ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສຸນິສາ, ລູກສາວອົບພະຍົບເຜົ່າມົ້ງ ທີ່ມາຈາກລາວ ກໍາລັງທໍາຊື່ສຽງໃຫ້ ສຫລ ຢູ່ໃນການແຂ່ງຂັນກິລາໂອລິມປີກ ໂຕກຽວ


ໃນກິລາໂອລິມປິກ 2020 ຢູ່ໂຕກຽວ- ນາງ ສຸນິສາ ລີ ທໍາການແຂ່ງການຫ້ອຍໂຫນຮາວ 2 ອັນທີ່ຕໍ່າ-ສູງບໍ່ສະເໝີກັນສໍາລັບທີມ 4 ຄົນຂອງ ສຫລ ຢູ່ສູນກິລາ Ariake Gymnastics Centre, ໂຕກຽວ, ວັນທີ 25 ກໍລະກົດ, 2021 (ພາບໂດຍ REUTERS/Dylan Martinez)
ໃນກິລາໂອລິມປິກ 2020 ຢູ່ໂຕກຽວ- ນາງ ສຸນິສາ ລີ ທໍາການແຂ່ງການຫ້ອຍໂຫນຮາວ 2 ອັນທີ່ຕໍ່າ-ສູງບໍ່ສະເໝີກັນສໍາລັບທີມ 4 ຄົນຂອງ ສຫລ ຢູ່ສູນກິລາ Ariake Gymnastics Centre, ໂຕກຽວ, ວັນທີ 25 ກໍລະກົດ, 2021 (ພາບໂດຍ REUTERS/Dylan Martinez)

ສຸນິສາ ລີ (Sunisa Lee) ຊຶ່ງຄົນມັກເອີ້ນຊື່ຂອງລາວ ສັ້ນໆວ່າ ສຸນີ, ຍິງ ສາວມົ້ງ-ອາເມຣິກັນ ອາຍຸ 18 ປີ ມາຈາກຄອບຄົວອົບພະຍົບ ທີ່ພໍ່ແມ່ເກີດຢູ່ລາວ ນັ້ນໄດ້ເປັນ 1 ໃນ 4 ນັກກິລາກາຍະກໍາ ຫລື Gymnastics ດີເດັ່ນທີ່ສຸດທີ່ຖືກເລືອກໃຫ້ຕາງໜ້າສະຫະລັດ ເຂົ້າຮ່ວມກັນແຂ່ງຂັນກິລາໂອລິມປິກປີ 2020 ທີ່ກໍາລັງແຂ່ງຂັນຢູ່ນະະຄອນໂຕກຽວຂອງຍີ່ປຸ່ນຢູ່ໃນເວລານີ້. ທີມຂອງນາງຊີງໄດ້ຫລຽນເງິນ ໃນການແຂ່ງຂັນຮອບສຸດທ້າຍ ແບບເປັນທີມ 4 ຄົນ ເຖິງແມ່ນວ່າ ນັກກິລາດາວເດັ່ນໃນທີມ ກໍຄືນາງຊີໂມ ບາຍລ໌ ໄດ້ຖອນຕົວອອກຈາກການແຂ່ງຂັນຫລັງຈາກບາດເຈັບ ໃນຂະນະທີ່ນາງເຮັດທ່າຕີລັງກາ ແລະປິ່ນໂຕອ້ອມຢູ່ກາງເວຫານັ້ນກໍຕາມ. ໃນນັ້ນທັງ 4 ຄົນແມ່ນຫລິ້ນໝົດ 4 ທ່າ ແລະທ່າທີ່ນາງສຸນິສາຫລິ້ນໄດ້ດີທີ່ສຸດໃນທ່າໂດດໃສ່ຮາວ 2 ອັນທີ່ຕໍ່າສູງບໍ່ສະເໝີກັນທີ່ຕ້ອງໃຊ້ລີລາການໂດດໄປຫ້ອຍໂຫນຢູ່ຮາວແຕ່ລະອັນນັ້ນໄດ້ຢ່າງແມ້ນຢໍາທີ່ສຸດ. ນາງມີຄວາມສາມາດໃນການແຂ່ງຂັນໂດດຫ້ອຍໂຫນຮາວທີ່ຍາກທີ່ສຸດໂດຍທໍາຄະແນນ ໄດ້ 6.8, ຊຶ່ງເປັນຄະແນນສູງທີ່ສຸດໃນໂລກ, ອີງຕາມການລາຍງານຂອງໜັງສືພິມນີວຢອກແທມສ໌.

Sunisa Lee ໃນການແຂ່ງຂັນຮອບທໍາອິດຢູ່ງານກິລາ Olympics 2020 ທີ່ໂຕກຽວ ໃນວັນທີ 25 ກໍລະກົດ 2021
Sunisa Lee ໃນການແຂ່ງຂັນຮອບທໍາອິດຢູ່ງານກິລາ Olympics 2020 ທີ່ໂຕກຽວ ໃນວັນທີ 25 ກໍລະກົດ 2021

ຕອນນີ້ນາງແລະອີກເພື່ອນຮ່ວມທີມຄົນນຶ່ງກໍາລັງກຽມຕົວເຂົ້າແຂ່ງຂັນຮອບສຸດທ້າຍປະເພດດ່ຽວຊຶ່ງທ່ານນາງແຢງ ທາວ, ແມ່ຂອງ ນາງເລົ່າກ່ຽວກັບການແຂ່ງຂັນຮອບຕໍ່ໄປນີ້ສູ່ຟັງວ່າ:
“ມື້ວັນພະຫັດວັນທີ 29 ນີ້ ແມ່ນການແຂ່ງຂັນທີ່ຄົບແບບ ຊຶ່ງວ່າ ປະເທດນຶ່ງ ມີແຕ່ສອງຄົນເທົ່ານັ້ນ ທີ່ເຂົ້າຮ່ວມການແຂ່ງຂັນນີ້ໄດ້. ລາວໄດ້ຫລິ້ນແບບຄົບ ຊຸດຄືກັນ ສະນັ້ນລາວຈະເຂົ້າຮ່ວມການແຂ່ງຂັນບັດນີ້.”

ຄອບຄົວຂອງສຸນິສາ ເບິ່ງການແຂ່ງຂັນຂອງນາງໃນກິລາໂອລິມປິກທີ່ໂຕກຽວທີ່ທີມນາງໄດ້ຫລຽນເງິນໃນ ວັນທີ 27 ກໍລະກົດ, 2021
ຄອບຄົວຂອງສຸນິສາ ເບິ່ງການແຂ່ງຂັນຂອງນາງໃນກິລາໂອລິມປິກທີ່ໂຕກຽວທີ່ທີມນາງໄດ້ຫລຽນເງິນໃນ ວັນທີ 27 ກໍລະກົດ, 2021

ພໍ່ຂອງນາງ, ທ່ານ ຈອນ ຫລື ຮົວ ລີ ມີຄວາມໝັ້ນໃຈວ່ານາງຈະໄດ້ນໍາເອົາຫລຽນອັນໃດອັນນຶ່ງກັບບ້ານມາບ້ານຢູ່ສະຫະລັດແນ່ນອນ ເພາະລາວມີຄວາມສາມາດທີ່ຈະຊະນະການແຂ່ງຂັນນີ້ໄດ້ເວັ້ນເສຍແຕ່ວ່າລາວຈະເຮັດຜິດພາດຢ່າງໃດຢ່າງນຶ່ງເທົ່ານັ້ນ. ພ້ອມກັນນັ້ນ ທ່ານຮົວ ລີ ເວົ້າກັບວີໂອເອ ດ້ວຍຄວາມ ພູມໃຈວ່າ:
“ໃນນາມທີ່ເປັນພໍ່ແມ່ຂອງລາວ ພວກເຮົາຮູ້ສຶກດີໃຈ ຫລາຍ. ລາວເປັນຄົນມົ້ງ-ອາເມຣິກັນຄົນທໍາອິດ ທີ່ໄປແຂ່ງຂັນກິລາໂອລິມປິກ ສະນັ້ນ ພຽງແຕ່ວ່ານາງໄດ້ເຂົ້າໄປຫັ້ນ ກໍເຮັດໃຫ້ພວກເຮົາມີຄວາມດີໃຈຫຼາຍແລ້ວ, ລາວໄດ້ສ້າງປະຫວັດສາດແລ້ວ ແລະລາວກໍໄດ້ຮັບຫລຽນເງິນມາແລ້ວ ຊໍ່ານີ້ພວກເຮົາກໍດີໃຈຫລາຍແລ້ວ.”

ທ່ານຮົວ ລີ ເກີດຢູ່ລ່ອງແຈ້ງ, ແຂວງໄຊສົມບູນ ແລະ ອອກຈາກບ້ານຕອນ ອາຍຸໄດ້ 5 ປີ ພໍ່ແມ່ຂອງທ່ານໄດ້ພາໄປຢູ່ສູນອົບພະຍົບບ້ານວິໄນ, ຈັງຫວັດເລີຍແລະ ມາຮອດສະຫະລັດໃນປີ 1979 ຕອນ ທີ່ທ່ານໄດ້ 8 ປີ. ສະນັ້ນການທີ່ມີລູກສາວທີ່ມີຄວາມສາມາດສູງເຖິງຂັ້ນກາຍເປັນນັກກິລາຜູ້ນຶ່ງທີ່ຕາງໜ້າໃຫ້ແກ່ປະ ເທດອັນກວ້າງໃຫຍ່ແລະມີຊື່ສຽງໃນໂລກເຊັ່ນສະຫະລັດນີ້ກໍນັບວ່າເປັນເລື້ອງ ທີ່ໜ້າຍິນດີ ສໍາລັບຄອບຄົວ, ປະຊາຄົມລາວ ແລະມົ້ງຕະຫລອດທັງຊາວອາເມຣິກັນທົ່ວປະເທດ.

ເບິ່ງວີດິໂອກ່ຽວກັບການແຂ່ງຂັນກິລາໂອລິມປິກຢູ່ໂຕກຽວ

XS
SM
MD
LG