ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ໂຈມຕີ ດ້ວຍລະເບີດ ​ສະລະ​ຊີບ ສັງຫານ 22 ຄົນ ໃກ້ກັບ ນະຄອນຫລວງແບກແດດ ຂອງອີຣັກ


ແຜນທີ່ປະເທດອີຣັກ
ແຜນທີ່ປະເທດອີຣັກ

ບັນດາ​ເຈົ້າໜ້າ​ທີ່​ອີຣັກ ກ່າວ​ວ່າ ຜູ້ໂຈມຕີດ້ວຍລະເບີດ​ສະລະ​ຊີບ
ຄົນ​ໜຶ່ງ ທີ່​ມີເປົ້າໝາຍ​ໃສ່​ ​ພວກ​ກອງ​ທະຫານ​ບ້ານນິກາຍ​ຊູ​ນີ ທີ່
​ນິຍົມ​ລັດຖະບານ ​ໄດ້ສັງຫານຢ່າງ​ນ້ອຍ 22 ຄົນ ຢູ່​ໃກ້ໆ​ກັບ
​ນະ​ຄອນຫລວງ​ຂອງ​ອີຣັກ.

ລະ​ເບີດໄດ້ແຕກຂຶ້ນ ​ເມື່ອ​ຕອນ​ເຊົ້າວັນ​ພຸດ​ມື້​ນີ້ ​ໃນ​ເມືອງ
Madaen ທີ່​ຫ່າງໄປ​ຈາກ​ນະຄອນຫລວງ​ແບກ​ແດດ ທາງທິດ​ໃຕ້​
ປະ​ມານ 45 ກິ​ໂລ​ແມັດ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຜູ້​ທີ່​ເສ​ຍຊີວິດ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ
​ພວກ​ນັກ​ຕໍ່ສູ້​ນິຍົມ​ລັດຖະບານ ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັນ​ ເພື່ອ​ຮັບ
​ເອົາ​ເງິນເດືອນນັ້ນ. ທະຫານ​ອີຣັກ 3 ຄົນ ​ແມ່ນ​ລວມຢູ່​ໃນ ​ບັນດາ​ຜູ້​ທີ່​ເສຍ​ຊີວິດ. ​ເຫດ
​ລະ​ເບີດ​ແຕກ ​ໄດ້​ເຮັດ​ໃຫ້​ອີກ​ຢ່າງ​ນ້ອຍ 55 ຄົນ ​ບາດ​ເຈັບ.

ພວກ​ທະຫານ​ບ້ານ ​ເປັນ​ພາກສ່ວນ​ຂອງ​ກຸ່ມ​ນັກ​ຕໍ່ສູ້ ທີ່​ເອີ້ນ​ວ່າ Sahwa ຊຶ່ງ​ເປັນ​ພວກ​ທີ່​
ຄັດຄ້ານຕໍ່ກຸ່ມ​ຫົວ​ຮຸນ​ແຮງລັດ​ອິສລາມ ນິກາຍ​ຊູ​ນີ ​ແລະໄດ້​ຊ່ວຍ​ເຫຼືອ ກອງ​ກຳລັງ​ສະຫະລັດ ​ສູ້​ລົບ​ກັບພວກ al-Qaida ​ໃນ​ອີຣັກຜ່ານ​ມານັ້ນ.

XS
SM
MD
LG