ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນ ຊິງແຊ້ມປ້ຽນ Super Bowl ແລະງານປາຕີ້ ໃນນະຄອນ Houston

ງານ Puppy Bowl ຄັ້ງທີ 13 ແມ່ນເປັນທີ່ນິຍົມຊົມຊອບ ຂອງແຟນໆ ສຳລັບງານບຸນ Super Bowl Live ຢູ່ຕົວເມືອງ Houston. ພາບຖ່າຍໂດຍ: (B. Allen/VOA)
ງານ Puppy Bowl ຄັ້ງທີ 13 ແມ່ນເປັນທີ່ນິຍົມຊົມຊອບ ຂອງແຟນໆ ສຳລັບງານບຸນ Super Bowl Live ຢູ່ຕົວເມືອງ Houston. ພາບຖ່າຍໂດຍ: (B. Allen/VOA)

ມັນເປັນງານປາຕີ້ ໃນນະຄອນ Houston ຂອງ ລັດ Texas.

ທີມ New England Patriots ແລະ ທີມ Atlanta Falcons ຈະພາກັນລົງສະໜາມ
ຢູ່ທີ່ແຫ່ງນີ້ ໃນວັນອາທິດມື້ນີ້ ສຳລັບ ການແຂ່ງຂັນຊິງແຊ້ມປ້ຽນ ທີ່ຮູ້ຈັກກັນວ່າ Super
Bowl ຄັ້ງທີ 51 ຂອງ ສະມາຄົມຟຸດບອລແຫ່ງຊາດ ຫຼື ອາເມຣິກັນຟຸດບອລແຫ່ງຊາດ.

ແຕ່ໃນວັນເສົາວານນີ້ ຢູ່ທີ່ສວນ Discovery Green ແຫ່ງນັ້ນ ມັນເປັນເທດສະການ ຮັກ
ແພງກັນແບບຄອບຄົວ ໃນສາຍຕາຂອງພວກຄົນທີ່ີສາມາດແນມເຫັນ.

ມັນເປັນການຈິນຕະນາການໄດ້ຍາກວ່າ ເມື່ອກ່ອນມັນເຄີຍເປັນພຽງ ບ່ອນຈອດລົດ
ສອງສາມແຫ່ງເທົ່ານັ້ນ.

ເດັກຍິງຄົນນຶ່ງ ກຳລັງລູບຄຳ ໝານ້ອຍ ຢູ່ງານ Puppy Bowl ອັນເປັນສ່ວນນຶ່ງຂອງເທດສະການ Super Bowl Live ສຳລັບພວກແຟນ ໃນນະຄອນ Houston ລັດ Texas. (B. Allen/VOA)
ເດັກຍິງຄົນນຶ່ງ ກຳລັງລູບຄຳ ໝານ້ອຍ ຢູ່ງານ Puppy Bowl ອັນເປັນສ່ວນນຶ່ງຂອງເທດສະການ Super Bowl Live ສຳລັບພວກແຟນ ໃນນະຄອນ Houston ລັດ Texas. (B. Allen/VOA)

ໃນໃຈກາງຂອງຄວາມມ່ວນຊື່ນ ແມ່ນລາຍການ Animal Planet ທີ່ໄດ້ອຸປະຖຳ
Puppy Bowl. ມັນທັງໜ້າຮັກ ແລະ ໜ້າຢາກຫົວໃນສຽງຕາມຊື່ມັນນັ້ນ.

ທ້າວ Nathaniel ທີ່ພໍ່ລາວອຸ້ມຢູ່ນັ້ນ ອະທິບາຍໄດ້ດີທີ່ສຸດ. ລາວເວົ້າວ່າ “Puppy
Bowl
ແມ່ນເປັນການແຂ່ງຂັນ Super Bowl ຂອງພວກໝານ້ອຍ.”

ພວກໝານ້ອຍເຫຼົ່ານັ້ນ ຈະກັດມືທີ່ຖືກ້ອງຖ່າຍແກວ່ງໄປແກວ່ງມາ ຂອງນັກຂ່າວຜູ້ໃດ
ກໍຕາມ ທີ່ກ້າວເຂົ້າມາໃນເຂດແດນຂອງພວກມັນ. ເຊື່ອຂ້ອຍ.

ຢູ່ທີ່ Discovery Green, ເປັນສວນໃນຕົວເມືອງ Houston ທີ່ເປັນເຈົ້າພາບຈັດງານບຸນ Super Bowl Live ໃຫ້ແກ່ແຟນ, ເຊິ່ງໃນເທື່ອແລ້ວ ໄດ້ຈັດງານບຸນ Super Bowl ໃນປີ 2004. ອະດີດສະຖານທີ່ຈອດລົດ ເປັນຈຸດສູນກາງ ຂອງການຟື້ນຟູ ແລະການເສີມສ້າງຕົວເມືອງ Houston. ພາບຖ່າຍໂດຍ: (B. Allen/VOA)

ທ້າວ Marcus ຈາກນະຄອນ Houston ມາກັບລຸກຊາຍຂອງລາວ ທີ່ນັ່ງຢູ່ບ່າໄຫລ່
ຂອງລາວ ແມ່ນຮູ້ຄຸນຄ່າຂອງມື້ມ່ວນຊື່ນຂອງຄອບຄົວ.

ທ້າວ Marcus ເວົ້າວ່າ “ມັນດີຫຼາຍ ເຈົ້າຄືຊິຮູ້. ມັນເປັນສິ່ງທີ່ແຕກຕ່າງ. ມັນເປັນ
ສິ່ງ ຈະໄດ້ເຮັດ ເປັນສິ່ງທີ່ເຮັດໃຫ້ພວກເຮົາອອກມາຈາກເຮືອນ ເຈົ້າຮູ້ບໍ່? ມັນສຸດ ຍອດຫຼາຍ.

ສ່ວນທ້າວ Patrick ທີ່ໃສ່ແວ່ນຕາກັນແດດ ແລະ ມວກ baseball ກັບຫລັງ ອຸ້ມລູກ
ສາວຢູ່ ແລະກ່າວວ່າ “ມັນຍິ່ງໃຫຍ່. ມັນເປັນສິ່ງອີກອັນນຶ່ງ ຈະໄດ້ເຮັດໃນວັນເສົາ.
ເຈົ້າຈະໄດ້ອອກມາ ແລະ ເບິ່ງສິ່ງໃໝ່ໆ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG