ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ຖືກເພື່ອນບ້ານ ໃນທະວີບອາເມຣິກາ ກົດດັນ ໜັກຂຶ້ນ ກ່ຽວກັບຄິວບາ


ທ່ານນາງ Christina Fernandez ປະທານາທິບໍດີ ອາເຢັນຕິນາ (ຂວາ)
ນາຍົກລັດຖະມົນຕີ Barbua (ຊ້າຍ) ແລະປະທານາທິບໍດີແມ໊ກຊິໂກ ທ່ານ
Felipe Calderon (ກາງ) ທີ່ກອງປະຊຸມສຸດຍອດປະເທດອາເມຣິກາ
ທ່ານນາງ Christina Fernandez ປະທານາທິບໍດີ ອາເຢັນຕິນາ (ຂວາ) ນາຍົກລັດຖະມົນຕີ Barbua (ຊ້າຍ) ແລະປະທານາທິບໍດີແມ໊ກຊິໂກ ທ່ານ Felipe Calderon (ກາງ) ທີ່ກອງປະຊຸມສຸດຍອດປະເທດອາເມຣິກາ

ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ກໍາລັງ​ປະ​ເຊີນ​ກັບ​ ຄວາມ​ກົດ​ດັນຢ່າງ​
ບໍ່​ລົດ​ລະ ຈາກ​ບັນດາ​ຄູ່​ຕໍາ​ແໜ່​ງຂອງ​ທ່ານ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງກຸ່ມປະ​ເທດໃນ​ທະ
ວີບອາ​ເມຣິກາ ​ທີ່​ປະ​ເທດ​ໂຄ​ລົມ​ເບຍເພື່ອ​ໃຫ້​ໂຮມເອົາຄິວ​ບາ ​ເຂົ້າໃນ​ກອງ​ປະຊຸມ​ຂອງ​ກຸ່ມ
ໃນ​ອະນາຄົດ.

ທັງບັນດາ​ປະ​ເທດ​ທີ່​ອ່ຽງຊ້າຍ​ແລະ​ອະນຸລັກ​ນິຍົມ ກໍາ​ລັງຜັກ​ດັນ​ໃຫ້ປະ​ເທດ​ຄອມ​ມີ​ວນີສ
ຄິວບາໄດ້ເຂົ້າມາ​ຮ່ວມ​ນໍາ ​ໃນກອງ​ປະຊຸມ​ສຸດຍອດຄັ້ງ​ຕໍ່​ໆໄປ. ທ່ານ Juan Manuel
Santos ປະທານາທິບໍດີໂຄ​ລົມເບຍ ຊຶ່ງ​ເປັນ​ເຈົ້າ ພາບ​ກອງ​ປະຊຸມ​ ບອກ​ບັນດາ​ຜູ້​ເຂົ້າ
ຮ່ວມ​ປະຊຸມ​ວ່າ ​ໃນບັນຍາກາດຂອງ​ ປັດຈຸບັນ​ນີ້ ມັນ​ບໍ່​ມີ​ເຫດຜົນ​ອັນ​ໃດ​ເລີຍ ທີ່​ຈະ​ບໍ່​ໃຫ້
ຄິວ​ບາ​ເຂົ້າຮ່ວມ​ກອງ​ປະຊຸມນໍາ.

ທ່ານ Rafael Correa ປະທານາທິບໍດີ ອີ​ຄວາ​ດໍ ກໍ​ໄດ້​ບອຍຄ໊ອດບໍ່​ຍອມໄປຮ່ວມ​ກອງ​
ຊຸມທີ່​ເມືອງ Cartagena ນັ້ນ ​ເພື່ອ​ປະ​ທ້ວງ​ຕໍ່​ການຍົກ​ເວ້ນຄິວ​ບາ ​ຈາກ​ກອງ​ປະຊຸມ​.

ຝ່າຍ​ສະຫະລັດ​ໄດ້ໂຕ້​ແຍ້​ງວ່າ ຄິວ​ບາ ບໍ່​ມີ​ສິດ​ເຂົ້າຮ່ວມ​ ເພາະວ່າຄິວ​ບາ​ຍັງ​ບໍ່​ມີ​ປະຊາທິ
ປະ​ໄຕ ​ແລະບໍ່​ເຄົາລົບ​ຕໍ່ສິດທິ​ມະນຸດ​ຂອງ​ປະຊາຊົນ​ຄິວ​ບາ​ນໍາ​ອີກ.

ບັນດາ​ປະມຸກ​ ​ແລະ​ລັດຖະບານຂອງ​ຫລາຍ​ກວ່າ 30 ປະ​ເທດ ກໍາລັງ ປະກອບສ່ວນ​ໃນ
ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ່​ຫົກ ​ຂອງ​ພວກ​ປະ​ເທດ​ໃນ​ຂົງ​ເຂດ​ອາ​ເມຣິກາ ຊຶ່ງ​ເປັນ​ກອງ​ປະຊຸມ
ສອງ​ວັນ ​ແລະ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ອາທິດ​ມື້​ນີ້.

XS
SM
MD
LG