ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢ່າງໜ້ອຍ 3 ຄົນໄດ້ເສຍຊີວິດ ໃນເຫດລະເບີດ ລົດ ສະຫຼະຊີບ ໃນ ໂຊມາເລຍ


ແຜນທີ່ນະຄອນຫຼວງ Mogadishu, ໂຊມາເລຍ.
ແຜນທີ່ນະຄອນຫຼວງ Mogadishu, ໂຊມາເລຍ.

ການໂຈມຕີດ້ວຍລະເບີດລົດ ໃກ້ກັບຕຶກສະພາແຫ່ງຊາດໃນນະຄອນຫຼວງ Mogadishu ຂອງ ໂຊມາເລຍ ໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 3 ຄົນເສຍຊີວິດ ແລະ ຄົນອື່ນໆໄດ້ຮັບ ບາດເຈັບ 6 ຄົນໃນວັນເສົາວານນີ້, ອີງຕາມການກ່າວຂອງເຈົ້າໜ້າທີ່ຮັກສາຄວາມປອດ ໄພ ແລະ ຜູ້ເຫັນເຫດການ.

ທ່ານ Abdifitah Omar Halane ໂຄສົກລັດຖະບານພາກພື້ນ Mogadishu ໄດ້ກ່າວຕໍ່ວີ ໂອເອວ່າ “ລົດທີ່ບັນຈຸລະເບີດໄດ້ພຸ່ງເຂົ້າໃສ່ດ່ານກວດກາຄວາມປອດໄພ ທີ່ຕັ້ງຢູ່ໃກ້ໆ ກັບຕຶກສະພາແຫ່ງຊາດເຮັດໃຫ້ມີຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຫຼາຍຄົນ, ແຕ່ຂ້າ ພະເຈົ້າບໍ່ສາມາດໃຫ້ຕົວເລກທີ່ແນ່ນອນໄດ້ໃນຕອນນີ້ ໃນເວລາທີ່ໜ່ວຍປະຕິບັດການ ສຸກເສີນ ເພື່ອຊ່ອຍເຫຼືອຜູ້ບາດເຈັບ ແລະ ປ້ອງກັນພື້ນທີ່ໄດ້ເດີນທາງມາເຖິງ.”

ແຕ່ທ່ານ Aden Mohamed Hassan ເຈົ້າໜ້າທີ່ຕຳຫຼວດ ໜຶ່ງໃນຈຳນວນຄົນທຳອິດທີ່ ໄດ້ຕອບສະໜອງຕໍ່ເຫດການນີ້ໄດ້ກ່າວວ່າ ເພິ່ນເຫັນສົບທະຫານທີ່ເສຍຊີວິດສອງຄົນ, ຜູ້ ຕ້ອງສົງໄສມືລະເບີດສະຫຼະຊີບຄົນໜຶ່ງ ແລະ ທະຫານລັດຖະບານທີ່ໄດ້ຮັບບາດເຈັບຢ່າງ ໜ້ອຍ 6 ຄົນ.

ທ່ານ Hassan ກ່າວວ່າ “ມືລະເບີດສະຫຼະຊີບ ເຫັນໄດ້ຊັດເຈນວ່າເພັ່ງເລັງໃສ່ຂະບວນ ເຈົ້າໜ້າທີ່ຮັກສາຄວາມປອດໄພ ເຊິ່ງໄດ້ກັບຄືນຈາກການກວດກາລາດຕະເວນຍາມ ກາງຄືນປະຈຳວັນ.”

ການໂຈມຕີໄດ້ເກີດຂຶ້ນ ໃນຂະນະທີ່ສະມາຊິກຄົນທຳອິດຂອງສະພາແຫ່ງຊາດຄົນຕໍ່ໄປ ໄດ້ຖືກເລືອກຕັ້ງໃນເມືອງ Garowe, ເມືອງຫຼວງຂອງແຂວງ Puntland.

ບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບເທື່ອ ກ່ຽວກັບການໂຈມຕີດັ່ງກ່າວ, ແຕ່ເດັ່ນ ກວ່າໝູ່ຄົງຈະເປັນພວກ Al-Shabab ທີ່ເຊື່ອມໂຍງກັບກຸ່ມ al-Qaida.

ພວກ Al-Shabab ໄດ້ຖືກຂັບໄລ່ອອກຈາກນະຄອນຫຼວງ Mogadishu ໂດຍກອງກຳລັງ ຮັກສາສັນຕິພາບຂອງ ສະຫະພາບ ອາຟຣິກາ ໃນປີ 2011 ແຕ່ກໍຍັງຄົງເປັນສັດຕູທີ່ມີອຳ ນາດໃນ ໂຊມາເລຍ ຢູ່, ເຊິ່ງເປີດການໂຈມຕີສະຫຼະຊີບມາຫຼາຍຄັ້ງໃສ່ ໂຮງແຮມ, ຮ້ານອາ ຫານ, ອາຄານລັດຖະບານ ແລະ ກອງທັບສະຫະພາບ ອາຟຣິກາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG