ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ໄດ້ສັງຫານ 38 ຄົນ ໃນການໂຈມຕີ ຢູ່ພາກໃຕ້ ປະເທດ ຊີເຣຍ


ໃນຮູບນີ້ ທີ່ຖືກນຳເຜີຍແພ່ ໂດຍອົງການຂ່າວ Sana ຂອງທາງການ ຊີເຣຍ ສະແດງໃຫ້ເຫັນ ກອງກຳລັງ
ຮັກສາຄວາມປອດໄພ ຊີເຣຍ ແລະ ນັກດັບໄຟເຕົ້າໂຮມ
ກັນຢູ່ຈຸດລະເບີດແຕກ, ຢູ່ໃນໃຈກາງເມືອງ ຮັອມ, ປະເທດ ຊີເຣຍ. 23 ພຶດສະພາ, 2017.
ໃນຮູບນີ້ ທີ່ຖືກນຳເຜີຍແພ່ ໂດຍອົງການຂ່າວ Sana ຂອງທາງການ ຊີເຣຍ ສະແດງໃຫ້ເຫັນ ກອງກຳລັງ ຮັກສາຄວາມປອດໄພ ຊີເຣຍ ແລະ ນັກດັບໄຟເຕົ້າໂຮມ ກັນຢູ່ຈຸດລະເບີດແຕກ, ຢູ່ໃນໃຈກາງເມືອງ ຮັອມ, ປະເທດ ຊີເຣຍ. 23 ພຶດສະພາ, 2017.

ພວກຫົວຮຸນແຮງ ໄດ້ທຳການໂຈມຕີ ດ້ວຍລະເບີດສະຫຼະຊີບຫຼາຍຄັ້ງ ແລະການໂຈມຕີ
ອື່ນໆໃນວັນພຸດມື້ນີ້, ໃນພາກໃຕ້ຂອງປະເທດ ຊີເຣຍ, ເຮັດໃຫ້ມີປະຊາຊົນເສຍຊີວິດ
ຢ່າງໜ້ອຍ 38 ຄົນ.

ມືລະເບີດຫຼາຍຄົນ ໄດ້ລະເບີດຕົນເອງຢູ່ໃກ້ກັບຕະຫຼາດແຫ່ງນຶ່ງ ແລະ ໃນຈະຕຸລັດທີ່
ມີຄົນໜາແໜ້ນໃນເມືອງ ສເວດາ (Sweida).

ກຸ່ມສິ້ງຊອມສິດທິມະນຸດໃນ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ ໄດ້ລາຍງານ
ການປະທະກັນ ໃນໝູ່ບ້ານທີ່ຕັ້ງຢູ່ໃກ້ຄຽງ ລະຫວ່າງກອງກຳລັງສະໜັບສະໜູນລັດຖະ
ບານ ແລະ ພວກນັກຮົບລັດອິສລາມ.

ກຸ່ມລັດອິສລາມໄດ້ສູນເສຍເຂດແດນສ່ວນໃຫຍ່ ທີ່ຄັ້ງນຶ່ງພວກເຂົາເຄີຍຄວບຄຸມໃນ
ຊີເຣຍ ແລະ ປະເທດ ອີຣັກ ທີ່ຢູ່ໃກ້ຄຽງ, ແຕ່ຍັງຄວບຄຸມຫຼາຍພາກສ່ວນ ໃນພາກຕາ
ເວັນອອກ ແລະ ພາກໃຕ້ຂອງ ຊີເຣຍ ຢູ່.

ກອງກຳລັງຕ່າງໆຂອງ ຊີເຣຍ ໄດ້ຍຶດຄືນເຂດແດນ ຈາກພວກຫົວຮຸນແຮງໃນສອງ
ສາມສັບປະດາທີ່ຜ່ານມາ, ໂດຍສະເພາະໃນພາກຕາເວັນ ຕົກຂອງເມືອງ ສເວດາ,
ຕັ້ງຢູ່ໃກ້ກັບເຂດ ໂກແລນ ໄຮທ໌ ທີ່ຖືກຍຶດຄອງໂດຍ ອິສຣາແອລ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG