ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຢ່າງນ້ອຍ 25 ຄົນ ເສຍຊີວິດ ໃນເຫດລະ​ເບີດ ທີ່ເຢເມນ


Yemen
please wait
Embed

No media source currently available

0:00 0:00:45 0:00

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດສະລະ​ຊີບ ຕໍ່ວັດສາສະໜາອິສລາມ
ແຫ່ງນຶ່ງ​ທີ່ນະຄອນຫຼວງ​ຂອງ​ເຢມັນ ​ໃນ​ວັນ​ພະຫັດ​ມື້​ນີ້ ສັງຫານ
​ຢ່າງ​ນ້ອຍ 25 ຄົນ ທີ່​ໄດ້​ພາກັນ​ໄປ​ສວດ​ມົນພາວະນາ ​ໃນ​ວັນ
ເລີ້ມຕົ້ນຂອງເທດສະການ​ ທີ່​ເອີ້ນ​ກັນ​ວ່າ Eid al Adha.

ເຫດລະ​ເບີດ​ໃນ​ນະຄອນ Sana’a ຢູ່ທີ່ວັດ ຂອງກຸ່ມກະບົດ
Houti ທີ່ເປັນຊາວ Shi’ite ຊຶ່ງໄດ້​ເຂົ້າ​ຍຶດ​ເອົາ​ເມືອງດັ່ງກ່າວ
ເມື່ອນຶ່ງ​ປີຜ່ານມາ​ນັ້ນ.

ຍັງ​ບໍ່​ທັນ​ມີ​ກຸ່ມໃດ​ອອກ​ມາ​ອ້າງ​ເອົາ​ຄວາ​ມຮັບຜິດຊອບ​ເທື່ອ.

ພວກ​ກະບົດລັດ​ອິສລາມທີ່ເປັນຊາວຊຸນນີ ຖື​ວ່າຊາວ Shi’ite ​ເປັນ​ພວກນອກສາສະໜາ
ໄດ້ ທຳ​ການ​ໂຈ​ມຕີ​ຫຼາຍໆບັ້ນ ​ໃນ​ເຢ​ເມນ ​ເມື່ອ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ຮວມທັງການ​
ວາງ​ລະ​ເບີດລົດສະລະ​ຊີບ ໃນນະຄອນຫຼວງ Sana’a.

ພວກ​ຫົວ​ຮຸນ​ແຮງ ​ໄດ້​ເຮັດ​ໃຫ້​ສະຖານະ​ການໃນ​ເຢ​ເມນ ​ທີ່​ລຳບາກ​ຢູ່​ແລ້ວ​ນັ້ນ ສະລັບ​ສັບ
​ຊ້ອນ​ຂຶ້ນ ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້ງ ລະຫວ່າງ​ກຸ່ມກະບົດ Houtis ​ແລະ​ລັດຖະບານ​ຂອງ​
ປະທານາທິບໍດີ Abdu Rabu Mansour Hadi ຕະຫລອດທັງ​ການ​ມີໜ້າ​ຂອງ​ກຸ່ມ al-Qaida ​ໃນ​ແຫຼມ Arabian ນັ້ນ. ມີ​ຜູ້​ຄົນຫຼາຍກວ່າ 4 ພັນ 500 ຄົນ ​ໄດ້​ເສຍ​ຊີວິດໃນ
​ປີ​ທີ່​ແລ້ວ​ນີ້ ​ແລະ​ມີ​ອີກ​ຈຳນວນ​ຫຼວງ​ຫຼາຍຕ້ອງໄດ້ຫລົບໜີຍ້ອນຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​
ທາງ​ດ້ານ​ມະນຸດສະທຳ.

ທ່ານ Hadi ຜູ້​ຊຶ່ງ​ໄດ້​ຫລົບ​ໜີ​ອອກ​ຈາກນະຄອນ Sana’a ​ໄປ​ຍັງ​ເມືອງທ່າ​ Aden ທາງ
ພາກ​ໃຕ້​ຂອງ​ປະ​ເທດ ​ແລະ​ໃນ​ທີ່​ສຸດ​ກໍ​ເດີນທາງຕໍ່​ໄປ​ຍັງ Saudi Arabia ນັ້ນ ​ໄດ້​ກັບ​ຄືນ
​ໄປ​ຍັງເມືອງທ່າ​ Aden ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ຫຼັງຈາກ​ກອງ​ກຳລັງ​ທີ່​ນິຍົມ​ລັດຖະບານ
ທີ່​ໜຸນ​ຫຼັງ​ໂດຍການ​ໂຈມ​ຕີ​ທາງ​ອາກາດ​ພາຍໃຕ້ການ​ນຳພາ​ຂອງ Saudi Arabia ໄດ້ຂັບ
ໄລ່​ພວກກະບົດ Houti ອອກ​ໄປ​ຈາກເມືອງດັ່ງກ່າວ.

XS
SM
MD
LG