ມືລະເບີດສະຫຼະຊີບ ໄດ້ໂຈມຕີເຂດໃຈກາງ ໃນນະຄອນຫຼວງຂອງ ອີຣັກ ໃນວັນພະຫັດມື້ນີ້, ເຮັດໃຫ້ມີ 12 ຄົນເສຍຊີວິດ.
ຍັງບໍ່ມີການອອກມາອ້າງອີງເອົາຄວາມຮັບຜິດຊອບ ໂດຍທັນທີທັນໃດ ສຳລັບເຫດລະເບີດໃນສອງຄຸ້ມ Shi’ite ທີ່ໂດດເດັ່ນໃນ ນະຄອນຫຼວງ ແບກແດັດ, ແຕ່ເບິ່ງຄືວ່າຈະເປັນເຫດລະເບີດເກີດ ຂຶ້ນ ຢູ່ທີ່ນັ້ນເປັນປະຈຳໂດຍພວກຫົວຮຸນແຮງ Sunny ໃນລະຫວ່າງທົດສະວັດທີ່ຜ່ານມາ.
ມືລະເບີດຄົນໜຶ່ງໄດ້ຂ້າປະຊາຊົນ 8 ຄົນ ແລະ ຕຳຫຼວດຄົນໜຶ່ງ, ໃນຂະນະທີ່ອີກຢ່າງ ໜ້ອຍ 18 ຄົນໃນບໍລິເວນຄຸ້ມ Bab al-Sharji ໄດ້ຮັບບາດເຈັບ.
ແລະຜູ້ໂຈມຕີອີກຄົນໜຶ່ງ ໃນຈະຕຸລັດ al-Wathba ໄດ້ຂ້າຕຳຫຼວດສອງຄົນ ແລະ ປະຊາຊົນສາມຄົນ. ເຫດລະເບີດແຕກຄັ້ງທີສອງກໍຍັງໄດ້ເຮັດໃຫ້ 12 ຄົນໄດ້ຮັບບາດເຈັບ.
ຈຳນວນຕົວເລກການເສຍຊີວິດຂອງປະຊາຊົນ ແລະ ຕຳຫຼວດ ຈາກການກໍ່ການຮ້າຍ ແລະ ການປະທະກັນດ້ວຍອາວຸດໄດ້ຫຼຸດລົງໃນ ອີຣັກ ຈາກປະມານ 6,800 ຄັ້ງ ໃນປີ 2008 ມາເປັນ 3,200 ຄັ້ງ ໃນປີ 2012. ແຕ່ວ່າປີ 2013 ໄດ້ເລີ່ມຂຶ້ນໂດຍສະເພາະຈາກຮູບແບບຄວາມຮຸນແຮງດັ່ງກ່າວ ມີການຕາຍ ເພີ່ມຂຶ້ນຫຼາຍກວ່າສອງທົບຂອງປີທີ່ຜ່ານມານັ້ນ, ແລະແລ້ວກໍເກືອບອີກ ສອງເທົ່າຫາປະມານ 16,000 ຄັ້ງໃນປີທີ່ຜ່ານມາ ໃນຂະນະທີ່ພວກຫົວຮຸນແຮງລັດອິສລາມ ໄດ້ເຂົ້າຄວບຄຸມ ພື້ນທີ່ອັນກ້ວາງຂວາງໃນພາກຕາເວັນຕົກ ແລະ ພາກ ເໜືອຂອງ ອີຣັກ.
ໃນໄລຍະແປດເດືອນທຳອິດຂອງປີ 2015, ລະດັບຂອງຄວາມຮຸນແຮງຍັງຄົງຕົວຢູ່ປະມານເທົ່າເດີມ, ແຕ່ດ້ວຍກຳລັງຮັກສາຄວາມປອດໄພ ຂອງ ອີກຣັກ ໄດ້ລາຍງານວ່າມີຈຳນວນສູງກວ່າຂອງຈຳນວນທັງໝົດ. ໃນທັງໝົດປີ 2014, ມີທະຫານປະມານ 3,700 ຄົນໄດ້ຖືກ ຂ້າຕາຍ, ອີງຕາມຂໍ້ມູນອົງການ ສະຫະປະຊາຊາດ ປະຈຳ ອີຣັກ. ປີນີ້, ສະມາຊິກຂອງກຳລັງຮັກສາຄວາມປອດໄພຂອງ ອີຣັກ ຫຼາຍກວ່າ 4000 ຄົນ ໄດ້ຖືກຂ້າຕາຍ ໃນຂະນະທີ່ທະຫານເລັ່ງທຳການຕໍ່ສູ້ເພື່ອພະຍາ ຍາມຍຶດເອົາເຂດແດນ ຄືນຈາກພວກຫົວຮຸນແຮງ.