ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Romney ຊະນະ ທ່ານ Santorum ຢູ່ລັດ Ohio (ເບິ່ງສະໄລດ໌ກັບວີດີໂອ)


ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney (ກາງ) ພວມຈັບມືກັບພວກສະໜັບສະໜຸນ ທ່ານ ທີ່ລັດ Ohio (7 ມີນາ 2012)
ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney (ກາງ) ພວມຈັບມືກັບພວກສະໜັບສະໜຸນ ທ່ານ ທີ່ລັດ Ohio (7 ມີນາ 2012)

ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney ໄດ້ຮັບໄຊຊະນະ ຢ່າງ ຫວຸດຫວິດ ໃນການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນ ຂອງພັກຣີພັບບລີກັນ ທີ່ລັດ Ohio ຊຶ່ງເປັນລັດທີ່ສຳຄັນສຸດໃນການແຂ່ງຂັນໃນວັນອັງຄານວານນີ້ທີ່ເອີ້ນວ່າ Super Tuesday ທີ່ມີ 10 ລັດ ຈັດການເລືອກຕັ້ງຂັ້ນຕົ້ນຂຶ້ນພ້ອມກັນນັ້ນ. ຜູ້ສື່ຂ່າວວີໂອເອ Jim Malone ມີລາຍງານສລຸບຜົນການແຂ່ງຂັນທີ່ວ່ານີ້

ທ່ານ Romney ​ໄດ້​ຊະນະອະດີດ​ສະມາຊິກ​ສະພາ​ສູງຈາກ​ລັດ Pennsylvania ທ່ານ
Rick Santorum ດ້ວຍຄະ​ແນນ​ສຽງ​ໃກ້​ຄຽງ​ກັນຫຼາຍ ຢູ່​ທີ່​ລັດ Ohio ຊຶ່ງ​ເປັນ​ລັດ​ທີ່​ມີ​
ການ​ແຂ່ງຂັນ​ກັນ​ຢ່າງ​ດຸ​ເດືອດ​ສຸດ ​ໃນ​ຈຳນວນ​ທັງ​ໝົດ 10 ລັດທີ່​ມີ​ການ​ເລືອກ​ຕັ້ງຂັ້ນຕົ້ນ​
ແລະ​ກອງ​ປະຊຸມ​ຄັດ​ເລືອກ​ຜູ້​ສະມັກ​ຂອງພັກໃນ​ມື້​ວານ​ນີ້ ​ທີ່​ເອີ້ນກັນ​ວ່າ Super Tues-
day.

ນອກ​ນັ້ນທ່ານ Romney ຍັງ​ໄດ້​ຮັບ​ໄຊຊະນະ​ທີ່​ລັດ​ຂອງ​ທ່ານຄືລັດ Massachusetts
ກັບລັດ Virginia ລັດ Vermont ​ແລະ​ລັດ Idaho ນຳ​ດ້ວຍ.

ດ້ວຍ​ໄຊຊະນະ​ດັ່ງກ່າວ ​ທ່ານ Romney ​ໄດ້​ເສີມ​ຂະຫຍາຍ​ການ​ມີ​ຄະ​ແນນ​ນຳໜ້າກ່ຽວ​
ກັບ​ຈຳນວນ​ຜູ້ຕາງໜ້າພັກ​ນັ້ນລື່ນ​ທ່ານ Santorum ​ແລະ​ຜູ້​ສະມັກ​ຂອງ​ພັກຣີພັບບລີ​ກັນ
ອີກ 2 ຄົນຄື​ອະດີດປະທານ​ສະພາ​ຕໍ່າ​ສະຫະລັດ ທ່ານ Newt Gingrich ​ແລະ​ສະມາ
ຊິກ​ສະພາ​ຕໍ່າ​ຈາກ​ລັດ​ເທັກຊັສ ທ່ານ Ron Paul.

ການ​ຢັ່ງ​ຫາງ​ສຽງ​ພວກ​ທີ່​ໄປ​ປ່ອນ​ບັດ ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Romney ​ໄດ້ຮັບ​ຄະ
ແນນສຽງ​ສະໜັບສະໜຸນ​ ຫຼາຍທີ່​ສຸດ ​ຈາກ​ບັນດາ​ຜູ້ມີ​ສິດ​ປ່ອນ​ບັດ ​ນິຍົມ​ແນວທາງ​ປານ
ກາງຂອງ​ພັກຣີພັບ​ບລີ​ກັນທີ່​ພວມ​ຊອກ​ສະ​ແຫວ​ງຫາຜູ້​ສະມັກ​ທີ່ເຂັ້ມ​ແຂງເພື່ອ​ໄປ​ແຂ່ງກັບ
ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໃນ​ເດືອນ​ພະຈິກ​ປີນີ້.

ທ່ານ Romney ​ໄດ້ກ່າວ​ຕໍ່​ພວກ​ສະໜັບສະໜຸນ ທີ່​ສຳນັກງານ​ໂຄສະນາ​ຫາ​ສຽງຂອງ​
ທ່ານ ​ຢູ່​ລັດ Massachusetts ​ໃນ​ຄືນ​ວານ​ນີ້.

ທ່ານ Romney ​ເວົ້າວ່າ “ສຳ​ຫຼັບຊາວ​ອາ​ເມຣິ​ກັນຫຼາຍລ້ານ​ຄົນ ທີ່​ເບິ່ງ​ໄປ​ອ້ອມ
ຂ້າງ​ ແລະ​ສາມາດ​ເຫັນ​ແຕ່​ ວຽກ​ງານ​ຕ່າງໆ ທີ່​ພວກ​ເຂົາ​ເຈົ້າ ບໍ່​ສາມາດ​ເຂົ້າ​
ໄປ​ເຮັດໄດ້ແລະ​ຄ່າ​ໃຊ້​ຈ່າຍ​ຕ່າງໆ ​ທີ່​ພວກ​ເຂົາ​ເຈົ້າບໍ່​ສາມາດ​ຈ່າຍ​ໄດ້ນັ້ນ ຂ້າ
ພະ​ເຈົ້າມີ​ສານ ສຳ​ຫຼັບພວກ​ທ່ານ. ພວກທ່ານ​ບໍ່​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ
ດອກ ແຕ່ພວກທ່ານ​ມີປະທານາທິບໍດີ​ທີ່ເຮັດ​ໃຫ້​ພວກ​ທ່ານຜິດ​ຫວັງ ແລະນັ້ນ​
ແມ່ນກຳລັງ​ຈະ​ມີ ການ​ປ່ຽນ​ແປງ​ແລ້ວ.”

ເຖິງ​ແມ່ນ​ໄດ້ເສຍ​ໄຊ​ຢ່າງຫວຸດ​ຫວິດ​ທີ່​ລັດ Ohio ກໍ​ຕາມ ​ແຕ່​ທ່ານ Santorum ກໍ​ໄດ້​
ຮັບ​ໄຊຊະນະ​ຈຳນວນ​ນຶ່ງ​ ໃນ​ວັນ​ອັງຄານ​ວານ​ນີ້ ຮວມທັງ​ໄຊຊະນະ​ທີ່​ລັດ Tennessee
ລັດ Oklahoma ​ແລະ ​ລັດ Dakota ເໜືອ. ການ​ໄດ້​ຮັບ​ຄະ​ແນນ​ສຽງສະໜັບສະໜຸນ
ຢ່າງ​ແຂງ​ຂັນ​ຂອງ​ທ່ານ Santorum ​ໃນ​ບັນດາ​ລັດ​ເຫຼົ່ານີ້​ ໃຫ້​ສັນຍານ​ວ່າການ​ແຂ່ງຂັນ
ຂອງພັກຣີພັບ​ບລີ​ກັນ​ມີ​ທ່າ​ທາງ​ວ່າ​ ຍັງຈະ​ດຳ​ເນີນ​ຕໍ່​ໄປ​ອີກຢ່າງ​ນ້ອຍເປັນ​ເວລາ​ຫຼາຍໆອາ
ທິດ.

ທ່ານ Santorum ຍັງ​ສືບ​ຕໍ່​ໄດ້​ຮັບ​ສຽງ​ສະໜັບສະ​ໜຸນ​ ຈາກ​ບັນດາ​ຜູ້​ມີ​ສິດ​ປ່ອນບັດ​ນິຍົມ
ແນວທາງເດີມໂດຍ​ສະ​ເພາະ​ແລ້ວ​ພວກ​ທີ່​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບບັນຫາ​ດ້ານ​ສັງຄົມ ​
ແລະ​ການ​ຕັດ​ອຳນາດ​ຂອງ​ລັດຖະບານ​ກາງ​ໃຫ້ຫຼຸດນ້ອຍ​ລົງ.

ທ່ານ Santorum ​ໄດ້ກ່າວ​ຕໍ່ພວກ​ສະໜັບສະໜຸນທ່ານ​ທີ່​ລັດ Ohio.

ທ່ານ Santorum ​ເວົ້າວ່າ “ພວກ​ເຮົາ​ບໍ່​ແມ່ນ​ປະ​ເທດ​ທີ່​ຍິ່ງ​ໃຫຍ່​ຍ້ອນ​ວ່າ​ພວກ ​
ເຮົາ​ມີ​ລັດຖະບານທີ່​ຍິ່ງ​ໃຫຍ່ ແລະ​ມີ​ຄວາມ​ເຂັ້ມ​ແຂງ. ພວກ​ເຮົາ​ເປັນ​ປະ​ເທດ​
ທີ່ຍິ່ງ​ໃຫຍ່​ ຍ້ອນ​ພວກ​ເຮົາ ​ມີ​ຄວາມ​ເຊື່ອ​ວ່າ ສິດທິ​ຕ່າງໆບໍ່​ໄດ້​ມາ​ຈາກ​ລັດຖະ
ບານ​ ແຕ່​ດັ່ງ​ທີ່​ບັນທຶກ​ໄວ້​ໃນ​ເອກະສາ​ນສ້າງຕັ້ງປະ​ເທດ ກໍຄື​ຄຳ​ປະກາດເອກະ
ລາດ​ຂອງສະຫະລັດ​ນັ້ນ ແມ່ນວ່າ ພວກ​ເຮົາ​ໄດ້​ຮັບສິດທິ​ຂອງ​ພວກ​ເຮົາ​ຈາກ
ພະຜູ້ເປັນ​ເຈົ້າ."

ສ່ວນ​ທ່ານ Newt Gingrich ​ໄດ້​ຟື້ນ​ໂຕ​ຄືນ​ເລັກ​ນ້ອຍ​ ໃນ​ວັນ​ອັງຄານ​ວານ​ນີ້​ ໂດຍ​ໄດ້
ຮັບ​ໄຊຊະນະ​ໃນ​ອະດີດ​ລັດ​ບ້ານ​ເກີດ​ຂອງ​ທ່ານຄື​ລັດ​ຈໍ​ເຈຍ ​ແຕ່​ທ່ານບໍ່​ສາມາດ​ຂະຫຍາຍ
ຂອບ​ເຂດ​ຂອງ​ຄວາມ​ສຳ​ເລັດ​ຂອງ​ທ່ານ​ໄປ​ສູ່​ລັດ​ພາກ​ໃຕ້ອື່ນໆ​ໄດ້​ເຊັ່ນ​ລັດ Tennessee
ແລະ​ລັດ Oklahoma ຊຶ່ງທັງ​ສອງ​ລັດ​ນີ້​ໄດ້​ຊະນະ​ໂດຍ​ທ່ານ Santorum.

ທ່ານ Ron Paul ມີ​ຄະ​ແນນ​ສຽງ​ລາກທ້າຍ​ໝູ່ ​ຢູ່​ໃ​ນບັນດາ​ລັດ​ສ່ວນ​ໃຫຍ່​ທີ່​ມີການ​ແຂ່ງ
ຂັນກັນທີ່​ເອີ້ນກັນ​ວ່າ Super Tuesday ​ໃນ​ວັນ​ອັງຄານ​ວານ​ນີ້ ແຕ່​ທ່ານກໍ​ຍັງ​ຈະ​ສືບ​ຕໍ່
ດຳ​ເນີນ​ການ​ແຂ່ງຂັນ​ຕໍ່ໄປ ​ເຖິງ​ແມ່ນ​ທ່ານ​ບໍ່​ໄດ້​ຮັບ​ໄຊຊະນະ​ຫຍັງ​ຫຼາຍກໍ​ຕາມ.

ການ​ແຂ່ງຂັນ​ໃນ 10 ລັດ​ ໃນ​ວັນ​ອັງຄານ​ວານ​ນີ້ ​ແມ່ນ​ເພື່ອ​ຍາດ​ແຍ່ງ​ເອົາຜູ້ຕາງໜ້າໄປ​
ຮ່ວມ​ໃນ​ກອງ​ປະຊຸມ​ຫລວງຂອງ​ພັກຣີພັບ​ບລີ​ກັນ ຈໍານວນ​ຫຼາຍກວ່າ 400 ຄົນ ຊຶ່ງ​ເປັນ​
ການ​ແຂ່ງຂັນ​ພາຍ​ໃນ​ມື້ດຽວທີ່​ໃຫຍ່​ທີ່​ສຸດ​ ໃນການ​ເລືອກ​ຕັ້ງຂັ້ນຕົ້ນຂອງ​ພັກຣີພັບ​ບລິກັນ
ທີ່​ເລີ້ມມາ​ແຕ່​ເດືອນ​ມັງກອນ​ແລະ​ຈະ​ສິ້ນສຸດລົງ​ໃນ​ເດືອນ​ມິ​ຖຸນາ​ຈະ​ມາ​ເຖິງ​ນີ້.

ຜູ້ທີ່​ຢາກ​ສະມັກ​ເລືອກ​ຕັ້ງປະທາ
ນາທິບໍດີ ຂອງພັກຣີພັບ​ບລິ​ກັນ
ນັ້ນ ຈະຕ້ອງ​ໄດ້​ຮັບສຽງ​ສະໜັບ
ສະໜຸນ​ຈາກ​ຜູ້ຕາງໜ້າ​ ໃນ​ກອງ
ປະຊຸມ​ພັກຈໍານວນ 1,144 ຄົນ
ຈຶ່ງ​ຈະໄດ້​ຮັບ​ການແຕ່ງຕັ້ງ ຈາກ
ພັກ ແລະ​ຫຼັງຈາກ​ນັ້ນສະມາຊິກ​
ພັກຣີພັບ​ບລີ​ກັນກໍ​ສະ​ເໜີ​ຊື່​ແຕ່ງ
ຕັ້ງຜູ້ສະມັກຢ່າງ​ເປັນທາງ​ການຢູ່​
ທີ່ກອງ​ປ​ະຊຸມ​ຫຼວງຂອງ​ພັກ​ ທີ່​
ນະຄອນ Tampa ​ໃນ​ລັດ​ຟລໍຣິ
ດາ​ ໃນເດືອນສິງຫາປີນີ້.

XS
SM
MD
LG