ການວາງລະເບີດສະຫຼະຊີບທີ່ມີມາເປັນລຳດັບ ແລະການບຸກໂຈມຕີຂອງພວກຫົວຮຸນ
ແຮງໃນອັຟການິສຖານໄດ້ສັງຫານຫຼາຍສິບຄົນ ນຶ່ງມື້ຫລັງຈາກການກໍ່ສ້າງ ທໍ່ສົ່ງແກັສ
ທຳມະຊາດໃນພາກສ່ວນທີ່ຜ່ານອັຟການິສຖານ ຊຶ່ງໄດ້ມີການລໍຖ້າມາເປັນເວລານານ
ແລ້ວນັ້ນ ເລີ້ມຕົ້ນຂຶ້ນ.
ໂຄສົກກະຊວງພາຍໃນອັຟການິສຖານ ກ່າວວ່າ ຜູ້ວາງລະເບີດສະຫຼະຊີບໃນວັນເສົາ
ມື້ນີ້ ໄດ້ລະເບີດຕົນເອງຢູ່ໃກ້ກັບປ້ອມຍາມຮັກສາຄວາມປອດໄພໃນນະຄອນຫຼວງກາບູລໄດ້ສັງຫານຢ່າໜ້ອຍສາມຄົນແລະຄົນອື່ນໆໄດ້ຮັບບາດເຈັບອີກຫຼາຍ ຄົນ.
ກຸ່ມກໍ່ການຮ້າຍລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການກໍ່ການຮ້າຍ ທີ່ນະ
ຄອນຫລວງອັຟການິສຖານ.
ພວກເຈົ້າໜ້າທີ່ກ່າວວ່າ ການໂຈມຕີທີ່ຮ້າຍແຮງສຸດ ຂອງຫລາຍໆຄັ້ງ ໄດ້ເກີດຂຶ້ນຢູ່ທີ່
ແຂວງຟາຣາ ທາງພາກຕາເວັນຕົດ ຂອງປະເທດ ບ່ອນທີ່ພວກກະບົດ ຕາລິບານ ໄດ້
ໂຈມຕີ ໃນຕອນເຊົ້າມືດ ໂດຍໄດ້ສັງຫານກຳລັງລັດຖະບານຢ່າງໜ້ອຍ 20 ຄົນ ກ່ອນ
ຍືດເອົາຄ້າຍເຂົາເຈົ້າ ໃນເຂດເມືອງບາລາ ບາລຸກ.
ໃນອີກດ້ານນຶ່ງນັ້ນ ການວາງລະເບີດສະຫຼະຊີບ 2 ຄັ້ງ ໃນຕອນເຊົ້າມືດ ທີ່ໄດ້ແນເປົ້າ
ໝາຍໃສ່ກຳລັງອັຟການິສຖານ ຢູ່ໃນແຂວງແຮລແມນ ທີ່ມີບັນຫານັ້ນ.
ການໂຈມຕີເທື່ອທຳອິດໄດ້ມີຂຶ້ນຢູ່ໃນເຂດເມືອງເນດ ອາລີ ບ່ອນທີ່ຄົນຂັບລົດຫຸ້ມເກາະ
ບັນຈຸລະເບີດ ທີ່ຮູ້ໃນຊື່ ລົດຮໍາວີ ນັ້ນ ໄດ້ແນເປົ້າໝາຍ ໃສ່ຄ້າຍທະ ຫານກອງທັບແຫ່ງຊາດອັຟການິສຖານ. ພວກເຈົ້າໜ້າທີ່ໄດ້ອ້າງລາຍງານຂັ້ນທຳອິດ ທີ່ຢືນຢັນວ່າເຫດລະ
ເບີດດັ່ງກ່າວ ໄດ້ສັງຫານທະຫານຢ່າງໜ້ອຍສີ່ຄົນ ແລະໄດ້ຮັບບາດເຈັບອີກຫລາຍຄົນ.
ຖະແຫລງການຂອງພວກຕາລິບານໄດ້ອ້າງເອົາຄວາມຮັບຜິດຊອບ ໂດຍກ່າວວ່າ ການ
ໂຈມຕີໄດ້ທຳລາຍຄ້າຍທະຫານ ແລະໄດ້ສັງຫານທະຫານອັຟການິສຖານຢ່າງໜ້ອຍ
25 ຄົນ ເຖິງແມ່ນວ່າພວກກະບົດມັກອອກຖະແຫລງການເວົ້າໂຍກ ເກີນຄວາມຈິງກ່ຽວ
ກັບຈຳນວນຜູ້ບາດເຈັບລົ້ມຕາຍ.
ບໍ່ພໍເທົ່າໃດຊົ່ວໂມງຕໍ່ມາ ລົດບັນທຸກລະເບີດຄັນນຶ່ງໄດ້ດືງຂະນວນຢູ່ໃນນະຄອນ ຫລວງຂອງແຂວງລາຊາລກາຣກາຣ ສັງຫານຢ່າງໜ້ອຍນຶ່ງຄົນ ແລະໄດ້ຮັບບາດເຈັບອີກເກົ້າ
ຄົນ ຮວມທັງພວກພົນລະເຮືອນ ອີງຕາມພວກເຈົ້າໜ້າທີ່.