ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະລະຊິບ ສັງຫານ 22 ຄົນ ຢູ່ອັຟການິສຖານ (ວີດີໂອ)


ທະຫານກຳລັງປະສົມ ທີ່ເມືອງການດາຮາ ໃນພາກໃຕ້ອັຟການິສຖານ (6 ມິຖຸນາ 2012)
ທະຫານກຳລັງປະສົມ ທີ່ເມືອງການດາຮາ ໃນພາກໃຕ້ອັຟການິສຖານ (6 ມິຖຸນາ 2012)

ບັນດາ​ເຈົ້າ​ໜ້າ​ທີ່ໃນພາກ​ໃຕ້​ອັ​ຟກາ​ນິສຖານກ່າວ​ວ່າ ພວກ​ໂຈມ​ຕີ​ດ້ວຍລະ​ເບີດ​
ສະລະ​ຊີ​ບ ໄດ້​ສັງຫານ​ພົນລະ​ເຮືອນຢ່າງ​ໜ້ອຍ 22 ຄົນ ຢູ່ບ່ອນຈອດ​ລົດ​ຂົນສົ່ງ
ທີ່ລໍຖ້າ​ເພື່ອນໍາສົ່ງສໍາພາລ​ະໃຫ້​ແກ່​ຖານ​ທັບ​ຂອງເນ​ໂຕ້ທີ່​ຕັ້ງ​ຢູ່ໃກ້ໆ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້ໂຈມ​ຕີຄົນ​ນຶ່ງທີ່ຂີ່​ລົດຈັກມາ ​ໄດ້​ບີບ​ຄະ​ນວນລະ​ເບີດ​ລູກ ​
ທໍາ​ອິດໃຫ້​ແຕກ​ຂຶ້ນ ໃນ​ວັນ​ພຸດມື້ນີ້ ທີ່​ເມືອງ Kandahar ໃນ​ຂະນະ​ທີ່​ຝູງ​ຊົນ​ພາ
ກັນຟ້າວ​ແລ່ນ​ໄປ​ຊ່ວຍ​ເຫ​ລື​ອຜູ້​ທີ່ໄດ້​ຮັບ​ບາດ​ເຈັບ ​ຜູ້​ໂຈມ​ຕີ​ຄົນທີ​ສອງ​ທີ່​ຍ່າງ​ໄປ​ກໍ
ບີບ​ຄະ​ນວນລະ​ເບີດ​ໃຫ້​ແຕກ​ຂື້ນ. ການ​ໂຈມ​ຕີ​ທັງ​ສອງ​ບັ້ນນີ້ ​ເຮັດ​ໃຫ້​ຢ່າງໜ້ອຍ
50 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຫດລະ​ເບີດ​ໄດ້ແຕກ​ຂື້ນໃກ້ກັບ​ເດີ່ນ​ເຮືອ​ບິນ ທີ່​ເມືອງ Kandahar ຊຶ່ງ​ເປັນ​ຖານ
​ທັບ​ຂະໜາດໃຫ່ຍ​ຂອງກຳລັງ​ປະສົມ ​ພາຍ​ໃຕ້​ການ​ນຳພາ​ຂອງສະຫະລັດ.

​ໃນ​ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ການ​ປະກາດ​ອ້າງເອົາ​ຄວາມ​ຮັບຜິດຊອບໃນ​ເລື້ອງ​ນີ້ເທື່ອ.

XS
SM
MD
LG