ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງເຊຍ ກິລາ ອາເມຣິກັນ ຟຸດບອລ ຫຼາຍພັນຄົນ ສະຫຼອງດ້ວຍປາຕີ້ ຢູ່ຕາມຖະໜົນ ກ່ອນວັນແຂ່ງຂັນ


ລາຍການ ຊຸບເປີ ໂບລ ໄລຟ ແມ່ນງານປາຕີ້ 10 ວັນ ຍາວຢຽດ 6 ຊ່ວງຕຶກ ໃນຕົວເມືອງຂອງນະຄອນ ມິນນີອາໂປລິສ, ລັດ ມິນນິໂຊຕ້າ ຈົນຮອດວັນແຂ່ງຂັນກິລາ ອາເມຣິກັນ ຟຸດບອລ ຮອບຊິງຊະນະເລີດລະຫວ່າງທີມ ຟິລາແດລເຟຍ ອີເກີລສ໌ "Philadelphia Eagles" ກັບ ທີມ ນິວ ອິງແລັນ ແພັດທຣີອອດສ໌. 4 ກຸມພາ, 2018.
ລາຍການ ຊຸບເປີ ໂບລ ໄລຟ ແມ່ນງານປາຕີ້ 10 ວັນ ຍາວຢຽດ 6 ຊ່ວງຕຶກ ໃນຕົວເມືອງຂອງນະຄອນ ມິນນີອາໂປລິສ, ລັດ ມິນນິໂຊຕ້າ ຈົນຮອດວັນແຂ່ງຂັນກິລາ ອາເມຣິກັນ ຟຸດບອລ ຮອບຊິງຊະນະເລີດລະຫວ່າງທີມ ຟິລາແດລເຟຍ ອີເກີລສ໌ "Philadelphia Eagles" ກັບ ທີມ ນິວ ອິງແລັນ ແພັດທຣີອອດສ໌. 4 ກຸມພາ, 2018.

ມັນແມ່ນ -11 ອົງສາແຊລຊຽດ ໃນນະຄອນ ມິນນີອາໂປລິສ, ລັດ ມິນເນໂຊຕ້າ, ແຕ່ຮູ້
ສຶກຄື -20 ອົງສາ. ຕາເວັນໄດ້ລັບຟ້າ ແລະ ລົມກໍພັດໄປມາທົ່ວທຸກບ່ອນ ແລະ ນັ້ນກໍ
ແມ່ນເຫດຜົນທີ່ດີທີ່ຈະອາໄສຢູ່ໃນເຮືອນ. ແຕ່ທີ່ນີ້, ໃນຄໍ່າຄືນກ່ອນວັນແຂ່ງຂັນກິລາ
ອາເມຣິກັນ ຟຸດບອລ "American Football" ທີ່ໃຫຍ່ທີ່ສຸດຂອງປີ, ງານປາຕີ້ທີ່ໃຫຍ່
ທີ່ສຸດຂອງປີແມ່ນຖືກຈັດຢູ່ນອກບ້ານໃນຖະໜົນຕ່າງໆ. ລາຍການ ຊຸບເປີ ໂບລ ໄລຟ
"Super Bowl Live" ແມ່ນລາຍການບັນເທີງທີ່ດຳເນີນມາແບບບໍ່ຢຸດດົນກວ່ານຶ່ງສັບ
ປະດາແລ້ວ, ຈົນຮອດວັນແຂ່ງຂັນຊິງແຊັມກິລາ American Footbal NFL ລະ
ຫວ່າງທີມ ຟິລາແດລເຟຍ ອີເກີລສ໌ "Philadelphia Eagles" ແລະ ທີມ ນິວ ອິງແລັນ
ແພັດທຣີອອດສ໌ ໃນວັນອາທິດມື້ນີ້.

ຫົວຂໍ້ສຳລັບງານປາຕີ້ ຊຸບເປີ ໂບລ "Super Bowl" ຄັ້ງນີ້ແມ່ນ “ພາກເໜືອທີ່ກ້າຫານ.”
ລັດ ມິນເນໂຊຕ້າ ມີຄວາມໝາຍຫຼາຍທີ່ສຸດສຳລັບຫົວຂໍ້ “ພາກເໜືອທີ່ກ້າຫານ, ເປັນ
ຄວາມຄິດຂອງການທີ່ອອກມາຢູ່ນອກບ້ານໃນອາກາດແນວນີ້ ແມ່ນສິ່ງທີ່ມີຄວາມໝາຍ
ຫຼາຍກວ່າຄຳວ່າກ້າຫານ, ແຕ່ຢູ່ທີ່ນີ້ໃນພາກເໜືອ, ມັນແມ່ນພຽງການດຳລົງຊີວິດທຳ
ມະດາເທົ່ານັ້ນ.

ພວກເຮົາໄດ້ຖາມຜູ້ອາໄສຢູ່ໃນທ້ອງຖິ່ນສອງສາມຄົນ ໃຫ້ອາທິບາຍເຖິງສາຍພົວພັນ
ຂອງລັດ ມິນເນໂຊຕ້າ ກັບອາກາດໜາວ.

ນັກຂ່າວວີໂອເອຖາມວ່າ ມີບ່ອນໃດອີກບໍ່ທີ່ເຈົ້າມສາມາດເຮັດແນວນີ້ໄດ້? ທ້າວ ທຣອຍ
ເພຣັສເລີ "Troy Presler" ໄດ້ຕອບວ່າ “ການທີ່ໄດ້ມາສະຖານທີ່ຄືນະຄອນ ມິນນີອາ
ໂບລິສ ບ່ອນທີ່ເຈົ້າອາໄສຢູ່ໃນອາກາດແນວນີ້ 3, 4 ເດືອນ ແລະ ມວນຊື່ນກັບມັນ ແລະ
ດຶດຊຶມເຂົ້າກັບມັນນັ້ນ. ມັນແມ່ນສິ່ງທີ່ການແຂ່ງຂັນ Super Bowl ຄັ້ງອື່ນໆຈະບໍ່ມີວັນ
ໄດ້ມີ.”

ທ້າວ ຣາຍອັນ ໂປຣວັອສ "Ryan Provos" ໄດ້ໂດດເຂົ້າມາເວົ້າດ້ວຍການຖືກກັນໄວ້
ພວກເຮົາໄດ້ຍິນຫຼາຍຄັ້ງໃນການເດີນທາງໄປນະຄອນ ມິນນີອາໂປລິສ ຂອງເຮົາ, ໂດຍ
ບໍ່ຄຳນຶງເຖິງອຸນຫະພູມພາຍນອກວ່າ:

“ມັນບໍ່ໄດ້ໜາວປານນັ້ນ! ມັນອຸ່ນແລ້ວຕອນນີ້!”

ນາງ ເຄທີ "Katie" ຜູ້ອາໄສຢູ່ໃນທ້ອງຖິ່ນອີກຄົນນຶ່ງກໍໄດ້ເຫັນດີນຳກັນ. ລາວເວົ້າວ່າ
“ອາກາດແມ່ນດີຫຼາຍ, ແລະ ນີ້ແມ່ນສິ່ງທີ່ເຮົາເຮັດ! ນີ້ແມ່ນສິ່ງທີ່ເຮົາເຮັດໃນຖານະເປັນ
ຊາວ ມິນເນໂຊຕ້າ!”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Thousands of Football Fans Party in the Streets on the Eve of the Super Bowl
please wait

No media source currently available

0:00 0:01:51 0:00

XS
SM
MD
LG