ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ແຂກຜູ້ມີກຽດ ລົມຄວາມລັບ ກ່ຽວກັບ ຄວາມສຳເລັດ ທີ່ກອງປະຊຸມ ສຸດຍອດ ຜູ້ປະກອບ ວິສາຫະກິດ


ກອງປະຊຸມສຸດຍອດ ຜູ້ປະກອບວິສາຫະກິດ ຫຼື GES ແມ່ນແນໃສ່ ເພື່ອໃຫ້ມີການຕິດຕໍ່ກັນ ລະຫວ່າງ ພວກນັກທຸລະກິດໜຸ່ມນ້ອຍ ແລະພວກນັກລົງທຶນ ຕະຫລອດພວກຜູ້ນຳທາງທຸລະກິດ.

ພວກ​ນັກ​ວິສາຫະກິດ​ຈຳ​ນວນ​ຫລາຍ​ຮ້ອຍ​ຄົນ​ຈາກ​ທົ່ວ​ໂລກ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່ ​ລັດ​ຄາ​ລີຟໍ​ເນຍ ​ໂດຍ​ຫວັງ​ວ່າ ​ຈະ​ມີ​ໂອກາດ​ໄດ້​ພົບ​ພໍ້ກັບພວກ​ກຳນົດນະ​ໂຍບາຍ​ທີ່ສຳຄັນໆ ພວກ ນັກ​ລົງທຶນ ​ແລະ​ ພວກ​ຜູ້​ຄົນ ​ທີ່​ໄດ້​ປະສົບ​ກັບ​ຄວາມ​ສຳ​ເລັດ ຂະ ໜາດໃຫຍ່​ມາ​ແລ້ວ ​ໃນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າພະຍາຍາມ​ເຮັດ.

ລາຍ​ຊື່​ຂອງ​ພວກ​ທີ່​ຈະ​ຂຶ້ນ​ໄປ​ກ່າວ ​ແລະ​ຢູ່​ໃນຄະນະ​ກຳມະການ​ຈາກ​ລັດຖະບານ ສະຫະລັດ ປະຊາ​ຄົມ​ທຸລະ​ກິດ ​ແລະ​ບໍລິສັດ​ລົງທຶນ ທີ່​ກອງ​ປະຊຸມ​ສຸດ​ຍອດ​ຜູຸ້ປະ ກອບການ​ວິສາຫະກິດ ຫຼື GES ​ແມ່ນ​ຢູ່​ໃນ​ຂອບ​ເຂດ ​ທີ່​ກວ້າງຂວາງ. ປະທານາ ທິບໍດີບາ​ຣັກ ​ໂອ​ບາ​ມາ​ ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ John Kerry ລັດ ຖະມົນຕີ​ກະຊວງ​ການ​ຄ້າ ທ່ານ​ນາງ Penny Pritzker ​ແລະ​ຫົວໜ້າ​ຄຸ້ມ​ຄອງ​ທຸ ລະ​ກິດ​ຂະໜາດນ້ອຍ ທ່ານ​ນາງ Maria Contreas-Sweet ກໍ​ຈະ​ເຂົ້າຮ່ວມ. ​ ເຊັ່ນ​ດຽວ​ກັນ​ ກັບ​ບັນດາ​ຜູ້​ກໍ່ຕັ້ງບໍລິສັດ​ຕ່າງໆ ​ເຊັ່ນ Google ​ແລະ Airbnb.

ເບິ່ງນາງ Naomi Tulay-Solanke ຖະແຫຼງ

Liberian Entrepreneur Says Technology Making the Difference
please wait

No media source currently available

0:00 0:00:54 0:00

ຫົວໜ້າ​ດ້ານ​ເທັກ​ໂນ​ໂລ​ຈີ​ຂອງ​ສະຫະລັດທ່ານນາງ Megan Smith ກ່າວວ່າ ພວກ​ເຮົາ ​ມີ​ພວກ​ນັກ​ລົງທຶນ ພວກ​ສະໜັບສະໜຸນ​ ລະບົບ​ນິ​ເວດ​ທັງ​ໝົດ ພວກ​ນັກ​ສຶກສາ ຜູ້ຕາງໜ້າ​ທາງ​ທຸລະ​ກິດ ​ເຈົ້າໜ້າ​ທີ່​ລັດຖະບານ ​ແລະ​ພວກ​ເຂົາ​ເຈົ້າ ທີ່​ຈິງ​ແລ້ວ ​ແມ່ນຕາງໜ້າ​ໂດຍ​ເຕັມ ​ໃຫ້​ແກ່ ພວກ​ທີ່​ມີ​ຄວາມ​ຊ່ຽວຊານ​ໃນ​ການ​ປະກອບ​ວິ​ສາ​ຫະກິດທີ່ມາ​ຈາກ​ພື້ນຖານ​ທີ່​ແຕກ​ຕ່າງ​ກັນ ໃນ​ທົ່ວ​ປະ​ເທດ​ຂອງ​ພວກ​ເຮົາ ​ແລະ ​ ມາ​ຈາກ​ທົ່ວໂລກ. ລະດັບ​ຂອງ​ຄວາມ​ຮູ້​ຄວາມ​ຊ່ຽວຊານ​ແມ່ນ​ຢູ່​ທີ່​ນີ້​ແມ່ນ​ສູງ​ຫຼາຍ​ ທີ່​ມາ​ຈາກຫລາຍໆ​ປະ​ເທດ.

ທ້າວ Steven Ozoigbo ຈາກໄນຈີເຣຍ ກ່າວກ່ຽວກັບ ການເລີ້ມເຮັດທຸລະກິດ

Serial Entrepreneur Advises Building a Team Around Yourself
please wait

No media source currently available

0:00 0:01:03 0:00

ກອງປະຊຸມ​ຈຳນວນ​ນຶ່ງ​ແມ່ນ​ຈະເພັ່ງ​ເລັງ​ໃສ່​ກ່ຽວ​ກັບ​ວ່າພະ​ແນ​ກການ​ຕ່າງໆ​ ຂອງລັດຖະ ບານຈະເຮັດ​ແບບ​ໃດ​ ຈຶ່ງ​ຈະ​ຫັນປ່ຽນ​ ໃຫ້​ວິ​ສາ​ຫະກິດເປັນ​ຜູ້​ຂັບ ດັນ ​ການ​ເຕີບ​ໂຕ​ຂອງເສດຖະກິດ ໃນ​ແບບ​ດຽວ​ກັບ​ທີ່​ສູນ​ກາງ​ເທັກ​ໂນໂລ​ຈີຂອງ​ສະຫະລັດທີ່ Silicon Valley ມີ ການ​ພົວພັນ​ຫຼາຍຂຶ້ນກັບ​ຕະຫລາດ​ພຸ່ງ​ພົ້ນ​ໃໝ່.

ປະທານາທິບໍດີໂອບາມາ ປະກາດກ່ຽວກັບກອງປະຊຸມ GES ປີ 2016

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG