ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜົນການ​ເລືອກ​ຕັ້ງ Super Tuesday ເຮັດ​ໃຫ້ມັນ​ເປັນ ​ການ​ແຂ່ງ​ຂັນ ​ລະ​ຫວ່າງ​ທ່ານ ໄບ​ເດັນ ກັບທ່ານ ແຊນ​ເດີ​ສ໌ ​


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ​ ໄບ​ເດັນ, ແລະ ພັນ​ລະ​ນາ ທ່ານ​ນາງ ຈິ​ລ ໄບ​ເດັນ ເຂົ້າ​ຮ່ວມ​ການ​ຊຸ​ມ​ນຸມ. 3 ກັນ​ຍາ, 2020. (AP Photo/Marcio Jose Sanchez)
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ​ ໄບ​ເດັນ, ແລະ ພັນ​ລະ​ນາ ທ່ານ​ນາງ ຈິ​ລ ໄບ​ເດັນ ເຂົ້າ​ຮ່ວມ​ການ​ຊຸ​ມ​ນຸມ. 3 ກັນ​ຍາ, 2020. (AP Photo/Marcio Jose Sanchez)

ການ​ແຂ່ງ​ຂັນ​ເພື່ອ​ການຖືກ​ສະ​ເໜີ​ຊື່​ຕາງ​ໜ້າ​ໃຫ້​ພັກ​ເດ​ໂມ​ແຄ​ຣັດ ​ສຳ​ລັບແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ລວມ​ກຸ່ມ​ຜູ້​ລົງ​ຄະ​ແນນ​ສຽງ​ທີ່​ເຄີຍ​ໜາ​ແໜ້ນ​ດ້ວຍ 20 ຄົນ​ ມາ​ເປັນ​ການ​ແຂ່ງ​ຂັນ​ຂອງ​ຄົນ​ສອງ​ຄົນ ຫຼັງ​ຈາກ​ຜົນ​ຄະ​ແນນ​ທີ່​ແຂງ​ແກ່ນ​ໃນ​ວັນ​ອັງ​ຄານ​ວານນີ້ ​ສຳ​ລັບ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ລັດ ເວີ​ມັອນ ທ່ານ ເບີ​ນີ ແຊນ​ເດີ​ສ໌.

ທ່ານ ໄບ​ເດັນ ໄດ້​ຊະ​ນະ​ໃນ 9 ລັດ, ລວມ​ທັງ​ລັດ ເທັກ​ຊັ​ສ ທີ່​ມີ​ຄະ​ນະ​ຜູ້​ແທນ​ຢ່າງຫຼວງຫຼາຍ ບ່ອນ​ທີ່​ໄຊ​ຊະ​ນະ​ຂອງ​ທ່ານ​ໄດ້​ສ້າງ​ຄວາມ​ປະຫຼາດ​ໃຈ ຫຼັງ​ຈາກ​ການ​ຢັ່ງ​ຫາງ​ສຽງ​ແຫ່ງ​ຊາດ​ກ່ອນ​ກຳ​ນົດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ ແຊນ​ເດີ​ສ໌ ມີ​ຄະ​ແນນ​ນຳ​ໜ້າ​ຢ່າງຫຼວງຫຼາຍ​ຢູ່​ທີ່​ນັ້ນ. ທ່ານແມ່ນ​ຜູ້​ລົງ​ແຂ່ງ​ຂັນ​ທີ່​ແຂງ​ແກ່ນ​ໃນ​ທົ່ວ​ພາກ​ໃຕ້, ພ້ອມ​ທັງ​ໄດ້​ຊະ​ນະ​ໃນ​ລັດ ເວີ​ຈິ​ເນຍ, ຄາ​ໂຣ​ໄລ​ນາ​ເໜືອ, ອາ​ລາ​ບາ​ມາ, ໂອກ​ລາ​ໂຮ​ມາ, ເທັນ​ເນັ​ສ​ຊີ ແລະ ອາ​ແຄັນ​ຊໍ, ເຊັ່ນ​ດຽວ​ກັບລັດ ມິນ​ເນ​ໂຊ​ຕ້າ ແລະ ແມ​ສ​ຊາ​ຈູ​ເຊັດ​ສ໌.

ທ່ານ ແຊນ​ເດີ​ສ໌ ໄດ້​ຊະ​ນະ​ໃນ​ລັດ​ທີ່​ມີ​ຄະ​ນະ​ຜູ້​ແທນຫຼາຍ​ທີ່​ສຸດ​ຄື​ລັດ ຄາ​ລິ​ຟໍ​ເນຍ, ພ້ອມ​ກັບລັດ ໂຄ​ໂລ​ຣາ​ໂດ, ຢູ​ທາ ແລະ ບ້ານ​ຂອງ​ທ່ານ ລັດ​ເວີ​ມັອນ.

ຜູ້​ລົງ​ແຂ່ງ​ຂັນ​ທັງ​ສອງ​ທ່ານ​ນັ້ນ​ ຍັງ​ໄດ້​ຄົງ​ມີ​ຄະ​ແນນ​ສູ​ສີ​ກັນ​ໃນ​ການ​ຕໍ່​ສູ້​ທີ່​ລັດ ເມນ ໃນຕອນ​ເຊົ້າ​ຂອງ​ວັນ​ພຸ​ດມື້ນີ້ ບ່ອນ​ທີ່​ການ​ແຂ່ງ​ຂັນ​ແມ່ນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ທຳ​ການ​ຕັດ​ສິນ.

ທ່ານ ແຊນ​ເດີ​ສ໌ ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ຢູ່​ການ​ຊຸມ​ນຸມ​ທີ່​ລັດ ເວີ​ມັອນ ໃນ​ຕອນ​ແລງວັນ​ອັງ​ຄານ​ວານນີ້, ໂດຍ​ເວົ້າ​ວ່າ ທ່ານບໍ່​ພຽງ​ແຕ່​ຈະ​ກາຍ​ເປັນ​ຜູ້​ຖືກ​ສະ​ເໜີ​ຊື່​ຂອງ​ພັກ​ເດ​ໂມ​ແຄ​ຣັດເທົ່າ​ນັ້ນ, ແຕ່​ທ່ານ​ຍັງ​ຈະ​ເອົາ​ຊະ​ນະ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ດໍ​ໂນ​ລ ທ​ຣຳ ດ້ວຍ.

ທ່ານ ແຊນ​ເດີ​ສ໌ ໄດ້​ກ່າວ​ວ່າ “ເຈົ້າ​ຈະ​ເອົາ​ຊະ​ນະ​ທ່ານ ທ​ຣຳ ດ້ວຍ​ການ​ເມືອງ​ແບບ​ເກົ່າ ປະ​ເພດ​ເກົ່າ​ບໍ່​ໄດ້. ສິ່ງ​ທີ່​ເຮົາ​ຕ້ອງ​ການ​ແມ່ນ​ການ​ເມືອງ​ໃໝ່​ທີ່​ຈະ​ນຳ​ເອົາ​ຊົນ​ຊັ້ນ​ກຳ​ມະ​ກອນ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຂອງ​ພວກ​ເຮົາ, ເຊິ່ງ​ຈະ​ນຳ​ເອົາ​ຄົນ​ໄວ​ໜຸ່ມ​ເຂົ້າ​ມາ​ໃນ​ການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ​ຂອງ​ພວກ​ເຮົາ, ແລະ ເດືອນ​ພະ​ຈິກ ມັນ​ຈະ​ເຮັດ​ໃຫ້​ມີ​ຜູ້​ອອກ​ມາ​ປ່ອນ​ບັດຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ ດ້ານ​ການ​ເມືອງ​ຂອງ ອາ​ເມ​ຣິ​ກາ.”

ໄຊ​ຊະ​ນະ​ຂອງ​ທ່ານ ໄບ​ເດັນ, ໄດ້​ມີ​ຂຶ້ນຫຼັງ​ຈາກ​ສາມ​ວັນ​ຂອງ​ໄຊ​ຊະ​ນະ​ທີ່​ຄຶກ​ຄື້ນ​ຂອງ​ທ່ານ​ໃນ​ລັດ ຄາ​ໂຣ​ໄລ​ນາ​ໃຕ້, ເປັນ​ການ​ເພີ່ມ​ຄວາມ​ແຂງ​ແກ່ນ​ຄັ້ງ​ໃໝ່​ໃນ​ການ​ແຂ່ງ​ຂັນ​ເພື່ອ​ຄັດ​ຄ້ານ​ທ່ານ ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ເດືອນ​ພະ​ຈິກນີ້. ທ່ານ ໄບ​ເດັນ ໄດ້​ຊະ​ນະ​ໃນ​ການ​ແຂ່ງ​ຂັນ​ຢູ່​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ຍ້ອນ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຖ້ວມ​ລົ້ນ​ຈາກ​ຜູ້​ລົງ​ຄະ​ແນນ​ສຽງ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອາ​ຟ​ຣິ​ກາ.

ກ່ອນ​ການ​ເລືອກ​ຕັ້ງ​ໃນ​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ນັ້ນ, ການ​ລົງ​ແຂ່ງ​ຂັນ​ຂອງ​ທ່ານ ໄບ​ເດັນ ໄດ້​ສະ​ແດງ​ໃຫ້​ເຫັນ​ສັນ​ຍານ​ການ​ມີ​ຊີ​ວິດ​ຢູ່​ຕໍ່​ພຽງ​ເລັກ​ນ້ອຍ ດ້ວຍ​ການ​ຈົບ​ການ​ແຂ່ງ​ຂັນ​ທີ່​ອັນ​ດັບ​ສີ່​ໃນ​ລັດ ໄອ​ໂອ​ວາ, ອັນ​ທີ​ຫ້າ​ໃນ​ລັດ ນິວ ແຮມ​ເຊີ ແລະ ອັນ​ດັບ​ສອງ​ໃນ​ລັດ ເນ​ວາ​ດາ. ທ່ານໄດ້​ຮັບ​ການ​ຮັບ​ຮອງ​ໃນ​ຕອນ​ທ້າຍ​ຈາກ​ອະ​ດີດ​ເຈົ້າ​ເມືອງ ຊ້າວ ເບັນ ລັດ ອິນ​ເດຍ​ນາ, ທ່ານ ພີດ ບູ​ຕີ​ເຈ​ຈ, ສະ​ມາ​ຊິກ​ສະ​ພາ​ສູງ​ລັດ ມິນ​ເນ​ໂຊ​ຕ້າ ທ່ານ​ນາງ ເອ​ມີ ໂຄ​ລ​ບູ​ຈາ, ແລະ ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ລັດ​ ເທັກ​ຊັ​ສ ທ່​ນາ ເບ​ໂຕ ໂອ​ຣວກ ເຊິ່ງ​ທັງ​ສາມ​ທ່ານ​ນັ້ນ​ແມ່ນ​ຄູ່​ແຂ່ງ​ຂັນ​ຂອງ​ທ່ານ ໄບ​ເດັນ ທີ່​ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG