ອົງການສືບລັບຂອງອິນໂດເນເຊຍກ່າວວ່າ ຕົນມີຄວາມສົງໄສວ່າ ກຸ່ມນິຍົມ ໄອຊິສ ຫຼື
ລັດອິສລາມ Jamaah Anshurut Daulah ແມ່ນເປັນຜູ້ຮັບຜິດຊອບ ສຳລັບການວາງ
ລະເບີດ ໃນວັນອາທິດມື້ນີ້ ທີ່ໂບດສາມແຫ່ງ ຢູ່ໃນເມືອງ ທີ່ໃຫຽ່ທີ່ສຸດ ອັນດັບທີສອງ
ຂອງປະເທດ.
ທ່ານ ວາວານ ປູວານໂຕ ຜູ້ອຳນວຍການ ດ້ານປະຊາສຳພັນ ຂອງອົງການດັ່ງກ່າວເວົ້າ
ວ່າ Jamaah Anshurut Daulah ຫຼື ເຈເອດີ “ໄດ້ວາງແຜນປະຕິບັດງານ ດັ່ງກ່າວ
ມາຊົ່ວໄລຍະນຶ່ງແລ້ວ.” ແຕ່ເຖິງຢ່າງໃດກໍດີ ກໍຍັງບໍ່ທັນໄດ້ມີຜູ້ໃດອ້າງເອົາຄວາມຮັບຜິດ
ຊອບເທື່ອ.
ຢ່າງໜ້ອຍ ໄດ້ມີຜູ້ເສຍຊີວິດ ສິບຄົນ ແລະບາດເຈັບ 41 ຄົນ ໃນການລະເບີດດັ່ງກ່າວ
ຢູ່ໃນເມືອງ ຊູຣາບາຢາ ໃນເກາະຊາວາ.
ອົງການຂ່າວສານ ຣອຍເຕີ້ ເວົ້າວ່າ ຕຳຫຼວດ ໄດ້ຮັບປະກັນຄວາມປອດໄພໄດ້ແລ້ວ ສຳລັບ
ລູກລະເບີດໜ່ວຍທີ່ບໍ່ໄດ້ແຕກ ຢູ່ໃນໂບດແຫ່ງນຶ່ງ ໃນເມືອງ ຊູຣາບາຢາ.
ລາຍງານແຕ່ຫົວທີເວົ້າວ່າ ພວກມືລະເບີດສະລະຊີບ ເປັນຜູ້ຮັບຜິດຊອບ ສຳລັບການ
ລະເບີດດັ່ງກ່າວ ແຕ່ຕຳຫຼວດບໍ່ໄດ້ໃຫ້ການຢືນຢັນແຕ່ຢ່າງໃດ.
ທັງອົງການມຸສລິມ ແລະ ຄຣິສຕຽນ ອິນໂດເນເຊຍ ຕ່າງກໍປະນາມການໂຈມຕີດັ່ງກ່າວ
ແລະໄດ້ອອກຖະແຫຼງການ ສະບັບນຶ່ງທີ່ເວົ້າວ່າ “ບໍ່ມີສາສະໜາໃດ ແມ່ນແຕ່ສາສະ
ໜາດຽວ ຢູ່ໃນໂລກ ທີ່ຖືວ່າ ຄວາມຮຸນແຮງ ຈະພາໃຫ້ບັນລຸເປົ້າໝາຍ.” ກຸ່ມດັ່ງກ່າວ
ໄດ້ຊຸກຍູ້ໃຫ້ລັດຖະບານ “ເອົາບາດກ້າວຢ່າງເດັດຂາດແລະຮີບດ່ວນ ເພື່ອຕິດຕາມ
ຫາລັດທິກໍ່ການຮ້າຍ ແລະພວກລັດທິຫົວຮຸນແຮງຈັດ ນີ້.”
ພວກຕຳຫຼວດໄດ້ສັ່ງໃຫ້ອັດໂບດທັງໝົດ ໄວ້ຊົ່ວຄາວ ໃນຊູຣາບາຢາ ແລະ ຣອຍເຕີ້
ກ່າວວ່າ ບຸນມະໂຫລານເລື່ອງອາຫານການກິນ ໃນເມືອງດັ່ງກ່າວ ກໍໄດ້ຖືກຍົກເລີກ.