ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

17 ຄົນ ເສຍຊີວິດ ໃນອັຟການິສຖານ ຍ້ອນການໂຈມຕີສະຫລະຊີບ ດ້ວຍລະເບີດ


ພວກຜູ້ຊາຍອັຟການິສຖານ ຈຳນວນນຶ່ງ ພາກັນກວດເບິ່ງ ບ່ອນເກີດເຫດໂຈມຕີສະຫລະຊີບ ດ້ວຍລະເບີດ ໃນເມືອງ Khost ຂອງອັຟການິສຖານ, ວັນທີ 2 ເມສາ 2015.
ພວກຜູ້ຊາຍອັຟການິສຖານ ຈຳນວນນຶ່ງ ພາກັນກວດເບິ່ງ ບ່ອນເກີດເຫດໂຈມຕີສະຫລະຊີບ ດ້ວຍລະເບີດ ໃນເມືອງ Khost ຂອງອັຟການິສຖານ, ວັນທີ 2 ເມສາ 2015.

ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ ຄົນ​ນຶ່ງ​ໄດ້​ສັງຫານ ຢ່າງ​ນ້ອຍ 17 ຄົນ
​ແລະ ​ເຮັດ​ໃຫ້ອີກ 50 ຄົນ ​ໄດ້​ຮັບ​ບາດ​ເຈັບ ຢູ່​ໃນ​ແ​ຂວງ Khost
ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ ​ໃນ​ວັນ​ພະຫັດ​ມື້​ນີ້.

​ໂຄສົກ​ຂອງ​ເຈົ້າແຂວງ ກ່າວ​ຕໍ່​ວີ​ໂອ​ເອ ວ່າ ຄົນ​ຮ້າຍ​ໄດ້​ລະ​ເບີດ
​ຕົນ​ເອງ​ຢູ່​ບ່ອນໂຮມຊຸມນຸມ​ແຫ່ງ​ນຶ່ງ ທີ່​ໄດ້ຈັດຂຶ້ນ​ເພື່ອ​ປະ​ທ້ວງ
ພຶດຕິ​ກຳສໍ້​ລາດ​ບັງ​ຫລວງ ຂອງ​ລັດຖະບານຂອງ​ແຂວງດັ່ງກ່າວ
ຕາມທີ່ມີການກ່າວຫາ ກັນນັ້ນ.

ທ່ານ Homayoun Homayoun ຜູ້​ແທນ​ອັຟກາ​ນິສຖານ ​ແມ່ນ​
ລວມຢູ່​ໃນ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ. ບັນດານັກ​ເຄື່ອນ​ໄຫວສັງຄົມ
​ພົນລະ​ເຮືອນ ​ແລະ ບັນດາ​ຜູ້​ແທນ ຈຳນວນ​ນຶ່ງ ​ໄດ້​ນຳພາ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ
ທີ່​ໄດ້​ລຸກ​ຮື່ຂຶ້ນ​ເມື່ອ​ອາທິດ​ແລ້ວ​ນີ້ ຢູ່​ໃນ​ແຂວງ Khost ທີ່​ຕິດ​ກັບ​ຊາຍ​ແດນ​ປະ​ເທດ
​ປາ​ກິ​ສຖານ.

ແຜນທີ່ ປະເທດອັຟການິສຖານ ບ່ອນຈຸດເກີດເຫດ
ແຜນທີ່ ປະເທດອັຟການິສຖານ ບ່ອນຈຸດເກີດເຫດ

​ໂຄສົກ​ຄົນ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບານ​ກ່າວ​ວ່າ ພວກ​ຕົນ​ບໍ່​ໄດ້​ມີ​ສ່ວນ​
ໃດໆ​ກັບ ການ​ໂຈມ​ຕີ​ທີ່ແຂວງ Khost ນັ້ນ.

​ໃນ​ຂະນະ​ດຽວ​ກັນ ລະ​ເບີດລູກ​ນຶ່ ທີ່​ຫ້າງໄວ້​ຢູ່​ແຄມ​ທາງ ຢູ່​ໃນ​
ແຂວງ Helmand ທາງ​ພາກ​ໃຕ້​ຂອງ​ປະ​ເທດ ທີ່​ໄດ້​ປະສົບ​ກັບ
ຄວາມ​ຮຸນ​ແຮງ​ມາ​ຕະຫລອດ​ ​ໄດ້​ສັງຫານ​ຜູ້​ບັນຊາ​ການ
​ຕຳຫລວດ​ເມືອງຄົນ​ນຶ່ງ. ບັນດາ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ກ່າວ​ວ່າ
ທ່ານ Hikmatulla Akmal ກຳລັງ​ມຸ້ງ​ໜ້າ​ໄປ​ຍັງຈຸດ ທີ່​ເກີດ
​ການ​ໂຈມ​ຕີ​ ກ່ອນ​ໜ້ານັ້ນ​ ໂດຍ​ພວກ Taliban ເມື່ອ​ຕອນ​
ເຊົ້າວັນ​ພະຫັດມື້​ນີ້ ຢູ່ໃນ​ເມືອງ Gereshk ເວ​ລາ​ລົດ​ຂອງ​ທ່ານ​ ແລ່ນໄປ​ຢຽບ​ລະ​ເບີດ​ແຄມ
​ທາງ ທີ່​ເຮັດ​ໃຫ້​ທ່ານ​ເສຍ​ຊີວິດ.

Afghanistan Violence
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG