ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ປະນາມ ການໂຈມຕີ ດ້ວຍລະເບີດ ຢູ່ສະໜາມບິນ ໂມກາດິສຊູ


ຕຳຫຼວດຢືນຍາມ ໃກ້ໆຫໍຄວບຄຸມການບິນ ທີ່ສະໜາມບິນ ໂມກາດິສຊູ ຫລັງຈາກໄດ້ມີການໂຈມຕີສະຫຼະຊີບ. (26 ກໍລະກົດ 2016)
ຕຳຫຼວດຢືນຍາມ ໃກ້ໆຫໍຄວບຄຸມການບິນ ທີ່ສະໜາມບິນ ໂມກາດິສຊູ ຫລັງຈາກໄດ້ມີການໂຈມຕີສະຫຼະຊີບ. (26 ກໍລະກົດ 2016)

ສະຫະລັດ​ໄດ້​ປະນາມ​ ໂດຍ​ໃຊ້​ຄຳ​ເວົ້າທີ່​ແຮງ​ສຸດ ຕໍ່​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ 2 ຄັ້ງຊ້ອນ ທີ່ເກີດ​ຂຶ້ນຢູ່ທາງເຂົ້າໃຫຍ່ສະໜາມບິນນະຄອນຫຼວງ Mogadishu ໃນລະຫວ່າງຊົ່ວ​ໂມງ​ເຂົ້າການຕອນເຊົ້າຂອງ​ວັນ​ອັງຄານ​ວານ​ນີ້ ທີ່ເຮັດໃຫ້ມີຜູ້ເສຍຊີິວິດຢ່າງ​ໜ້ອຍ 13 ຄົນ.

​ໂຄສົກ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ ທ່ານ Ned Price ກ່າວ ​ໃນ​ວັນ​ອັງ ຄານ​ວານ​ນີ້ວ່າ ສະຫະລັດ​ແມ່ນ​ຢືນ​ຢູ່ຄຽງ​ຂ້າງກັບ​ໂຊ​ມາ​ເລຍ​ແລະ​ພາຄີຂອງ​ພວກ​ເຮົາ​ໃນ​ການ​ຕໍ່ສູ້ ​ຕ້ານ​ການ​ກະທຳທີ່​ຕ່ຳ​ຊ້າ​ ຂອງ​ພວກ​ກໍ່​ການ​ຮ້າຍ ​ທີ່​ຊອກຫາ​ຊ່ອງ​ທາງ​ເພື່ອ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ໃນ​ໂຊ​ມາເລຍ. ທ່ານ​ກ່າວ​ວ່າສະຫະລັດ​ຍັງ​ມີ​ຄວາມ​ໝາຍ​ໝັ້ນທີ່​ຈະ​ຊ່ອຍ​ໃຫ້​ໂຊ​ມາ​ເລຍ​ກ້າວ​ໄປໜ້າຕາມ​ເສັ້ນທາງສູ່​ສັນຕິພາບ​ແລະ​ຄວາມ​ອຸດົມຮັ່ງມີພ້ອມ​ທັງ​ເອົາ​ຊະນະ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ​ນຳ​ດ້ວຍ.

ກຸ່ມ Al-Shabab ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງພວກກໍ່ການຮ້າຍ al-Qaida ​ໃນໂຊມາ​ເລຍໄດ້ ອ້າງເອົາຄວາມຮັບຜິດຊອບ​ໃນການໂຈມຕີຜ່ານ​ທາງສະຖານີວິທະຍຸ Andalus ຂອງກຸ່ມ ດັ່ງກ່າວ. ພວກເຈົ້າໜ້າທີ່ຮັກສາຄວາມປອດໄພກ່າວວ່າ 7 ຄົນ ຂອງ​ຈຳນວນ​ພວກ​ທີ່​ເສຍ​ຊີວິດ​ທັງ​ໝົດ 13 ຄົນນັ້ນ ແມ່ນຍາມຂອງອົງການສະຫະປະຊາຊາດ.

ທະຫານໂຊມາເລຍ ຢືນຍາມຢູ່ບ່ອນເກີດເຫດ ນອກຫ້ອງການ ສປຊ ທີ່ໂມກາດິຊູ
ທະຫານໂຊມາເລຍ ຢືນຍາມຢູ່ບ່ອນເກີດເຫດ ນອກຫ້ອງການ ສປຊ ທີ່ໂມກາດິຊູ

ທາງເຂົ້າສະໜາມບິນ ທີ່​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີ​ດ້ວຍລະເບີດຄັ້ງນີ້ ແມ່ນໄດ້ຖືກໃຊ້ໂດຍ ພວກພະນັກງານທີ່ເຮັດວຽກຢູ່ສະໜາມບິນເປັນປະຈຳແລະຕັ້ງຢູ່ໃກ້ກັບຕຶກຂອງອົງການ ສະຫະປະຊາຊາດ ແລະສະຫະພາບອາຟຣິກາ ທີ່ຕິດກັບສະໜາມບິນນັ້ນ.

ປະຊາຊົນ ທີ່ອາໄສຢູ່ໃນບໍລິເວນນັ້ນ ລາຍງານວ່າ ໄດ້ຍິນສຽງລະເບີດ ແຕກຂຶ້ນຢ່າງແຮງ 2 ຄັ້ງໃນເວລາປະມານ 9 ໂມງເຊົ້າຕາມເວລາທ້ອງຖິ່ນ.

ອີງຕາມການລາຍງານ ຈາກຜູ້ທີ່ອາໄສຢູ່ໃນບໍລິເວນດັ່ງກ່າວ​ແລ້ວ ຜູ້​ໂຈມ​ຕີດ້ວຍລະເບີດ ສະຫຼະຊີບໄດ້ພະຍາຍາມຈະຂັບລົດທີ່ບັນຈຸລະເບີດເຕັມຄັນຜ່ານປ້ອມກວດຄວາມປອດ ໄພຂອງໂຊມາ​ເລຍ ແລະຕໍ່ມາໄດ້ບີບ​ຄະ​ນວນລະເບີດ​ໃຫ້​ແຕກຂຶ້ນເຮັດໃຫ້ມີຜູ້ເສຍຊີວິດ ແລະ​ໄດ້​ຮັບບາດເຈັບ.

ທະຫານໂຊມາເລຍ ຍ່າງຜ່ານຊາກລະເບີດລົດ ຢູ່ນອກຫ້ອງການ ສປຊ ໃນະຄອນຫຼວງໂມກາດິສຊູ
ທະຫານໂຊມາເລຍ ຍ່າງຜ່ານຊາກລະເບີດລົດ ຢູ່ນອກຫ້ອງການ ສປຊ ໃນະຄອນຫຼວງໂມກາດິສຊູ

ຫຼັງຈາກນັ້ນຕໍ່ມາ ບໍ່ເທົ່າໃດວິນາທີ ລົດອີກຄັນໜຶ່ງ ກໍໄດ້ເດີນທາງ​ໄປຮອດ ແລະເທື່ອນີ້ຜູ້​ໂຈມ​ຕີ​ດ້ວຍລະເບີດສະຫຼະຊີບ ໄດ້ບີບ​ຄະ​ນວນລະເບີດ ທີ່​ຫ້າງໃສ່ລົດຢູ່ໃກ້ໆ ກັບກຳລັງ ຮັກສາຄວາມປອດໄພ ແລະກອງກຳລັງສະຫະພາບອາຟຣິກາທີ່ຢູ່ໃກ້ຄຽງກັນ.

ແຫຼ່ງຂ່າວດ້ານຄວາມປອດໄພ ໄດ້ກ່າວຕໍ່ວີໂອເອວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພເອ ກະຊົນ ທີ່ຮັບຜິດຊອບໃນການປົກປ້ອງເຈົ້າໜ້າທີ່ສະຫະ​ປະຊາ​ຊາດຢູ່ນອກຄ້າຍຂອງສະ ຫະພາບອາຟຣິກາ ກໍໄດ້ຢູ່ທີ່ດ່ານກວດໃນເວລາທີ່​ມີການໂຈມຕີນັ້ນ.

ຍັງບໍ່ທັນເປັນທີ່ຮູ້ກັນ​ເທື່ອວ່າ ມີເຈົ້າໜ້າທີ່ສະຫະ​ປ​ະຊາ​ຊາດຄົນໃດ ກຳລັງກຽມເດີນທາງ ອອກຈາກສະໜາມບິນໃນເວລາທີ່​ການໂຈມຕີໄດ້ເກີດຂຶ້ນ. ເຈົ້າໜ້າທີ່ຮັກສາຄວາມປອດ ໄພເອກະຊົນ ໄດ້ຄຸ້ມກັນບັນດາເຈົ້າໜ້າທີ່ສະຫະ​ປະຊາ​ຊາດແລະຍານພາຫະນະຕ່າງໆ ອອກໄປຈາກເຂດອ້ອມແອ້ມສະໜາມບິນ.

ແຫຼ່ງຂ່າວຮັກສາຄວາມປອດໄພ ​ແຈ້ງວ່າ ພວກໂຈມຕີບໍ່ໄດ້ລ່ວງລ້ຳເຂົ້າ​ໄປ ໃນບໍລິເວນ ສະໜາມບິນ ຊຶ່ງບາງສ່ວນເປັນທີ່ຕັ້ງ ຂອງສຳນັກງານໃຫຍ່ສະຫະພາບອາຟຣິກາ ພ້ອມ ກັບສະຖານທູດຂອງປະເທດຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Mogadishu Bombing
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG