອດໄພ. ມັນເປັນການໂຕ້ຖຽງ ທີ່ພວກສະໜັບ ສະໜູນ ການແທ້ງລູກ ຍອມຮັບບໍ່ໄດ້ ໂດຍກ່າວວ່າ ເປົ້າໝາຍຫຼັກຂອງກົດ ໝາຍນີ້ໄດ້ແນໃສ່ ການຫລຸດຜ່ອນ ຈຳນວນ 70,000 ກໍລະນີຂອງການແທ້ງລູກ ທີ່ພວກແມ່ຍິງຢູ່ໃນລັດ Texas ຊອກຫາ ໃນແຕ່ລະປີນັ້ນເອງ.

ນັບຕັ້ງແຕ່ ກົດໝາຍຂອງລັດ Texas ໄດ້ມີຜົນບັງຄັບໃຊ້ ພວກຕໍ່ສູ້ເພື່ອສິດ ທິໃນການທຳແທ້ງ ກ່າວວ່າ ຂໍ້ກຳນົດຕ່າງໆຂອງກົດໝາຍ ສຳລັບພວກທ່ານ ໝໍໃຫ້ ຍອມຮັບສິດຕ່າງໆເຊັ່ນກັບໂຮງໝໍ ແລະ ໃຫ້ພວກຄີລນິກມີອຸປະກັນ ທາງການແພດ ທີ່ຄ້າຍຄືກັບໂຮງໝໍນັ້ນເປັນເຫດຜົນທີ່ໄດ້ເຮັດໃຫ້ເກີດການ ປິດລົງຂອງຄລີນິກ 40 ແຫ່ງ ເກືອບເຄິງໜຶ່ງ ຂອງຈຳນວນຄລີນິກທຳແທ້ງ ຢູ່ໃນລັດ ແລະ ອີກຫຼາຍຄລີນິກກໍຈະຕ້ອງປິດລົງຖ້າຫາກກົດໝາຍນີ້ໄດ້ຖືກ ຮັບຮອງເອົາໄວ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG