ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວັນອາທິດມື້ນີ້ ເປັນ ວັນແມ່ ຢູ່ໃນສະຫະລັດ ແລະ ຢູ່ໃນຫຼາຍໆ ປະເທດ ທົ່ວໂລກ


Mother's Day
please wait
Embed

No media source currently available

0:00 0:00:51 0:00

ວັນອາທິດມື້ນີ້ ເປັນ ວັນແມ່ ຢູ່ໃນສະຫະລັດ ແລະ ຢູ່ໃນຫຼາຍໆປະເທດ ທົ່ວໂລກ.

ວັນແມ່ ເປັນເວລາ ສຳລັບການສະເຫຼີມສະຫຼອງ ແລະ ການຮັບຮູ້ບຸນຄຸນ ວຽກງານທັງໝົດ ຂອງພວກແມ່ຍິງ ທີ່ໄດ້ກະທຳມາ.

ຕາມທຳມະດາແລ້ວ ພວກສະມາຊິກຄອບຄົວ ແມ່ນຈະມອບດອກໄມ້ ໃຫ້ແກ່ແມ່ ຂອງ ພວກຕົນ ແລະ ການລ້ຽງອາຫານຄ່ຳທີ່ຫລູຫລາ ເພື່ອເປັນການລະລຶກເຖິງ ວັນນີ້.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວໃຫ້ກຽດແກ່ ທ່ານນາງ Michelle ພັນລະຍາຂອງທ່ານ ໃນການກ່າວຄຳປາໄສ ປະຈຳສັບປະດາ ດ້ວຍການ ກ່າວຂອບອົກຂອບໃຈທ່ານນາງ “ສຳລັບວິທີທາງ ທີ່ດີເປັນພິເສດ ທີ່ທ່ານນາງເຮັດ ໃນໜ້າທີ່ ອັນສຳຄັນທີ່ສຸດນັ້ນ ກໍຄືການເປັນແມ່.”

ໃນຂະນະດຽວກັນ ລັດຖະສະພາສະຫະລັດ ກໍໄດ້ກຳນົດໃຫ້ ວັນແມ່ ເປັນວັນພັກ ຢ່າງເປັນ ທາງການ ເມື່ອປີ 1914 ທ່ານໂອບາມາ ໄດ້ຮຽກຮ້ອງ ສະຖາບັນນິຕິບັນຍັດໃນປັດຈຸບັນ ໃຫ້ຮັບຮອງຜ່ານມາດຕະການເພື່ອໃຫ້ກຽດແກ່ພວກແມ່ຍິງ ໃຫ້ເປັນຮູບປະທຳຫຼາຍຂຶ້ນຕື່ມ ໂດຍເລີ້ມຕົ້ນດ້ວຍ ຂໍ້ລິເລີ້ມຫຼາຍຢ່າງ ຈາກລັດຖະບານຂອງທ່ານ.

ຊົມການ ກ່າວຖະແຫລງ ຂອງ ປະທານາທິບໍດີ ໂອບາມາ ກ່ຽວກັບ ວັນແມ່

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG