ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຝຸ່ນຍັກ ພວມມຸ່ງໜ້າ ສູ່ ຟີລິບປີນ ໄຕ້ຫວັນ ແລະຈີນ (ວີດີໂອ)


ໄຕ້​ຝຸ່ນ​ ທີ່​ມີ​ຊື່ວ່າ Usagi ​ຊຶ່ງເປັນລົມພາຍຸໃຫຍ່ສຸດ ​ໃນ​​ເຂດ​ມະຫາ​ສະມຸດປາຊິ​ຟິກ ປີນີ້ ພວມມຸ່ງໜ້າສູ່ຟີລິບປິນ ໄຕ້ຫວັນ ແລະຈີນ
ໄຕ້​ຝຸ່ນ​ ທີ່​ມີ​ຊື່ວ່າ Usagi ​ຊຶ່ງເປັນລົມພາຍຸໃຫຍ່ສຸດ ​ໃນ​​ເຂດ​ມະຫາ​ສະມຸດປາຊິ​ຟິກ ປີນີ້ ພວມມຸ່ງໜ້າສູ່ຟີລິບປິນ ໄຕ້ຫວັນ ແລະຈີນ
ຟີ​ລິບ​ປີນ ໄຕ້​ຫວັນ ​ແລະ​ພາກ​ໃຕ້​ຂອງຈີນ ກໍາລັງ​ພາກັນ​ຕຽ​ມຮັບ
ການ​ມາ​ເຖິງຂອງລົມພາຍຸ​ໄຕ້​ຝຸ່ນ ທີ່ເພີ້ມທະວີ​ຄວາມຮ້າຍ​ແຮງ
​ຂຶ້ນຢ່າງ​ວ່ອງ ​ໄວ​ນັ້ນ.

​ໄຕ້​ຝຸ່ນ​ທີ່​ມີ​ຊື່ວ່າ Usagi ​ເປັນລົມພາຍຸ ​ໃນເຂດ​ມະຫາ​ສະມຸດ
ປາຊິ​ຟິກ ທີ່​ມີຄວາມແຮງ​ທີ່​ສຸດ ເທົ່າ​ທີ່​ເຄີຍ​ມີ​ມາ​ໃນ​ປີນີ້ ​ໂດຍ​ຈະ
​ມີ​ລົມ​ແຮງ​ ເຖິງ 240 ກິໂລ​ແມັດ​ຕໍ່​ຊົ່ວ​ໂມງ.

​ເປັນ​ທີ່​ຄາດກັນວ່າ ຄວາມ​ແຮງ​ຂອງ​ລົມພາຍຸ​ຫົວນີ້ຈະ​ເພີ້​ມ​ຂື້ນຕື່ມ
​ອີກ ​ໃນ​ຂະນະ​ທີ່​ພາຍຸ​ດັ່ງກ່າວ​ພັດ​ມຸ່ງ​ໜ້າ​ສູ່ພາກ​ເໜືອ​ຂອງຟີ​ລິບ​
ປີນ​ແລະຕໍ່​ຈາກ​ນັ້ນກໍແມ່ນ​ໄຕ້​ຫວັນ ກ່ອນ​ທີ່​ຈະ​ອ່ອນ​ກໍາ​ລັງ​ລົງ ​
ແລະ ພັດຂຶ້ນ​ຝັ່ງໃນ ພາກ​ໃຕ້​ຂອງ​ຈີນ.

ຟີ​ລິບ​ປີນ ​ໄດ້​ຍົກຍ້າຍປະຊາຊົນ​ອອກ​ຈາກ​ໝູ່​ບ້ານ​ຈໍານວນ​ນຶ່ງ​ ​ໃນ
​ບໍລິເວນ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກເໜືອຂອງ​ປະ​ເທດ ​ແລະ​ໄດ້​ສັ່ງ​
ໃຫ້ບັນດາ​ເຮືອ​ຫາ​ປາ​ກັບ​ຄືນ​ເຂົ້າຈອດກ່ອນໜ້າ​ລົມພາຍຸ ທີ່​ຄາດ
​ວ່າ​ຈະໄປ​ເຖິງ​ໃນ​ຕອນ​ແລງ​ຂອງວັນ​ສຸກ​ມື້​ນີ້.

ບັນດາ​ນັກພະຍາກອນ​ອາກາດຄາດ​ວ່າ ສູນກາງ​ຂອງ​ລົມພາຍຸ​ ຈະ​ພັດ ຜ່ານ​ ຢູ່ໃຕ້ ເກາະໄຕ້
ຫວັນໜ້ອຍນຶ່ງ ​ແຕ່ກໍ​ກ່າວ​ອີກ​ວ່າ ສົ້ນເໜືອ​ສຸດ​ຂອງ​ລົມພາຍຸ ອາດ​ຈະ​ຖະຫຼົ່ມ​ເກາະ​ໄຕ້​ຫວັນ
​ໃນ​ວັນ​ເສົາມື້​ອື່ນນີ້.

ສ່ວນ​ຢູ່​ພາກໃຕ້​ຂອງ​ຈີນ ອົງການ​ຂ່າວຊິນ​ຫົວ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ອອກ​ປະກາດ​
ເຕືອນ ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ ບັນ​ເທົາ​ໄພພິບັດ​ ລ່ວງ​ໜ້າກ່ອນ​ທີ່​ລົມ​ພາຍຸ​ຊຶ່ງ​ຄາດ​ວ່າຈະ
ໄປ​ເຖິງ​ໃນ​ຕອນ​ແລງ​ຂອງ​ວັນ​ອາ ທິດ.

Typhoon
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG