ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

15 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະຫຼະຊີບ ທີ່ໄນຈີເຣຍ


ທະຫານໄນຈີເຣຍ ຍາມທີ່ສະຖານີໂທລະພາບ ລັດຖະບານທີ່ ເມືອງ Maiduguri.
ທະຫານໄນຈີເຣຍ ຍາມທີ່ສະຖານີໂທລະພາບ ລັດຖະບານທີ່ ເມືອງ Maiduguri.
ບັນດາ​ເຈົ້າ​ໜ້າ​ທີ່ ​ໄນ​ຈີ​ເຣຍ ກ່າວ​ວ່າ ມີການໂຈມຕີດ້ວຍ
ລະ​ເບີດ​ສະຫລະ​ຊີບ​ຫຼາຍ​ຄັ້ງ​ຢູ່ໃກ້​ກັບ​ເມືອງ Maiduguri
​ໃນພາກເໜືອຂອງປະເທດ ຊຶ່ງໄດ້​ສັງ ຫານ​ຢ່າງ​ໜ້ອຍ 15
ຄົນ ​ແລະທະຫານຫ້​າຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

ການ​ໂຈມຕີ ​ໃນ​ວັນ​ອັງຄານວານນີ້ ແມ່ນພົວພັນກັບ​ລົດ​ສີ່​
ຄັນທີ່​ບັນ​ຈຸດິນ​ລະ​ເບີດ. ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຄົນ​ຂັບ​ລົດ
​ສອງ​ຄົນ ​ໄດ້ຂັບ​ລົດ​ແລ່ນ​ຕຳ​ດ່ານ​ກວດ​ທີ່​ສຳ ຄັນ​ຂອງ ​ທະຫານ
ເຂົ້າໄປ ​ແລ້ວ​ເຮັດ​ໃຫ້​ລະ​ເບີດ​ແຕກ​ຂຶ້ນ.

ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ສັງຫານ​ຄົນ​ຂັບ​ລົດ​ອີກ​ສອງ​ຄົນ ກ່ອນທີ່​ເຂົາເຈົ້າຈະ
ບີບ ຄະ​ນວນ​ລະ​ເບີດໃຫ້ແຕກຂຶ້ນ.

ຫົວໜ້າ​ຕຳຫລວດ​ໃນລັດ Borno ​ຂອງໄນ​ຈີ​ເຣຍກ່າວ​ວ່າ ການ​ໂຈມ​ຕີ​ປາກົດ​ວ່າ ​ເປັນ​ການ​ປະຕິບັດ​ງານ​ຂອງກຸ່ມ​ຫົວ​ຮຸນ​ແຮງອິສລາມ Boko Haram.

ກຸ່ມ​ດັ່ງກ່າວ​ໄດ້​ຖືກ​ຖິ້ມໂທດໃສ່​ວ່າ ​ເຮັດ​ໃຫ້​ຫລາຍ​ພັນ​ຄົນ​ເສ​ຍຊີວິດ ນັບ​ຕັ້ງ​ແຕ່​ປີ 2009 ເປັນຕົ້ນມາ. ອົງການນິລະໂທດກຳສາກົນ ກ່າວ​ວ່າ ​ໃນ​ວັນ​ຈັນ​ຜ່ານມາ​ນີ້ ວ່າ ມີ 1,500
ຄົນ​ ໄດ້​ເສຍ​ຊີວິດ​ຍ້ອນຄວາມຮຸນແຮງທີ່ພົວພັນກັບກຸ່ມ Boko Haram ໃນປີນີ້ ແຕ່ພຽງ
ປີ​ດຽວ​ເທົ່າ​ນັ້ນ.
XS
SM
MD
LG