ກອງກຳລັງ ອີຮັກ ທີ່ພວມທຳການກວດລ້າງເມືອງ ຣາມາດີ ຫຼັງ ຈາກໄດ້ຍຶດຄືນ ເມືອງດັ່ງກ່າວຈາກພວກຫົວຮຸນແຮງ ລັດອິສລາມ ແມ່ນກຳລັງໄດ້ຮັບການຕໍ່ຕ້ານ ທີ່ໜັກຂຶ້ນກວ່າທີ່ຄາດຄິດໄວ້ໃນ ຕອນທຳອິດ.
ບັນດາເຈົ້າໜ້າທີ່ ສະຫະລັດ ໃນເບື້ອງຕົ້ນໄດ້ກ່າວວ່າ “ຈຳນວນ ຕົວເລກແມ່ນ ນ້ອຍ” ເມື່ອຖືກຖາມກ່ຽວກັບ ຈຳນວນຂອງພວກ ນັກຮົບ IS ທີ່ຍັງເຫຼືອຢູ່ໃນເມືອງ ຫຼັງຈາກກອງກຳລັງ ອີຣັກ ໄດ້ ເຄື່ອນເຂົ້າໄປໃນເຂດສຳຄັນຂອງເມືອງຫຼວງ ແຂວງ Anbar ໃນ ວັນຈັນທີ່ຜ່ານມາ. ໃນວັນພຸດວານນີ້, ແນວໃດກໍຕາມ, ບັນດາເຈົ້າ ໜ້າທີ່ກ່າວວ່າ ກອງກຳລັງ ອີຣັກ ໄດ້ປະເຊີນໜ້າກັບ “ກຸ່ມຕໍ່ຕ້ານ” ແລະ ການໂຈມຕີ ບາງຄັ້ງບາງຄາວ, ເຊິ່ງສະແດງໃຫ້ວ່າ ມີຢູ່ຢ່າງກວ້າງຂວາງ.
ເຈົ້າໜ້າທີ່ ສະຫະລັດ ກ່າວຕໍ່ວີໂອເອ ໂດຍບໍ່ປະສົງອອກນາມວ່າ “ພວກເຂົາຍັງຢູ່ ໃນທີ່ນັ້ນ, ພວກເຂົາກຳລັງຂະຫຍາຍກົນລະຍຸດການແຈກກະຈາຍເພື່ອຍືດ ເວລາ ແລະ ເນື້ອທີ່.”
ເຈົ້າໜ້າທີ່ຈະບໍ່ໃຫ້ຕົວເລກວ່າ ມີພວກນັກຮົບຂອງສັດຕູຍັງເຫຼືອຢູ່ໃນເມືອງ ຣາມາດີ, ແຕ່ໄດ້ ລະບຸວ່າ ມີຫຼາຍກວ່າສອງສາມຮ້ອຍຄົນເຊື່ອວ່າໄດ້ປ້ອງກັນເມືອງ ດັ່ງກ່າວໄວ້.
ນອກນັ້ນເຈົ້າໜ້າທີ່ກໍຍັງບໍ່ໄດ້ກຳນົດແນ່ນອນກ່ຽວກັບຄວາມເປັນໄປໄດ້ວ່າ ຈຳນວນຂອງພວກ ຫົວຮຸນແຮງ IS ສາມາດເພີ້ມຂຶ້ນ ໃນຂະນະທີ່ປະຕິບັດງານກວດລ້າງໄດ້ຫຍັບເຂົ້າໃກ້ເຂດໃໝ່, ລວມທັງບາງເຂດໃນພາກເໜືອ ແລະ ພາກຕາ ເວັນອອກຂອງເມືອງ, ໃກ້ກັບແມ່ ນ້ຳ Euphrates.
ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ພົບເຫັນນັກຮົບຂອງ ພວກ ລັດອິສ ລາມ ຫຼົບໜີເຂົ້າໄປໃນເຂດດັ່ງກ່າວ, ເຊິ່ງຮູ້ກັນໃນຊື່ “ຫູສະຫຼາມ” ຍ້ອນຮູບຮ່າງຂອງມັນ, ໃນ ຂະນະທີ່ພວກນັກຮົບ IS ດັ່ງກ່າວນັ້ນໄດ້ຫາທາງຫຼົບໜີ ຈາກກອງກຳລັງ ອີຣັກ.
ໃນການຖະແຫຼງຂ່າວເປັນເວລາສັ້ນໆ ໃນຕອນເຊົ້າຂອງວັນພຸດວານນີ້ທີ່ນະຄອນຫຼວງ ແບກ ແດັດ, ເຈົ້າໜ້າທີ່ສືບລັບຂອງພັນທະມິດຄົນໜຶ່ງໄດ້ໃຫ້ຕົວເລກຂອງ ພວກນັກຮົບ ລັດອິສລາມ ທີ່ຍັງເຫຼືອຢູ່ປະມານ 700 ຄົນ, ເຊິ່ງເພີ່ມຂຶ້ນເປັນສອງ ເທົ່າຂອງການຄາດຄະເນກ່ອນໜ້ານີ້.