ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຸນິສາ ລີ, ອາຍຸ 18 ປີ ເປັນຜູ້ນໍາພາ ທີມກິລາກາຍະກໍາຍິງຂອງ ສຫລ ຄວ້າເອົາຫລຽນຄໍາໃນກິລາ ໂອລິມປິກ ທີ່ໂຕກຽວ


ສຸນິສາ ລີ (Sunisa Lee) ຂອງສະະຫະລັດຖ່າຍຮູບກັບຫລຽນຄໍາໃນກິລາ gymnastics ຍິງໃນການແຂ່ງຂັນແບບທຸກທ່າຮອບສຸດທ້າຍຢູ່ງານກິລາໂອລິມປິກລະດູຮ້ອນ 2020 ໃນວັນພະຫັດ, 29 ກໍລະກົດ, 2021 ຢູ່ທີ່ນະຄອນຫລວງໂຕກຽວ
ສຸນິສາ ລີ (Sunisa Lee) ຂອງສະະຫະລັດຖ່າຍຮູບກັບຫລຽນຄໍາໃນກິລາ gymnastics ຍິງໃນການແຂ່ງຂັນແບບທຸກທ່າຮອບສຸດທ້າຍຢູ່ງານກິລາໂອລິມປິກລະດູຮ້ອນ 2020 ໃນວັນພະຫັດ, 29 ກໍລະກົດ, 2021 ຢູ່ທີ່ນະຄອນຫລວງໂຕກຽວ

ນາງສຸນິສາ ລີ (Sunisa Lee) ອາຍຸ 18 ປີ ທີ່ເປັນສະມາຊິກອາຍຸນ້ອຍກວ່າໝູ່ທີ່ສຸດຂອງທີມນັກກິລາໂອລິມປິກເພດຍິງສະຫະລັດນັ້ນໄດ້ກາຍເປັນຄວາມຫວັງທີ່ດີທີ່ສຸດຂອງທີມດັ່ງກ່າວ ທີ່ຈະຄວ້າເອົາຫຼຽນຄຳໃນງານກິລາໂອລິມປິກໂຕກຽວເມື່ອການແຂ່ງຂັນປະເພດດ່ຽວໃນທຸກທ່າເລີ້ມຕົ້ນຂຶ້ນໃນວັນພະຫັດມື້ນີ້.

ນາງລີ ໄດ້ຖືກຜັກເຂົ້າໄປສູ່ແສງແຫ່ງຄວາມສົນໃຈຂອງຄົນໃນທັນທີ ເມື່ອເພື່ອນຮ່ວມທີມຂອງນາງ ຄືນາງ ຊີມອນ ໄບລສ໌ (Simone Biles) ຖອນຕົວຢ່າງກະທັນຫັນອອກຈາກການແຂ່ງຂັນຮອບສຸດທ້າຍຂອງທີມ ໃນວັນອັງຄານຜ່ານມາຫລັງຈາກບໍ່ໄດ້ປະຕິບັດທ່າທີ່ນາງໄດ້ວາງແຜນໄວ້ ໃນການຕີລັງກາຂຶ້ນປິ່ນຕົວຢູ່ກາງເວຫາ ແລະເຊຖອຍຫຼັງຕອນລາວລົງຮອດພື້ນ. ເຖິງແມ່ນນວ່າຈະບໍ່ໄດ້ມີການຝຶກຊ້ອມກ່ອນການແຂ່ງຂັນກໍຕາມ ນາງລີ ກໍ່ໄດ້ເຂົ້າໄປແທນທີ່ນາງໄບລສ໌ ໃນການເຮັດທ່າຕີລັງກາຢູ່ພື້ນ ແລະເຮັດໃຫ້ຫລິ້ນໄດ້ຢ່າງດີຢ້ຽມ ຈຶ່ງຊ່ວຍໃຫ້ຊາວອາເມລິກັນໄດ້ຮັບຫລຽນເງິນໄປ.

ນອກຈາກເປັນສະມາຊິກທີ່ນ້ອຍທີ່ສຸດຂອງທີມປີ 2020 ແລ້ວ ນາງລີ ຍັງເປັນຄົນ ທຳອິດຂອງຊົນເຜົ່າມົ້ງທີ່ໄດ້ເຂົ້າທີມໂອລິມປິກຂອງສະຫະລັດ. ນາງສາວທີ່ມີຖິ່ນກຳເນີດຢູ່ເມືອງເຊັນ ພອລ (St. Paul), ລັດມີເນໂຊຕາ ຂອງສະຫະລັດ ແມ່ນສະມາຊິກຄົນນຶ່ງຂອງປະຊາຄົມເຜົ່າມົ້ງທີ່ໃຫຍ່ ທີ່ໄດ້ຕັ້ງຖິ່ນຖານຢູ່ໃນເມືອງ ທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງ ແລະພາກອື່ນໆຂອງສະຫະລັດໃນທ້າຍຊຸມປີ 1970 ໃນນາມເປັນອົບພະຍົບ ຫຼັງຈາກໄດ້ຕໍ່ສູ້ຢ່າງລັບໆຄຽງຄູ່ກັນກັບກອງກຳລັງທະຫານຂອງສະຫະລັດໃນປາງຫວຽດນາມສົງຄາມ, ແຕ່ວ່າ ຕໍ່ມາໄດ້ຖືກປ່ອຍປະໄປ ຫຼັງຈາກສົງຄາມສິ້ນສຸດລົງ.

ທ່ານນາງ ເຢັບ ທາວ (Yeev Thoj), ແມ່ຂອງນາງສຸນິສາ ລີ ກ່າວຕໍ່ວີໂອເອພາກພາສາລາວວ່າ ນາງ ແລະສາມີຂອງນາງ ຄືທ່ານຈອນ ລີ ທຳອິດໄດ້ລູກສາວຂອງ ພວກຕົນ ໄປລົງທະບຽນເປັນສະມາຊິກຫລິ້ນກິລາກາຍະກໍາ ຫລື gymnastics ກໍ ແມ່ນເພື່ອເຮັດໃຫ້ນາງແລະອ້າຍເອື້ອຍນ້ອງ 5 ຄົນຂອງນາງ ມີຄວາມຫ້າວຫັນ ໃນການອອກກໍາລັງກາຍ. ເມື່ອເວລາຜ່ານໄປ, ທ່ານນາງກ່າວວ່າ ພວກເຂົາເຈົ້າ ກໍສັງເກດເຫັນວ່າ ນາງສຸນິສາ "ຂ້ອນຂ້າງວ່າມີພອນສະຫວັນ" ໃນການຫລິ້ນກິລາ ຢ່າງເປັນທໍາມະຊາດຢູ່ແລ້ວ.

ທ່ານນາງເວົ້າອີກວ່າ "ເມື່ອນາງໄປຫລິ້ນກິລາກາຍະກໍາ, ເບິ່ງຄືວ່າ ນາງມີຄວາມ ເພີດເພີນ ແລະມັກຫລິ້ນກິລານີ້ຫລາຍ ແລະກໍສາມາດມີຄວາມກ້າວໜ້າໃນຄວາມຄ່ອງແຄ້ວໃນກິລາກາຍະກໍາຂຶ້ນໄປເລື້ອຍໃນແຕ່ລະປີ, ແລະນາງກໍຈະເປັນຄົນປະເພດນັ້ນຫລະ."

ເສັ້ນທາງເດີນໄປຫາກິລາໂອລິມປິກຂອງນາງລີ ເຕັມໄປດ້ວຍຄວາມຫລຸ້ງຍາກ ລຳບາກໃນຊຸມປີມໍ່ໆມານີ້, ເຊິ່ງເຫດການທີ່ເຫັນໄດ້ຫລາຍທີ່ສຸດແມ່ນເກີດຂຶ້ນໃນປີ 2019, ເມື່ອພໍ່ຂອງນາງເປັນອຳມະພາດແຕ່ໜ້າເອິກລົງໄປ ຫຼັງຈາກລາວໄດ້ຕົກຈາກບັນໄດໃນບໍ່ພໍເທົ່າໃດມື້ ກ່ອນທີ່ນາງຈະໄປແຂ່ງຂັນຮອບຊະນະເລີດຂອງກິລາແຫ່ງຊາດສະຫະລັດ. ນາງໄດ້ເຮັດສຳເລັດໄດ້ຕາມແຜນການດັ່ງທີ່ພໍ່ລາວໄດ້ຂໍຮ້ອງ, ແລະໄດ້ເປັນທີສອງຮອງຈາກນາງໄບລສ໌ (Biles) ໃນການແຂ່ງຂັນທຸກທ່າຂອງກິລານີ້.

ນາງຍັງບໍ່ສາມາດໄປຝຶກໄດ້ໃນປີກາຍນີ້ ຫລັງຈາກບ່ອນອອກກຳລັງກາຍຂອງນາງໄດ້ປິດລົງໃນຂະນະທີ່ມີໂຣກລະບາດສູງ, ເຊິ່ງໄດ້ເອົາຊີວິດຂອງປ້າແລະລຸງຂອງນາງໄປ. ຫຼັງຈາກນັ້ນ ນາງກໍ່ໄດ້ຮັບບາດເຈັບຢູ່ຕີນພາຍຫລັງທີ່ບ່ອນອອກກຳລັງກາຍຂອງນາງເປີດຄືນອີກ ແລະນາງກໍ່ໄດ້ເລີ່ມການຝຶກຊ້ອມຄືນມາອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG