ກຸ່ມທາລີບານ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ສຳຫລັບ
ລົດລະເບີດສະຫຼະຊີບ ໃນວັນຈັນມື້ນີ້ ຢູ່ທີ່ປະຕູໃຫຍ່ ເຂົ້າສະໜາມ
ບິນສາກົນ ຂອງນະຄອນຫຼວງກາບູລ ທີ່ໄດ້ສັງຫານພົນລະເຮືອນ
ຢ່າງໜ້ອຍ 4 ຄົນ ແລະ ອີກ 17 ຄົນບາດເຈັບ.
ບັນດາຜູ້ເຫັນເຫດການ ກ່າວວ່າ ເປົ້າໝາຍຂອງລະເບີດ ທີ່ຮຸນ
ແຮງນັ້ນ ແມ່ນແນໃສ່ຂະບວນລົດຫຸ້ມເກາະ ທີ່ກຳລັງນຳສົ່ງບັນດາ
ເຈົ້າໜ້າທີ່ລັດຖະບານໄປ.
ໂຄສົກຄົນໜຶ່ງຂອງກຸ່ມທາລີບານ ກ່າວວ່າ ການໂຈມຕີດັ່ງກ່າວ
ແນໃສ່ “ກຳລັງຕ່າງຊາດທີ່ມາຄຸ້ມຄອງປະເທດຢູ່.”
ການໂຈມຕີຄັ້ງນີ້ ມີຂຶ້ນຫຼັງຈາກ ການວາງລະເບີດຫຼາຍໆບັ້ນມາແລ້ວ ທີ່ກຸ່ມທາລີບານໄດ້ອ້າງເອົາຄວາມຮັບຜິດຊອບ ເມື່ອສອງສາມມື້ຜ່ານມາ ຢູ່ໃນນະຄອນຫຼວງຂອງອັຟການິສຖານ ແລະ ແຫ່ງອື່ນໆອີກ ໃນປະເທດ.
ການວາງລະເບີດຫຼາຍຄັ້ງເມື່ອວັນສຸກຜ່ານມາ ຊຶ່ງໄດ້ສັງຫານຢ່າງໜ້ອຍ 50 ຄົນ ທີ່ລວມມີການໂຈມຕີຕໍ່ຖານທັບກອງກຳລັງພິເສດສະຫະລັດ ຢູ່ໃກ້ໆກັບສະໜາມບິນໃຫຍ່ ພ້ອມກັນກັບ ໂຮງຮຽນຕຳຫລວດ ອັຟການິສຖານ ຢູ່ໃນນະຄອນຫຼວງກາບູລ.
ເມື່ອວັນເສົາຜ່ານມາ ຜູ້ວາງລະເບີດສະຫຼະຊີບທາລີບານຄົນໜຶ່ງ ໄດ້ສັງຫານຢ່າງໜ້ອຍ 29 ຄົນ ຢູ່ໃນແຂວງ Kunduz ທາງພາກເໜືອ ຂອງປະເທດ.