ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

4 ຄົນ ເສຍຊີວິດ ໃນການ ໂຈມຕີ ສະລະຊີບ ຢູ່ອີຣັກ


ລົດຕຳຫຼວດພວມແກ່ລົດທີ່ໃຊ້ໂຈມຕີສະລະຊີບຢູ່ເມືອງ Taji 20 ກິໂລແມັດ ຫ່າງຈາກກຸງແບັກແດັດ ໄປທາງທິດເໜືອ(5 ກຸມພາ 2013)
ລົດຕຳຫຼວດພວມແກ່ລົດທີ່ໃຊ້ໂຈມຕີສະລະຊີບຢູ່ເມືອງ Taji 20 ກິໂລແມັດ ຫ່າງຈາກກຸງແບັກແດັດ ໄປທາງທິດເໜືອ(5 ກຸມພາ 2013)
ຜູ້​ໂຈມ​ຕີສະລະ​ຊີບ​ຄົນ​ນຶ່ງ ​ໄດ້ບີບ​ຄະ​ນວນລະ​ເບີດທີ່​ຫ້າງໃສ່ລົດ
​ຄັນ​ນຶ່ງ​ ​ໃຫ້​ແຕກ​ຂຶ້ນ ທີ່​ດ່ານ​ກວດ​ທະຫານ​ອີຣັກ​ແຫ່ງ​ນຶ່ງ ​ໂດຍ​ໄດ້
ສັງຫານ​ຢ່າ​ງ ໜ້ອຍສີ່​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 12 ຄົນ.

ການ​ໂຈມ​ຕີ​ໃນ​ວັນ​ອັງ​ຄານ​ມື້​ນີ້ ​ເກີດ​ຂື້ນ​ທີ່​ເມືອງ Taji ປະມານ 20 ກິ​ໂລ​ແມັດ ຢູ່​ທາງພາກ​ເໜືອ​ຂອງ​ນະຄອນຫລວງ Bagdad. ຢ່າງ ໜ້ອຍມີທະຫານ​ສອງ​ຄົນ​ຮວມ​ຢູ່​ໃນ​ພວກເສຍຊີວິດ.

ຍັງ​ບໍ່​ມີ​ການ​ອ້າງເອົາ​ຄວາມ​ຮັບຜິດຊອບ ຈາກ​ການ​ໂຈມ​ຕີ​ນີ້ໃນ​ທັນ​ທີ.

ການ​ໂຈມຕີ​ດັ່ງກ່າວ​ແມ່ນເປັນ​ຄັ້ງ​ທີ​ສອງ ທີ່ເກີດ​ຂື້ນໃນ​ເມືອງ Taji​.​ໃນ​ວັນ​ອາທິດ​ຜ່ານ​ມາ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ ​ແນ​ເປົ້າໝາຍໃສ່​ກໍາລັງທີ່​ໄດ້​ຮັບ​ການໜຸນ​ຫລັງ​ຂອງລັດຖະບານ ຊຶ່ງໄດ້​ສັງຫານຢ່າງ​ໜ້ອຍ 22 ຄົນ.
XS
SM
MD
LG