ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ໂຈມຕີ ສະຫຼະຊີບ ສັງຫານຊາວ Shi'ite 35 ຄົນ ໃນອີຣັກ


ແຜນທີ່ປະເທດອີຣັກ
ແຜນທີ່ປະເທດອີຣັກ

ບັນ​ດາ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພອີຣັກ ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ​ລັດ​ອິສລາມ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 35 ຄົນ ​ແລະ​ໄດ້ຮັບ​ບາດ​ເຈັບ​ອີກ​ຈຳນວນ​ນຶ່ງໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ​ໃນ​ການ​ໂຈມ​ຕີ​ວັດ Shi’ite ຢູ່​ທາງພາກ​ເໜືອ​ ນະຄອນຫຼວງ Bagdad​.

ການ​ໂຈມຕີ​ຢູ່​ທີ່​ວັດ Sayyid Mohammed ຮວມທັງ​ຜູ້ວາງ​ລ​ະ​ເບີດ​ສະຫລະ​ຊີບ​ຫລາຍ​ຄົນ ການ​ໃຊ້ປືນ ​ແລະ​ຍິງ​ປືນ​ຄົກ ແລະ​ມີ​ຂຶ້ນ​ບໍ່​ເທົ່າ​ໃດມື້​ຫລັງ​ຈາກ​ຫລາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ການ​ໂຈມ​ຕີຢູ່​ສູນກາງ​ການ​ຄ້າທີ່​ມີຄົນ​ໜາ​ແໜ້ນ​ຢູ​ ນະຄອນ Bagdad ຊຶ່ງເປັນ​ການວາງ​ລະ​ເບີດ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ປະຫວັດສາດຂອງອີຣັກ.

ການ​ໂຈມ​ຕີວັດ​ຢູ່​ໃນ​ເມືອງ Balad 75 ກິ​ໂລ​ແມັດ​ທາງ​ພາ​ກ​ເໜືອ​ຂອງ Bagdad ​ໄດ້​ເລີ້ມ​ຂຶ້ນ​ໂດຍການ​ຍິງ​ປືນ​ຄົກ ກ່ອນ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ສາມ​ຄົນ​ໄດ້ໄປເຖິງ ​ແລະເລີ້ມເປີດສາກ​ຍິງປືນ​ເຂົ້າ​ໃສ່​ຜູ້​ຄົນ​ຢູ່​ທາງ​ໃນ.

ຕໍ່​ມາ​ຜູ້​ໂຈມ​ຕີສອງ​ຄົນ​ໄດ້​ບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ ຢູ່່​ທີ່ຕະຫລາດ​ໃກ້​ກັບ​ວັດ. ຜູ້​ວາງລະ​ເບີດອີກ​ຄົນ​ນຶ່ງ ​ໄດ້ພະຍາຍາມ​ທີ່​ຈະ​ລະ​ເບີດ​ຕົນ​ເອງ ແຕ່​ໄດ້​ຖືກ​ສັງຫານ​ກ່ອນ​ທີ່​ລາວ​ຈະ​ມີ​ໂອກາດ ອີງ​ຕາມພວກ​ເຈົ້​າໜ້າ​ທີ່​ຕຳຫລວດ.

ຢູ່​ໃນ​ບ່ອນ​ອື່ນໆນັ້ນ ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ​ໄດ້​ປົດຫົວໜ້າ​ຮັກສາ​ຄວາມ​ປ​ອດ​ໄພ​ໃນ​ນະຄອນຫຼວງ Bagdad ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຄົນ​ອຶ່ນໆອອກ​ຈາກ​ໜ້າ​ທີ່ ຫລັງ​ຈາກ​ໄດ້​ມີ​ການວາງ​ລະ​ເບີດ​ສະຫລະ​ຊີບ​ຄັ້ງ​ໃຫຍ່​ທີ່​ນະຄອນຫລວງອີຣັກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

IRAQ Bombing
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG