ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້​ຝຸ່ນ​ຍັກ Usagi ກໍາລັງຖະຫລົ່ມ ຟິລິບປີນ ແລະໄຕ້ຫວັນ


ບາງສ່ວນ ຂອງໄຕ້ຝຸ່ນ Usagi ທີ່ພັດໄປເຖິງ ເກາະໄຕ້ຫວັນແລ້ວ (21 ກັນຍາ 2013)
ບາງສ່ວນ ຂອງໄຕ້ຝຸ່ນ Usagi ທີ່ພັດໄປເຖິງ ເກາະໄຕ້ຫວັນແລ້ວ (21 ກັນຍາ 2013)
ໄຕ້​ຝຸ່ນ​ຍັກ ທີ່​ມີ​ຊື່ວ່າ Usagi ​ເປັນລົມພາຍຸໃນເຂດ​ມະຫາ​ສະ
ມຸດປາຊີຟິກ ທີ່​ມີຄວາມແຮງ​ທີ່​ສຸດເທົ່າ​ທີ່​ເຄີຍ​ມີ​ມາ​ໃນ​ປີນີ້ ກໍາ
ລັງນໍາ​ເອົາ​ລົມ​ແຮງ ​ແລະ​ຝົນຕົກ​ໜັກ​ມາສູ່ ພາກ​ເໜືອ​ຂອງຟີ​ລິບ​
ປີນແລະ​ໄຕ້​ຫວັນ.

ລົມພາຍຸຂະໜາດໃຫຍ່ຫົວນີ້ ​ໄດ້​ພັດ​ຜ່ານຊ່ອງ​ແຄບ Luzon ​ໃນ
​ວັນ​ເສົາ​ມື້​ນີ້ ​ດ້ວຍ​ລົມ ​ທີ່​ມີ​ຄວາມ​ແຮງ 220 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ
​ແລະ​ບາງ​ບ່ອນ​ນັ້ນ ສູງ​ເຖິງ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

​ສູນກາງ​ຂອງ​ພາຍຸ​ໄດ້​ພັດຜ່ານໝູ່​ເກາະ Batanes ຂອງ​ຟີ​ລິບ​ປີນ ໂດຍ ​ໄດ້ທໍາ​ລາຍ​ຜົນລະປູກ ​ເຮັດ​ໃຫ້ຕົ້ນ​ໄມ້​ຫັກ ​ແລະ​ສາຍ​ໄຟຟ້າຂາດ. ຍັງ​ບໍ່​ທັນ​ມີ​ລາຍ​ງານ ກ່ຽວ​ກັບ​ການ​ບາດ​ເຈັບລົ້ມຕາຍ​ເທື່ອ ​ໃນ​ເວລາ​ນີ້.

ຢູ່ໄຕ້​ຫວັນ ບັນດາ​ເຈົ້າ​ໜ້າທີ່ ​ໄດ້​ຍົກ​ເລີກຖ້ຽວ​ບິນ ​ແລະ​ປິດ​ໂຮງຮຽນແລະ​ຫ້ອງການຕ່າງໆ ກ່ອນ​ໜ້າລົມພາຍຸ​ຈະໄປ​ເຖິງ ຊຶ່ງຄາດ​ວ່າຈະ ຂົ່ມຂູ່ໂດຍ​ສະ​ເພາະ​ແລ້ວ ຕໍ່ເຂດ​ພາກໃຕ້ແລະ​ພາກ​ຕາ​ເວັນ​ອອກຂອງ ​ເກາະ​ ດ້ວຍ​ຝົນຕົກ​ໜັກ ​ແລະບາງທີອາດ​ຈະເກີດ​ດິນ​ເຈື່ອນ.

ເສັ້ນທາງ ຂອງໄຕ້ຝຸ່ນ Usagi
ເສັ້ນທາງ ຂອງໄຕ້ຝຸ່ນ Usagi

ພາຍຸ Usagi ທີ່​ມີເສັ້ນຜ່າ​ສູນ​ກາງ 1,100 ກິ​ໂລ​ແມັ​ດນັ້ນ ຄາດ​ວ່າ​ຈະ​ອ່ອນ​ກໍາລັງ​ລົງ ກ່ອນ​ຈະພັດ​ເຂົ້າ​ຖະຫລົ່ມ ຮົງ​ກົງໂດ​ຍກົງ ​ແລະ​ເຂດ​ແຄມ​ຝັ່ງ​ທະ​ເລໃນພາກ​ໃຕ້​ຂອງ​ຈີນ ທີ່​ໄດ້​ອອກ​ປະກາດເຕືອນ ​ໃນ​ຂັ້ນທີ່​ ຮ້າຍແຮງທີ່​ສຸດ ​ລ່ວງ​ໜ້າໄປ​ແລ້ວ.
XS
SM
MD
LG