ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທຳນຽບຂາວ ສະເໜີຊ່ອຍ ເຂດປະສົບໄພ Sandy 60.4 ຕື້ໂດລາ


ຜູ້ປົກຄອງລັດນິວເຈີຊີ ທ່ານ Chris Christie ຕອບຄຳຖາມ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ນະຄອນ Trenton ລັດນິວເຈີຊີ (7 ທັນວາ 2012)
ຜູ້ປົກຄອງລັດນິວເຈີຊີ ທ່ານ Chris Christie ຕອບຄຳຖາມ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ນະຄອນ Trenton ລັດນິວເຈີຊີ (7 ທັນວາ 2012)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮ້ອງຂໍໃຫ້
ລັດຖະສະພາອະນຸມັດການຊ່ອຍເຫຼືອມູນຄ່າ 60 ພັນ 400 ລ້ານ
ໂດລາ ເພື່ອຊ່ອຍບູລະນະສ້າງສາບັນດາລັດເຂດແຄມຝັ່ງທະເລ ທາງກໍ້າຕາເວັນອອກຂອງປະເທດທີ່ໄດ້ຮັບຄວາມເສຍຫາຍຢ່າງ
ໜັກຍ້ອນລົມພາຍຸຂະໜາດແຮງ Sandy.

ແຜນການໃຊ້ຈ່າຍດັ່ງກ່າວ ໄດ້ມີການປະກາດໃຫ້ຊາບໃນຖະ
ແຫຼງການຮ່ວມສະບັບນຶ່ງໃນມື້ວັນສຸກວານນີ້ ໂດຍຜູ້ປົກຄອງ
ລັດນິວຢອກ ທ່ານ Andrew Cuomo ແລະຜູ້ປົກຄອງລັດນິວ
ເຈີຊີ ທ່ານ Chris Christie.

ລົມພາຍຸ Sandy ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 125 ຄົນ
ຢູ່ໃນສະຫະລັດ ຫຼັງຈາກໄດ້ພັດມຸ່ງໜ້າຂຶ້ນເໜືອຈາກທະເລ
ຄາຣິບບຽນ ບ່ອນທີ່ລົມພາຍຸຫົວນີ້ໄດ້ເອົາຊີວິດຜູ້ຄົນທີ່ນັ້ນອີກຢ່າງນ້ອຍ 71 ຄົນ.

ໜັງສືພິມ New York Times ລາຍງານວ່າ ແຜນການດັ່ງກ່າວນີ້ຈະໃຊ້ຈ່າຍສຳລັບພວກ ທີ່ໄດ້ຮັບຄວາມເສຍຫາຍສ່ວນໃຫຍ່ແຕ່ບໍ່ແມ່ນຄວາມເສຍຫາຍທັງໝົດໃນມູນຄ່າ 82 ພັນ ລ້ານໂດລາ ຕາມທີ່ໄດ້ລະບຸໂດຍຜູ້ປົກຄອງລັດນິວຢອກ ນິວເຈີຊີ ແລະຄອນເນັກຕິຄັດ.

ໃນຈົດໝາຍສະບັບນຶ່ງ ທີ່ສົ່ງໄປເຖິງປະທານສະພາຕໍ່າສະຫະລັດ ທ່ານ John Boehner ນັ້ນ ສຳນັກບໍລິຫານງານແລະງົບປະມານແຫ່ງຊາດຂອງສະຫະລັດກ່າວວ່າ ເງິນຊ່ອຍເຫຼືອ ດັ່ງກ່າວ ຈະນຳໃຊ້ໃນການບູລະນະສ້າງ ສາທຸລະກິດຂະໜາດນ້ອຍ ລະບົບການຂົນສົ່ງ ຫາດຊາຍແຫ່ງຕ່າງໆ ແລະໂຄງລ່າງພື້ນຖານ.

ເງິນຈຳນວນນີ້ຈະບໍ່ໃຊ້ໃນການຈ່າຍຄ່າເສຍຫາຍໃຫ້ແກ່ຊັບສິນທີ່ໄດ້ປະກັນກັບບໍລິສັດປະ
ກັນໄພເອກກະຊົນຢູ່ແລ້ວນັ້ນ ແລະການຊ່ອຍເຫຼືອຈະຈຳກັດຢູ່ສະເພາະແຕ່ເຮືອນທີ່ທາງ ຄອບຄົວອາໄສຢູ່ທໍ່ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG