ພວກໂຈມຕີສະລະຊີບ ໄດ້ບີບຄະນວນລະເບີດທີ່ຫ້າງໃສ່ລົດ ໃຫ້
ແຕກຂຶ້ນຢູ່ພາກເໜືອຂອງອີຣັກ ຊຶ່ງໄດ້ສັງຫານຢ່າງໜ້ອຍ 15
ຄົນທີ່ເມືອງ Kirkuk ແລະອີກສີ່ຄົນ ຢູ່ໃນເມືອງ Tuz Khumatu.
ຢູ່ໃນເມືອງ Kirkuk ບັນດາເຈົ້າໜ້າທີ່ກ່າວວ່າ ລະເບີດລູກນຶ່ງໄດ້
ແຕກຂື້ນຢູ່ນອກໂຮງການຂອງພັກປະຊາທິປະໄຕ Kurdistan ແລະລະເບີດ ອີກລູກນຶ່ງໄດ້ແຕກຂື້ນຢູ່ໃກ້ໆ. ຫລາຍກວ່າ 100 ຄົນໄດ້ຮັບບາດເຈັບ ຈາກການໂຈມຕີດັ່ງກ່າວ.
ຍັງບໍ່ທັນມີການອ້າງເອົາຄວາມຮັບຜິດຊອບໃນທັນທີ ກ່ຽວກັບການວາງລະເບີດດັ່ງກ່າວ ຊຶ່ງເກີດຂື້ນທ່າມກາງຄວາມຕືງຄຽດລະຫວ່າງຊົນຊາດ ຊົນເຜົ່າ ແລະຄວາມເຄັ່ງຕຶງທາງສາສະໜາ ຢູ່ໃນອີຣັກ.
ໃນວັນພຸດມື້ນີ້ ບັນດາຜູ້ໄວ້ທຸກຫລາຍຮ້ອຍຄົນພາກັນໄປເຕົ້າໂຮມກັນ ເພື່ອສົ່ງສະການໃຫ້ແກ່ສະມາຊິກສະພາທີ່ນັບຖືສາສະໜາອິສລາມ ນິ ກາຍ Sunni ທີ່ມີອິດທິພົນ ທ່ານ Ifan Saadoun al-Essawi ທີ່ໄດ້ຖືກສັງຫານໃນວັນອັງຄານວານນີ້ ໂດຍການໂຈມຕີດ້ວຍ
ລະເບີດສະລະຊີບ ໃນແຂວງ Anbar ທາງພາກຕາເວັນຕົກຂອງ ຢູ່ພາກຕາເວັນຕົກຂອງ ອີຣັກ.