ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທີມ Giants ຊະນະ Super Bowl ຄັ້ງທີ 46 (​ເບິ່ງ​ສະໄລດ໌ກັບວີ​ດີ​ໂອ)


Eli Manning ຜູ້ແກວ່ງໝາກບານ ຫລື quarterback ຂອງທີມ Giants ສະແດງປະຕິກິລິຍາ ຫລັງຈາກເກມສິ້ນສຸດລົງ. ແລະຊະນະ Super Bowl.
ວັນທີ 6 ກຸມພາ 2012.
Eli Manning ຜູ້ແກວ່ງໝາກບານ ຫລື quarterback ຂອງທີມ Giants ສະແດງປະຕິກິລິຍາ ຫລັງຈາກເກມສິ້ນສຸດລົງ. ແລະຊະນະ Super Bowl. ວັນທີ 6 ກຸມພາ 2012.

ຜົນ​ການ​ແຂ່ງຂັນ Super Bowl ທີ່​ສະຫະລັດ ປາກົດ​ວ່າ ທີ​ມ New York Giants ໄດ້
ຊະນະ​ທີ​ມ New England Patriots ດ້ວຍ​ຄະ​ແນນ 21 ຕໍ່ 17 ໂດຍ​ສາມາດເອົາ​ໝາກ
ບານ​ແລ່ນ​ເຂົ້າ​ໂກລໄປ touchdown ​ໃນນາທີ​ສຸດ​ທ້າຍ ແລະໄດ້​ຄອງ​ຕໍາ​ແໜ່​ງ​ແຊ້ມຂອງ​ສະ
ມາຄົມ​ຟຸດ​ບອນ​ແຫ່ງ​ຊາດ​ສະຫະລັດ​ ຫລື U.S. National Football League ທີ່​ເອີ້ນ​ວ່າ
Super Bowl ຊຶ່ງ​ເປັນການແຂ່ງຂັນກີລາ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ.

ທ້າວ Ahmad Bradshaw ຂອງ​ທີ​ມ Giants ໄດ້​ລົບ​ລ້າງ​ຄະ​ແນນ​ນໍາ​ໜ້າ 2 ​ແຕ້ມ​ຂອງ​
ທີ​ມ Patriots ດ້ວຍ​ການຫອບ​ບານ​ແລ່ນໄລຍະໄກ 5 ຫລາ ຫລື 5 yards ເຂົ້າ​ໂກລ ຊຶ່ງ​
ເຮັດ​ໃຫ້ທີ​ມ Giants ຊະນະ Super Bowl ຄັ້ງ​ທີ 46.

Eli Manning ຜູ້​ແກວ່ງໝາກບານ ຫລື quarterback ຂອງ​ທີ​ມ Giants ​ທີ່ໄດ້ນໍາພາ
ທີ​ມຄືບ​ໜ້າ​ໄປ​ສູ່​ໄຊຊະນະ ດ້ວຍ​ການ​ແກ​ວ່ງ​ບານ 9 ​ເທື່ອ ​ໄລຍະ 80 ຫລາ​ນັ້ນ ​ໄດ້​ຖືກ
ເລືອກ​ໃຫ້​ເປັນ​ນັກກີລາ​ທີ່​ມີ​ຄຸນຄ່າ​ຫລາຍທີ່​ສຸດ​ ຫລື MVP ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້.

ທີ​ມ New England ໄດ້​ໝາກບານ​ອີກ​ຄັ້ງ​ນຶ່ງ​ຫລັງ​ຈາກ Bradshaw ໄປ touchdown ​
ແລ້ວ ແຕ່ Tom Brady quarterback​ ຂອງທີ​ມ ​ໄດ້​ແກວ່ງ​ລູກ​ຍາວໃນ​ນາທີ​ສຸດທ້າຍ
ແຕ່​ບໍ່​ເຖິງມືຂອງ ​ຜູ້ຮັບ​.

ໄຊ​ຊະນະ​ໃນຄັ້ງ​ນີ້ແມ່ນ​ເປັນ​ຄັ້ງ​ທີ 4 ​ໃນ​ປະວັດ​ຂອງທີ​ມ Giants ທີ່ເຄີຍ​ໄດ້ຊະນະ​ເລີດມາ
ແລ້ວ ​ໃນ​ປີ 1987 ​ແລະ 1991 ​ແລະໄດ້​ຊະນະ​ທີ​ມ Patriots ຄື​ກັນ ​ໃນ​ການແຂ່ງຂັນ​
Super Bowl ຄັ້ງ​ທີ 42 ​ໃນ​ປີ 2008 ຊຶ່ງ quarterback Eli Manning ກໍ​ໄດ້ຖືກ​
ເລືອກ​ໃຫ້​ເປັນນັກກີລາ​ທີ່​ມີ​ຄຸນຄ່າ​ຫລາຍ​ທີ່​ສຸດ​ເຊ່ນ​ກັນ​ ໃນ​ປີນັ້ນ.

ສະຖິຕິ​ຂອງ​ທີ​ມ Giants ​ໃນ​ປີ​ທີ່​ຜ່ານ​ມາ ​ແມ່ນຊະນະ 7 ​ເທື່ອ​ແລະ​ເສຍ 7 ​ເທື່ອ​ ​ແຕ່​ໄດ້
ຊະນະ 6 ​ເກ​ມສຸດ​ທ້າຍລຽນຕິດ​ ແລະ​ເສຍ​ຄັ້ງ​ສຸດ​ທ້າຍ​ໃຫ້​ທີ​ມ Redskins ຂອງ​ກຸງ​ວໍ​ຊິງ​ຕັນ
ໃນ​ວັນ​ທີ 16 ທັນວາ​ຜ່ານ​ມາ.

ເບິ່ງ​ວີ​ດີ​ໂອ​ລາຍ​ງານ​ພາສາ​ອັງກິດ ກ່ຽວ​ກັບ​ການ​ເອົາ​ມາດ​ຕະການ​ຮັກສາ​ຄວາມ​
ປອດ​ໄພ ​ໃຫ້​ແກ່​ການ​ແຂ່ງຂັນ Super Bowl:

XS
SM
MD
LG