ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຣີຊີ ຊູນາກ ໄດ້ເຂົ້າ​ດຳ​ລົງ ​ຕຳ​ແໜ່ງ ເປັນນາຍົກລັດຖະມົນຕີ ຂອງອັງກິດ


ທ່ານ ຣີຊີ ຊູນາກ ເປັນນາຍົກລັດຖະມົນຕີຄົນ​ໃໝ່ຂອງອັງກິດ ໄດ້​ກ່າວ​ຄຳ​ປາ​ໄສ ຢູ່ນອກ ທຳ​ນຽບນ້ຳ​ເບີ 10 ຖະ​ໜົນ Downing ມໃນະ​ຄອນ​ຫລວງບອນດອນ, ວັນ​ທີ 25 ຕະ​ລາ, 2022
ທ່ານ ຣີຊີ ຊູນາກ ເປັນນາຍົກລັດຖະມົນຕີຄົນ​ໃໝ່ຂອງອັງກິດ ໄດ້​ກ່າວ​ຄຳ​ປາ​ໄສ ຢູ່ນອກ ທຳ​ນຽບນ້ຳ​ເບີ 10 ຖະ​ໜົນ Downing ມໃນະ​ຄອນ​ຫລວງບອນດອນ, ວັນ​ທີ 25 ຕະ​ລາ, 2022

ທ່ານ ຣີຊີ ຊູນາກ ໄດ້ກາຍເປັນນາຍົກລັດຖະມົນຕີຂອງອັງກິດ ໃນວັນອັງຄານ ທີ 25 ຕຸລາວານນີ້ ຫຼັງຈາກທີ່ຜູ້ດຳ ລົງຕຳແໜ່ງກ່ອນໜ້າທ່ານ ຄື ທ່ານາງ ລີສ ທຣັສ (Liz Truss) ໄດ້ລົງຈາກຕຳແໜ່ງ.

ທ່ານນາງ ທຣັສ ໄດ້ກ່າວຖະແຫລງໂດຍຫຍໍ້ຢູ່ດ້ານນອກຕຶກເລກ 10 ຖະໜົນ ດາວນິ້ງ ກ່ອນທີ່ຈະເດີນທາງໄປຍັງພະຣາຊະວັງບັກກິງແຮມ ເພື່ອຍື່ນໃບລາ ອອກຈາກຕຳແໜ່ງຢ່າງເປັນທາງການຕໍ່ກະສັດຊາລສ໌ ທີ III ຜູ້ທີ່ໄດ້ຊົງແຕ່ງຕັ້ງ ນາຍົກລັດຖະມົນຕີຂອງອັງກິດຢ່າງເປັນທາງການ. ຂະນະທີ່ທ່ານນາງ ທຣັສ ໄດ້ເດີນທາງອອກໄປຈາກພະຣາຊະວັງນັ້ນ ທ່ານ ຊູນາກ ກໍໄດ້ເດີນທາງມາ ຮອດ ແລະ ຫຼັງຈາກການ​ເຂົ້າ​ເຝົ້າ, ກະສັດກໍ​ໄດ້ເຊີນທ່ານ ຊູນາກ ໃຫ້ຕັ້ງລັດຖະບານຂຶ້ນຢ່າງເປັນທາງການ.

ທ່ານ ຣີຊີ ຊູນາກ, ນາຍົກລັດຖະມົນຕີຂອງອັງກິດໂບກ​ມື​ໃສ່​ຝູງ​ຊົນ ເມື່ອ​ທ່ານ​ໄປ​ເຖິງ Downing Street ໃນ​ລອນດອນ, ວັນ​ທີ 25 ຕຸ​ລາ, 2022.
ທ່ານ ຣີຊີ ຊູນາກ, ນາຍົກລັດຖະມົນຕີຂອງອັງກິດໂບກ​ມື​ໃສ່​ຝູງ​ຊົນ ເມື່ອ​ທ່ານ​ໄປ​ເຖິງ Downing Street ໃນ​ລອນດອນ, ວັນ​ທີ 25 ຕຸ​ລາ, 2022.

ທ່ານຊູນາກ ອາຍຸ 42 ປີ ເປັນອະດີດຫົວໜ້າກຳກັບການລົງທຶນເພື່ອ​ເກັງ​ກຳ​ໄລ ຜູ້ທີ່ຫາກໍຖືກເລືອກເຂົ້າໃນວົງການການເມືອງເປັນເວລາພຽງເຈັດປີນັ້ນ ໄດ້ຖືກ ມອບໝາຍໃຫ້ຍຸຕິການຜິດຖຽງກັນພາຍໃນພັກ ແລະຄວາມບາດໝາງກັນຢູ່ທີ່ ແວສມິນສເຕີ ທີ່ໄດ້ເຮັດໃຫ້ພວກນັກລົງທຶນຕື່ນຕົກໃຈ ແລະສ້າງຄວາມກັງວົນ ເປັນຫ່ວງໃຫ້ແກ່ບັນດາພັນທະມິດນາໆຊາດ.

ທ່ານຊູນາກ ເປັນນາຍົກລັດຖະມົນຕີທີ່ໜຸ່ມນ້ອຍທີ່ສຸດຂອງອັງກິດ ສຳລັບຊ່ວງ ເວລາຫຼາຍກວ່າ 200 ປີ ແລະ ເປັນຜູ້ນຳທີ່ບໍ່ແມ່ນຄົນຜິວຂ​າວຜູ້ທຳອິດຂອງປະເທດ.

ໃນການກ່າວຖະແຫລງຢູ່ດ້ານນອກ​ສະ​ຖານ​ທີ່​ພັກ​ອາ​ໄສ​ທາງ​ການ​ໃໝ່​ຂອງ​ທ່ານ ຢູ່ທີ່ຕຶກເລກ 10 ຖະໜົນດາວນິ້ງນັ້ນ ທ່ານຊູນາກ ໄດ້ກ່າວຍົກຍ້ອງທ່ານນາງ ທຣັສ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG