ໂອກາດທີ່ບັນດາສະມາຊິກສະພາພັກເດໂມແຄຣັດສະຫະລັດ ຈະຟ້ອງຮ້ອງປະທານາ
ທິບໍດີດໍໂນລ ທຣຳ ນັ້ນ ປາກົດວ່າໄດ້ຫລຸດນ້ອຍລົງຢ່າງຫຼວງຫຼາຍ ຫຼັງຈາກອະດີດໄອ
ຍະການພິເສດ Robert Muller ໄດ້ສະເໜີວ່າບໍ່ມີຫຍັງທີ່ຮ້າຍແຮງຕື່ມ ໃນການກ່າວ
ຫາ ຕໍ່ຜູ້ນຳຂອງສະຫະລັດ ໃນການໃຫ້ການເປັນເວລາຫຼາຍຊົ່ວໂມງຕໍ່ສະພາຕ່ຳໃນ
ອາທິດນີ້.
ຜູ້ນຶ່ງທີ່ກຳກັບນຳການໃຫ້ການ ຂອງທ່ານມັລເລີ ກໍຄືປະທານຄະນະກຳມະການສືບ
ລັບ ທ່ານ Adam Schiff ໄດ້ກ່າວຕໍ່ໂທລະພາບ CNN ໃນວັນພະຫັດວານນີ້ວ່າ
“ພວກເຮົາຕ້ອງຮັບຮູ້ ສະພາບການໂຕຈິງ ແລະນັ້ນກໍຄື ມີທາງດຽວເທົ່ານັ້ນ ທີ່ທ່ານ
ຈະອອກຈາກໜ້າທີ່ໄປໄດ້ ຢ່າງໜ້ອຍກໍໃນຈຸດນີ້ ຄື ການລົງຄະແນນສຽງໃຫ້ອອກໄປ”
ໃນການເລືອກຕັ້ງປີ 2020 ໃນອັນທີ່ທ່ານທຣຳ ກຳລັງລົງສະໝັກເພື່ອແຂ່ງຂັນເອົາ
ສະໄໝທີສອງ ຕື່ມອີກສີ່ປີ.
ທ່ານ Schiff ໄດ້ຖາມໂດຍໃຊ້ສຳນວນວ່າ “ພວກເຮົາສົມຄວນທີ່ນຳເອົາປະເທດ
ຜ່ານການຟ້ອງຮ້ອງບໍ່? ຂ້າພະເຈົ້າຍັງບໍ່ທັນໄດ້ເປັນທີ່ແນໃຈເທື່ອວ່າ ພວກເຮົາຄວນ
ເຮັດແບບນັ້ນ. ໂດຍຜ່ານ ປະສົບການທີ່ສຳຄັນ ແລະລົບກວນຕໍ່ປະເທດ ແບບນັ້ນ
ຂ້າພະເຈົ້າຄິດວ່າ ບໍ່ແມ່ນສິ່ງທີ່ພວກເຮົາຄວນເຮັດຢ່າງງ່າຍໆເລີຍ.
ທ່ານກ່າວວ່າ ພັກເດໂມແຄຣັດ “ຈຳເປັນຕ້ອງໄດ້ດຳເນີນຄວາມພະຍາຍາມທຸກ
ຢ່າງເພື່ອໃຫ້ເປັນທີ່ແນ່ໃຈວ່າ ພວກເຮົາໄດ້ນຳເອົາຜູ້ຄົນຂອງພວກເຮົາ” ໄປລົງຄະ
ແນນສຽງຕໍ່ຕ້ານພັກຣີພັບບລິກັນຂອງທ່ານທຣຳໃນການເລືອກຕັ້ງໃນເດືອນພະຈິກ
ປີ 2020.
ສ່ວນສະມາຊິກສະພາຕ່ຳ Jerrold Nadler ປະທານຄະນະກຳມະການ ຕຸລາການ
ໄດ້ສອບຖາມທ່ານ Muller ເປັນເວລາກວ່າສາມຊົ່ວໂມງໃນວັນພຸດທີ່ຜ່ານມາ ເປັນ
ຜູ້ຊຸກຍູ້ໃຫ້ເລີ້ມການຮັບຟັງຄຳໃຫ້ການເພື່ອຟ້ອງຮ້ອງຕໍ່ທ່ານທຣຳ. ແຕ່ວ່າປະທານ
ສະພາຕ່ຳ ທ່ານນາງ Nancy Pelosi ໄດ້ຂັດຂວາງຄວາມພະຍາຍາມດັ່ງກ່າວເທົ່າ
ທີ່ຜ່ານມາ ຍ້ອນຢ້ານວ່າຈະມີຜົນກະທົບທາງການເມືອງທີ່ຈະຕິດຕາມມາ ແລະເຊື່ອ
ວ່າໃນທີ່ສຸດກໍຈະພິສູດໃຫ້ເຫັນວ່າເປັນເລື້ອງຫວ່າງເປົ່າ.
ເຖິງແມ່ນສະມາຊິກສະພາພັກເດໂມແຄຣັດ ສາມາດຮວມກຳລັງເປັນສຽງສ່ວນຫຼາຍ
ໃນການລົງຄະແນນສຽງທີ່ຈຳເປັນ ເພື່ອອະນຸມັດ ໃຫ້ທຳການຟ້ອງຮ້ອງ ພັກຣີພັບບລິ
ກັນທີ່ຄວບຄຸມສະພາສູງ ຈະບໍ່ລົງຄະແນນ ທີ່ຕ້ອງການສອງສ່ວນສາມ ເພື່ອລົງໂທດ
ທ່ານທຣຳ ແລະປົດທ່ານອອກຈາກຕຳແໜ່ງ.
ທ່ານ Schiff ກ່າວວ່າ “ຂ້າພະເຈົ້າຍິນດີ ຖ້າຫາກພວກເຮົາຫາກມີໂອກາດທີ່ຈະປົດ
ທ່ານອອກ ໂດຍຜ່ານການຟ້ອງຮ້ອງ ແຕ່ວ່າພວກເຮົາຈະບໍ່ເຮັດ ແລະສິ່ງທີ່ໜ້າສົນໃຈ
ສຳລັບຂ້າພະເຈົ້າທີ່ສຸດ ກ່ຽວກັບການຟ້ອງຮ້ອງກໍຄື ຢູ່ໃນຮູບຂອງການຕຳໜິທີ່ແຮງ
ສຸດ ທີ່ພວກເຮົາມີຢູ່. ແຕ່ວ່າມັກກໍຄືກັນກ່ຽວກັບການບໍ່ມີຄວາມຜິດຂອງປະທານາທິບໍດີ.
ນັ້ນເປັນຮູບແບບທີ່ແຂງແຮງທີ່ສຸດຂອງການພົ້ນຈາກ ຄວາມຜິດຂອງທ່ານ ແລະນັ້ນ
ຢູ່ໃນມືຂອງຂ້າພະເຈົ້າ.