ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢ່າງນ້ອຍ 7 ຄົນ ເສຍຊີວິດ ຍ້ອນລະເບີດລົດ ຢູ່ແບກແດດ


ຄົນວາງລະເບີດສະລະຊີບຄົນນຶ່ງໃນອີຣັກ ໄດ້ຈຸດຄະນວນລະເບີດ
ທີ່ຫ້າງໄວ້ເຕັມລົດຄັນນຶ່ງ ຢູ່ໃກ້ໆກັບເຂດສີຂຽວ ຫລື Green Zone
ທີ່ມີການຮັກສາຄວາມປອດໄພຢ່າງໜາແໜ້ນ ໃນນະຄອນຫຼວງ
ແບກແດດນັ້ນ ພາໃຫ້ ຢ່າງນ້ອຍ 7 ຄົນ ເສຍຊີວິດ.

ເຫດລະເບີດໃນວັນຈັນມື້ນີ້ ໃນກຸງ Baghdad ນັ້ນ ແມ່ນເກີດຂຶ້ນ
ຢູ່ໃກ້ໆ ຂົວທີ່ຂ້າມເຂົ້າໄປໃນເຂດ Green Zone ອັນເປັນທີ່ຕັ້ງ
ຂອງໂຮງການລັດຖະບານອີຣັກ ແລະສະຖານທູດ ຕ່າງປະເທດ ຫລາຍໆແຫ່ງ ນໍາອີກ.

ທາງການກ່າວວ່າ ການໂຈມຕີຄັ້ງນີ້ໄດ້ພາໃຫ້ມີຢ່າງນ້ອຍ 24 ຄົນ ບາດເຈັບ.

ຍັງບໍ່ທັນມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບເທື່ອ ໃນການລະເບີດຄັ້ງນີ້.
XS
SM
MD
LG