ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ມີຄົນເບິ່ງ ການແຂ່ງຂັນ Super Bowl ປີນີ້ ຫຼາຍເປັນປະຫວັດການ


ແຟນຂອງທິມ Seahawks ຈາກນະຄອນ Seattle ທ້າວ Dustin Pittis ກຳລັງຊີ້ມືໃສ່ໂທລະພາບ ດ້ວຍຄວາມຕື່ນຕົກໃຈ..

ການຖ່າຍ​ທອດ​ໂທລະພາບ ການແຂ່ງຂັນຊິງແຊັມສັນນິບາດ
ຟຸດບອນແຫ່ງ​ຊາດອາເມຣິກັນ ຫລື NFL ທີ່ເອີ້ນວ່າ Super
Bowl ໃນ​ແລງ​ວັນ​ອາທິດ​ທີ່​ຜ່ານ​ມານີ້ ເປັນ​ລາຍການ​ທີ່ມີ​ຄົນ
​ເບິ່ງ​ຫລາຍ​ທີ່​ສຸດ​ເປັນ​ປະຫວັດ​ການ​ຂອງສະຫະລັດ.

​ໄຊຊະນະ​ຢ່າງ​ໜ້າຕື່ນເຕັ້ນ 28 ຕໍ່ 24 ​ໂດຍ​ທີມ Patriots ຂອງ
ເຂດ New England ຕໍ່ທີມ Seahawks ຈາກນະຄອນ Seat-
tle ​ມີຊາວ​ອາ​ເມຣິກັນ 114 ລ້ານ 4 ​ແສນ​ຄົນ ໄດ້ເບິ່ງກັນ ອີງ​
ຕາມໂທລະພາບ NBC ທີ່​ໄດ້​ຖ່າຍ​ທອດ​ການ​ແຂ່ງຂັນດັ່ງກ່າວ
ຢູ່​ນອກ​ນະຄອນ Phoenix ໃນລັດ Arizona ນັ້ນກໍຄື ​ມີ 2 ລ້ານ
2 ​ແສນ​ຄົນ ຫລາຍ​ກວ່າ​ການແຂ່ງຂັນ Super Bowl ຄັ້ງ​ກ່ອນ
ຊຶ່ງມີຜູ້ເບິ່ງຜູ້ຊົມຫລາຍເປັນປະຫວັດການຄືກັນ ​ເວລາທີມ Seahawks ​ໄດ້​ໄຊຊະນະທີມ Bronco ຂອງນະຄອນ Denver ຢູ່​ນອກ​ນະຄອນ New York.

ປະທານ​ກຸ່ມ​ກິລາ ​ໂທລະພາບ NBC ທ່ານ Mark Lazarus ກ່າວ​ວ່າ ປີ​ນີ້ມີ 600,000
ຄົນ ​ເບິ່ງ​ການ​ແຂ່ງຂັນ ທີ່ມີການປະກາດເປັນ​ພາ​ສາສະ​ແປ​ນິສ ຢູ່​ໃນ ຕາໜ່າງເຄເບີລ
ຂອງໂທລະພາບ NBC Universal.

​ເຈັດ​ໃນຈຳນວນແປດລາຍການ ທີ່ມີ​ຄົນ​ເບິ່ງຫລາຍ​ທີ່​ສຸດຢູ່ໃນປະຫວັດ​ສາດ ສະຫະລັດ
ແມ່ນ Super Bowl.

​ ເພາ​ະວ່າ ມີບັນດາ​ຜູ້ຄົນ​ເບິ່ງ​ Super Bowl ຫລາຍທີ່​ສຸດ​ນັ້ນ ການໂຄສະນາ ສຳຫລັບ
ປີນີ້ຈຶ່ງສູງເປັນປະຫວັດການຄື ​4 ລ້ານ 5 ​ແສນ​ໂດ​ລາ ຕໍ່ 30 ວິນາທີ.

HashtagVOA: The Super Bowl: Sports, Ads, and Dollars
please wait

No media source currently available

0:00 0:29:59 0:00

XS
SM
MD
LG