ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ການ​ໂຄ​ສະ​ນາ​ຫາ​ສຽງ​ ຂອງ​ພວກສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຂະ​ຫຍາຍ​​ຂຶ້ນ ໃນ​ການ​ເລືອກ​ຕັ້ງ ​ວັນ​ອັງ​ຄານພິ​ເສດ ມື້ນີ້


​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ເບີ​ນີ ແຊນ​ເດ​ສ໌ ສະ​ແດງ​ຄວາມ​ເຫັນ ໃນ​ຕອນ​ທີ່​ທ່ານ ແຊນ​ເດີ​ສ໌ ກ່າວ​ຊົມ​ເຊີຍ​ຄູ່​ແຂ່ງ​ຂອງ​ຕົນ, ທ່ານ ໂຈ ໄບ​ເດັນ ໃນ​ຂະ​ນ​ທີ່​ທ່ານ​ກ່າວ ຢູ່​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ຢູ່​ໃນ​ແລງວັນ​ທີ 29 ກຸມ​ພາ 2020.
​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ເບີ​ນີ ແຊນ​ເດ​ສ໌ ສະ​ແດງ​ຄວາມ​ເຫັນ ໃນ​ຕອນ​ທີ່​ທ່ານ ແຊນ​ເດີ​ສ໌ ກ່າວ​ຊົມ​ເຊີຍ​ຄູ່​ແຂ່ງ​ຂອງ​ຕົນ, ທ່ານ ໂຈ ໄບ​ເດັນ ໃນ​ຂະ​ນ​ທີ່​ທ່ານ​ກ່າວ ຢູ່​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ຢູ່​ໃນ​ແລງວັນ​ທີ 29 ກຸມ​ພາ 2020.

ການ​ແຂ່ງ​ຂັນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຕາງ​ໜ້າ​ພັກເດ​ໂມ​ແຄ​ຣັດເພື່ອ​ເຂົ້າ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຂະ​ຫຍາຍ​ຕົວອອກ​ຢ່າງ​ຫລວງ​ຫລາຍໃນ​ວັນ ອັງ​ຄານມື້ນີ້ ໂດຍ​ທີ່ບັນ​ດາ​ຜູ້​ປ່ອນ​ບັດຢູ່ໃນ 14 ລັດ ໄປ​ປ່ອນ​ບ່ອນ​ເພື່ອ​ສະ​ໜັບ​ສະ​ໜຸນ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ທີ່​ເຂົາ​ເຈົ້າ​ຢາກ​ໃຫ້ເປັນ​ຜູ້​ໄປ​ແຂ່​ງ​ຂັນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ການ​ເລືອກ​ຕັ້ງແຫ່ງ​ຊາດ​ໃນ​ເດືອນ​ພະ​ຈິກນີ້.

ມີປະ​ມານ 1 ສ່ວນ 3 ຂອງ​ຈຳ​ນວນຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງທັງ​ໝົດ​ໃຫ້​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ແຂ່ງ​ຂັນກັນ​ຊີງ​ເອົາ ​ຢູ່​ໃນ​ໄລ​ຍະ​ດຳ​ເນີນ​ການ​ປ່ອນ​ບັດ​ໃນ​ແຕ່​ລະ​ລັດ ໃນ​ວັນ​ອັງ​ຄານມື້ນີ້, ຊຶ່ງ​ລວມ​ທັງ​ກຸ່ມຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງທີ່​ໃຫຍ່​ທີ່​ສຸດ​ຢູ່​ໃນ​ລັດຄາ​ລິ​ຟໍ​ເນຍ ​ຢູ່​ພາກ​ຕາ​ເວັນ​ຕັກ​ຂອງ​ປະ​ເທດນັ້ນ.

ພາຍ​ຫລັງ​ທີ່ມີ​ການ​ແຂ່ງ​ຂັນ​ກັນ​ຢູ່​ໃນລັດ​ໄອ​ໂອ​ວາ (Iowa), ນິວ​ແຮມ​ເຊີ (New Hampshire), ເນ​ວາ​ດາ (Nevada) ແລະຄ​າ​ໂຣ​ໄລ​ນາ​ໃຕ້ (Carolina) ຈັດ​ຂຶ້ນ​ແລ້ວ, ສິ່ງ​ທີ່​ເອີ້ນ​ວ່າງານວັນ​ອັງ​ຄານພິ​ເສດ ຈະນຳ​ເອົາ​ຫາງ​ສຽງຂອງ​ຊາດ​ມາ​ສູ່​ຂັ້ນ​ຕອນ​ການ​ແຕ່ງ​ຕັ້ງ​ຜູ້​ຕາງ​ໜ້າ​ພັກ, ໂດຍ​ທີ່​ມີຜູ້​ປ່ອນ​ບັດທັງ​ຫລາຍຢູ່​ໃນ​ລັດ​ທາງ​ພາກ​ຕາ​ເວັນ​ຕົກ, ​ພາ​ກ​ໃຕ້, ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ແລະ​ພ​າກ​ຕາ​ເວັນ​ຕົກ​ຕອນ​ກາງ ພາ​ກັນ​ໄປ​ຮ່ວມ​ປ່ອນ​ບັດ​ໃນ​ມື້​ດຽວ​ກັນ ພ້ອມໆ​ ​ກັບ​ພວກ​ທີ່​ຢູ່​ໃນ​ເກາະອາ​ເມ​ຣິ​ກັນຊາ​ມົວ ຊຶ່ງ​ເປັນ​ດິນ​ແດນ​ຂອ​ງ​ສະ​ຫະ​ລັດ​ນັ້ນ​ອີກ​ດ້ວຍ.

​ເທົ່າ​ທີ່​ຜ່ານ​ມາສະ​ມາ​ຊິກ​ສະ​ພາ​ສູງ​ຈາກລັດ​ເວີ​ມັນທ໌ ທ່ານ​ເບີ​ນີ ແຊນ​ເດີ​ສ໌ (Bernie Sanders) ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ແຂ່ງ​ຂັນ​ໂດຍ​ທີ່​ໄດ້​ຮັບຄະ​ແນນ​ຈາກຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງທີ່​ໃຫ້ຄຳ​ໝັ້ນ​ໝາຍ 58 ຄົນແລ້ວ. ທ່ານ​ສາ​ມາດ​ທີ່​ຈະ​ໄດ້​ຮັບ​ຄະ​ນ​ແນນ​ສູງ​ຂຶ້ນ​ຢ່າງ​ຫລວງ​ຫລາຍຢູ່ໃນ​ລັດ​ຄາ​ລິ​ຟໍ​ເນຍ ແລະ​ເທັກຊັ​ສ ບ່ອນ​ທີ່​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ​ ທ່ານ​ມີ​ຄະ​ແນນ​ນຳ​ໜ້າ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຄົນ​ອື່ນໆນັ້ນ.

​ບ່ອນ​ທີ່​ຈະ​ໃຫ້ຄະ​ແນນ​ຫລາຍ​ເປັນອັນ​ດັບ​ທີ​ສາມ​ໃນ​ວັນ​ອັງ​ຄານມື້ນີ້ ກໍຄືລັດຄາ​ໂລ​ໄຣ​ນາເໜືອ ບ່ອນ​ທີ່​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານແຊນ​ເດີສ໌ ມີ​ຄະ​ແນນ​ສູ​ສີ​ກັນ​ກັບອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນນັ້ນ.

​ທ່ານ​ໄບ​ເດັນໄດ້​ຮັບ​ໄຊ​ຊະ​ນະ​ໃໝ່​ຄືນ​ມາ​ໃນ​ວັນ​ເສົາ​ຜ່ານ​ມານີ້ ຢູ່​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ທີ່​ເປັນ​ລັດ​ໃກ້​ຄຽງ​ນັ້ນ, ແລະ​ດຽວນີ້​ທ່ານໄດ້​ຮັບຄະ​ແນນ​ຈາກຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງທີ່​ໃຫ້ຄຳ​ໝັ້ນ​ໝາຍ 50 ຄົນ​ແລ້ວ.

ໂດຍ​ເປັນຜູ້​ທີ່​ສາມຢູ່​ໃນ​ການ​ນັບຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງ ກໍ​ຄືທ່ານ​ນາງ ເອ​ລີ​ຊາ​ເບັດ ວໍເຣນ, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ແມັສ​ຊາ​ຈູ​ແຊັ​ສ ຜູ້ທີ່ໄດ້​ຮັບ​ຄະ​ແນນ ຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງຂອງ​ເພິ່ນ​ຢູ່​ໃນ​ລັດ​ໂອ​ໂອ​ວາ ກ່ອນ​ຈະ​ມາ​ຮອດ​ຕອນ ປິດ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ລົງດ້ວຍ​ຄວາມ​ຜິດ​ຫວັງ​ໃນ​ຫລາຍໆ​ຄັ້ງ​ຕໍ່​ມາ. ທ່ານ​ນາງ​ມີ​ການ​ແຂ່ງ​ຂັນ​ແບບ​ມີ​ຄະ​ແນນ​ສູ​ສີ​ກັນ​ກັບ​ທ່ານ ແຊນ​ເດີ​ສ໌ ຢູ່​ໃນ​ລັດແມັສ​ຊາ​ຈູ​ແຊັ​ສ, ອີງ​ຕາມ​ການ​ຢັ່ງ​ຫາງ​ສຽງ​ເມື່ອມໍ່ໆ​ມານີ້.

ນອກ​ຈາກ​ການ​ຂະ​ຫຍາຍ​ຈຳ​ນວນ​ລັດ​ອອກ​ໃຫ້​ຫລາຍ​ຂຶ້ນ​ແລ້ວ, ການ​ປ່ອນ​ບັດ​ໃນ​ວັນ​ອັງ​ຄານມື້ນີ້ ຍັງ​ເກີດ​ຂຶ້ນ​ໃນ​ຕອນ​ທີ່​ກຳ​ລັງ​ມີ​ການ​ປ່ຽນ​ແປງ​ອີກ​ດ້ວຍ.

ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ມີ​ເນ​ໂຊ​ຕາ, ທ່ານ​ນາງ​ເອ​ມີ ໂຄ​ລ​ບູ​ຈາ ໄດ້​ປະ​ກາດ​ການ​ຈົບ​ໃນ​ການ​ເປັນ​ຜູ້ສະ​ໝັກ​ເລືກອ​ຕັ້ງ​ຂອງທ່ານ​ນາງ​ລົງ​ໃນ​ວັນ​ຈັນ​ວານນີ້, ແລະ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ເປັນ​ທາງ​ການ​ໃຫ້​ແກ່​ທ່ານ ໄລ​ເດັນ​ຢູ່​ໃນ​ການ​ໂຮມ​ຊຸມ​ນຸມ​ອັນ​ນຶ່ງ. ທ່ານ​ນາງ​ເປັນ​ຜູ້​ນຶ່ງ​ໃນ​ກຸ່ມ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ນະ​ຍົມ​ສາຍ​ກາງ ທີ່​ອອກ​ສຽງ​ສະ​ໜັບ​ສະ​ໜຸນ​ທ່ານ​ໄບ​ເດັນ​ໃນ​ນາ​ທີ​ສຸດ​ທ້າຍ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG