ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແມ່ນຮວມຢູ່ໃນບັນດາປະມຸກ ຂອງປະ
ເທດຕ່າງໆຫຼາຍສິບທ່ານ ທີ່ໄປຮວມກອງປະຊຸມສຸດຍອດຂອງບັນດາປະເທດໃນທະວີບ
ອາເມຣິກາ ຢູ່ໂຄລົມເບຍ.
ປະທານາທິບໍດີ ແລະນາຍົກລັດຖະມົນຕີ 33 ທ່ານ ຈາກການາດາ ສະຫະລັດ ບັນດາປະ
ເທດໃນແຖບທະເລຄາຣິບຽນແລະອາເມຣິກາລາຕິນ ກຳລັງປະຊຸມກັນທີ່ເມືອງຕາກອາກາດ
Cartagena.
ເປັນທີ່ຄາດກັນວ່າ ປະທານາທິບໍດີໂອບາມາ ຈະໃຊ້ກອງປະຊຸມສຸດຍອດໃນຄັ້ງນີ້ເປັນໂອ
ກາດໃນການກ່າວຢໍ້າເຖິງຄວາມສຳຄັນ ໃນການຂະຫຍາຍຄວາມສຳພັນທາງດ້ານເສດຖະ
ກິດແລະໃນດ້ານອື່ນໆຢູ່ໃນທົ່ວຂົງເຂດ.
ເຖິງແມ່ນປະທາທິບໍດີສະຫະລັດຍັງສືບຕໍ່ໄດ້ຮັບຄວາມນິຍົມຢູ່ໃນທົ່ວຂົງເຂດກໍຈິງ ແຕ່
ທ່ານກໍໄດ້ປະເຊີນກັບຄວາມບໍ່ພໍໃຈ ທີ່ມີເພີ່ມຂຶ້ນ ກ່ຽວກັບບັນຫາຈຳນວນນຶ່ງ ຮວມທັງ
ການປາບປາມການຄ້າຢາເສບຕິດທີ່ຜິດກົດໝາຍ ທີ່ໄດ້ດຳເນີນມາເປັນເວລາຫຼາຍໆທົດ
ສະວັດຂອງວໍຊິງຕັນ ແລະການສືບຕໍ່ ບໍ່ມີໜ້າຂອງຄິວບາ ຢູ່ໃນກອງປະຊຸມສຸດຍອດດັ່ງ
ກ່າວ.
ມີພວກຜູ້ນຳຂອງປະເທດຕ່າງໆ ໃນຈຳນວນຫຼາຍຂຶ້ນ ຮວມທັງເຈົ້າພາບຈັດກອງປະຊຸມ
ສຸດຍອດປະທານາທິບໍດີ Juan Manuel Santos ແຫ່ງໂຄລົມເບຍ ໄດ້ຮຽກຮ້ອງໃຫ້
ການຄ້າຢາເສບຕິດ ເປັນເລື່ອງທີ່ບໍ່ຜິດກົດໝາຍ ເພື່ອຈະຫຼຸດຜ່ອນ ຄວາມຮຽກຮ້ອງ
ຕ້ອງການທີ່ຂັບດັນ ໃຫ້ເກີດຄວາມຮຸນແຮງ ລະຫວ່າງ ກຸ່ມການຄ້າຢາເສບຕິດ. ທ່ານ
Dan Restrepo ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທ່ານໂອບາມາ ຮັບຜິດ
ຊອບກ່ຽວກັບອາເມຣິກາລາຕິນ ກ່າວວ່າ ປະທານາ ທິບໍດີີສະຫະລັດບໍ່ໄດ້ໃຫ້ການສະ
ໜັບສະໜຸນກ່ຽວກັບເລື່ອງນີ້.
ນອກນັ້ນ ຍັງມີການຮຽກຮ້ອງຫຼາຍຂຶ້ນ ໃຫ້ສະຫະລັດຍຸຕິການຂວໍ້າບາດທາງດ້ານເສດ
ຖະກິດເປັນເວລາ 5 ທົດສະວັດຂອງສະຫະລັດຕໍ່ຄິວບາ ແລະອະນຸຍາດໃຫ້ປະເທດດັ່ງ
ກ່າວກັບຄືນເຂົ້າມາຮ່ວມ ອົງການຈັດຕັ້ງ ຂອງບັນດາປະເທດ ໃນທະວີບອາເມຣິກາຄືນ
ໃໝ່. ປະທານາທິບໍດີເອກວາດໍທ່ານ Rafael Correa ບໍ່ຍອມໄປຮ່ວມກອງປະຊຸມສຸດ
ຍອດຄັ້ງນີ້ເພື່ອເປັນການປະທ້ວງຕໍ່ການບໍ່ໄດ້ເຂົ້າຮ່ວມຂອງຄິວບາແລະຜູ້ນຳຄົນອື່ນໆ
ກໍເຕືອນວ່າຄວນຈະເປັນກອງປະຊຸມສຸດຍອດເທື່ອສຸດທ້າຍທີ່ບໍ່ມີປະເທດຄອມມູນິສຄິວ
ບາເຂົ້າຮ່ວມນຳ.
ນອກນັ້ນ ຍັງເປັນທີ່ຄາດກັນວ່າ ປະທານາທິບໍດີໂອບາມາ ຈະເປັນພວກຜູ້ນຳກຸ່ມນ້ອຍ
ໃນການຄັດຄ້ານຂອງທ່ານຕໍ່ການອ້າງກຳມະສິດຂອງອາເຈັນຕິນາເອົາໝູ່ ເກາະ Falk-
land ທີ່ອັງກິດຄວບຄຸມຢູ່ໃນເວລານີ້.
ອິດທິພົນຂອງວໍຊິງຕັນ ໃນອາເມຣິກາລາຕິນ ຄ່ອຍໆເສື່ອມລົງ ນັບແຕ່ກອງປະຊຸມສຸດ
ຍອດເທື່ອແລ້ວໃນປີ 2009 ຂະນະທີ່ຂົງເຂດດັ່ງກ່າວມີຄວາມສຳພັນ ທາງດ້ານເສດຖະ
ກິດແລະການທູດເພີ່ມຂຶ້ນກັບບັນດາປະເທດທີ່ມີເສດຖະກິດພຸ່ງພົ້ນໃໝ່ ເຊັ່ນຈີນ ແລະ
ອິນເດຍເປັນຕົ້ນ.