ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນ ອາເມຣິກັນຟຸດບອລຮອບຊິງຊະນະເລີດ ​ຫຼື​ຊູ​ເປີ້​ໂບ​ລ ໃນຊ່ວງໂຄວິດ


ນອກການແຂ່ງຂັນ ທີມ Los Angeles Rams ວອນ ມິລເລີ (Von Miller) ຍົກຂັນລາງວັນ Lombardy ຂຶ້ນ ຫຼັງຈາກເອົາຊະນະທີມ Cincinnati Bengals ໃນຮອບການແຂ່ງຂັນຊິງຊະນະເລີດ NFL Super Bowl ຄັ້ງທີ 56 ໃນວັນທີ 13 ກຸມພາ 2022. (AP Photo/Lynne Sladky)
ນອກການແຂ່ງຂັນ ທີມ Los Angeles Rams ວອນ ມິລເລີ (Von Miller) ຍົກຂັນລາງວັນ Lombardy ຂຶ້ນ ຫຼັງຈາກເອົາຊະນະທີມ Cincinnati Bengals ໃນຮອບການແຂ່ງຂັນຊິງຊະນະເລີດ NFL Super Bowl ຄັ້ງທີ 56 ໃນວັນທີ 13 ກຸມພາ 2022. (AP Photo/Lynne Sladky)

ແຕ່ໃດໆມາປະຊາຊົນຢູ່ອາເມຣິກາສ່ວນຫຼາຍແມ່ນນິຍົມພາກັນເບິ່ງກິລາຟຸດບອລ ຫຼືທີ່ຮູ້ກັນໃນຊື່ອາເມຣິກັນຟຸດບອລ, ທຸກໆເດືອນກຸມພາຂອງແຕ່ລະປີເປັນເດືອນ ທີ່ມີການແຂ່ງຂັນຊິງໄຊຂອງສອງທີມຟຸດບອລ ຫຼືທີ່ເພິ່ນຮ້ອງກັນວ່າ ສຸເປີໂບລ ເພື່ອຊິງໄຊເປັນທີນຶ່ງປະຈໍາປີ. ໃນປີນີ້ ທີມທີ່ເຂົ້າມາຊິງຊະນະເລີດ ປະກອບມີ ທີມ LA Rams ​ຈາກ​ລັດ​ຄາ​ລີ​ຟໍ​ເນຍ ສູ້​ກັບທີມ Cincinnati Bengals ຈາກລັດໂອຮາຍໂອ ໂດຍໄດ້ຈັດຂຶ້ນໃນຕອນແລງວັນອາທິດ, ວັນທີ 13 ກຸມພາ ທີ່ ໂຊຟີ ສເຕດຽມ ລັດຄາລິຟໍເນຍ, ແລະທີມທີ່ເປັນແຊ້ມຊຸບເປີໂບລໃນປີນີ້ ໄດ້ແກ່ທິມ LA Rams ຈາກລັດຄາລິຟໍເນຍ ດ້ວຍຄະແນນ 23 ຕໍ່ 20.

ຢ່າງໃດກໍຕາມ, ປະຊາຊົນລາວ-ອາເມຣິກັນຜູ້ນຶ່ງ ກ່າວກັບ VOA ວ່າ ທີມຂອງລັດທີ່ເພິ່ນອາໄສຢູ່ບໍ່ໄດ້ເຂົ້າຮອບສຸເປີໂບລໃນປີນີ້ ແຕ່ເພິ່ນກໍຍັງຕິດຕາມຢູ່ຄືເກົ່າ ເພາະເບິ່ງຢູ່ແລ້ວໃນທຸກໆປີ, ເບິ່ງຢູ່ເຮືອນກັບຄອບຄົວ ບໍ່ຄືກັບປີກ່ອນໆທີ່ໄດ້ເບິ່ງຮ່ວມກັນກັບພີ່ນ້ອງຫຼາຍຄົນ. ໂດຍເພິ່ນໄດ້ກ່າວໃຫ້ຟັງໃນບາງຕອນດັ່ງນີ້:

“ນຶ່ງມາລະແມ່ນໄປບໍ່ໄດ້ແລ້ວ, ສອງມາລະມັນໄກ, ສາມມາລະມັນບໍ່ແມ່ນທີມຂ້ອຍ ຂ້ອຍກໍຊິເບິ່ງຢູ່ເຮືອນ ກະຄິດວ່າຄືຊິເບິ່ງຢູ່ເຮືອນນີ້ລະ ເບິ່ງນໍາຄອບນໍາຄົວ ແລະມັນກໍເພາະວ່າຍ້ອນໂຄວິດນີ້ແດ່ ຄວາມຈິງໂຄວິດນີ້ມັນກະ ຄົນກະເປັນໜ້ອຍລົງຄືວ່າຊັ້ນລະແຕ່ກໍຍັງມີຢູ່ ມັນກໍບໍ່ແນ່ໃຈ, ເບິ່ງຢູ່ເຮືອນຢູ່ໂທລະພາບໃຫຍ່ພີ້ລະ, ຄວາມຈິງແລ້ວນິ ບາງເທື່ອໃນແຕ່ລະປີມັນຕ້ອງໄດ້ເບິ່ງ ບໍ່ແມ່ນເບິ່ງຍ້ອນວ່າເບິ່ງຟຸດທ໌ບອລເນາະ ບາງເທື່ອກໍບໍ່ແມ່ນທີມຕົນເອງຫຼິ້ນເນາະ, ແຕ່ວ່າເບິ່ງຄອມເມີໂຊລຫັ້ນນະ ຍາມຊ່ວງສຸເປີໂບລຫັ້ນນະ ໂຄສະນາມັນພິເສດເດເນາະ ມັນມີແນວແປກໆແນວເປັນຕາຫົວເນາະ.”

ອີງຕາມຂໍ້ມູນຈາກ NFL ຜູ້ທີ່ເຂົ້າຮ່ວມຊົມການແຂ່ງຂັນ ອາຍຸແຕ່ 5 ປີຂຶ້ນໄປຕ້ອງມີໜັງສືຢັ້ງຢືນ ການສັກຢາວັກຊີນກັນໂຄວິດ-19, ແລະມີຜົນກວດໂຄວິດອອກມາເປັນລົບຢ່າງນ້ອຍ 24 ຊົ່ວໂມງກ່ອນເກມການແຂ່ງຂັນ, ສໍາລັບຜູ້ທີ່ເຂົ້າເບິ່ງການແຂ່ງຂັນດັ່ງກ່າວນັ້ນ ທັງໝົດແຕ່ຜູ້ທີ່ມີອາຍຸ 2 ປີຂຶ້ນໄປຕ້ອງໄດ້ໃສ່ໜ້າກາກອະນາໄມ ,ແລະໜ້າກາກກໍຈໍາເປັນຕ້ອງໄດ້ໃສ່ຕະຫຼອດເວລາ (ຍົກເວັ້ນໃນເວລາທີ່ກິນຫຼືດື່ມນໍ້າເທົ່ານັ້ນ).

ຢ່າງໃດກໍຕາມ, ເຖິງຂໍ້ຈໍາກັດຕ່າງໆກ່ຽວກັບໂຄວິດ ຈະເລີ້ມຜ່ອນຜັນຫຼາຍແລ້ວ ແຕ່ການໃສ່ໜ້າກາກ ແລະເວັ້ນໄລຍະຫ່າງແມ່ນຍັງມີຢູ່. ດັ່ງນັ້ນ ເຖິງວ່າຈະມີຂໍ້ຈໍາກັດກ່ຽວກັບໂຄວິດ-19 ຫຼືບໍ່ມີຂໍ້ຈໍາກັດທີ່ເຂັ້ມງວດດັ່ງກ່າວເລີຍ ທຸກຄົນເອງກໍຄວນຕ້ອງເປັນເຈົ້າການປະຕິບັດ ເພື່ອຍຸຕິການແຜ່ກະຈາຍຂອງເຊື້ອພະຍາດດັ່ງກ່າວ ແລະເຮັດໃຫ້ທຸກໆຄົນຢູ່ໃນສັງຄົມໄດ້ກັບມາໃຊ້ຊີວິດຮ່ວມກັນຢ່າງເປັນປົກກະຕິ.

XS
SM
MD
LG